ກຸ່ມຊົນເຜົ່ານ້ອຍ ຢູ່ລາວ ຍັງ ທຸກຍາກ

ສິດນີ
2017.12.20
f-laos ການເປັນຢູ່ຂອງຊາວລາວ ໃນເຂດນອກໂຕເມືອງ
RFA

ສຳນັກງານຂ່າວສານ GLOBAL PRESS ຣາຍງານວ່າ ບັນດາຊົນເຜົ່າຕ່າງໆໃນລາວ ທຸກຍາກຫລາຍກວ່າ ກຸ່ມລາວລຸ່ມ ຍ້ອນວ່າຂາດ ການສຶກສາ ສາທາຣະນະສຸຂ ການຊ່ອຍເຫລືອ ແລະການບໍຣິການ ປະເພດຕ່າງໆ. ຄວາມແຕກໂຕນດ້ານການສຶກສາ ການເປັນເຈົ້າຂອງ ທີ່ດິນ, ຣາຍໄດ້ ການເຂົ້າເຖິງ ຣະບົບໄຟຟ້າ ແລະໂອກາດ ທາງດ້ານເສຖກິດ ກໍຍັງຫ່າງໄກກັນຫລາຍຣະຫວ່າງ ກຸ່ມຊົນເຜົ່າໃນລາວ ກັບ ບັນດາລາວລຸ່ມ ໃນທົ່ວປະເທດ. ດັ່ງເຈົ້າຫນ້າທີ່ລາວ ທ່ານນຶ່ງເວົ້າວ່າ:

"ມັນກໍກ່ຽວຂ້ອງກັບ ຫຼາຍເງື່ອນໄຂເນາະ ຕົວຢ່າງວ່າເວົ້າເຣື້ອງ ຄວາມຫຼາກຫຼາຍ ຂອງການດຳຣົງຊີວິດ ໄປເຂດຊົນນະບົດເນາະ ແລ້ວມື້ ແລ້ວວັນໄປ ປັດຈັຍອື່ນໆທີ່ຈະມາມີຜົລກະທົບ ຕໍ່ການພັທນາເສຖກິດ ກໍຍັງໜ້ອຍກວ່າ ເຂົ້າເຖິງພື້ນຖານ ໂຄງລ່າງ ສາທາຣະນຸປະໂພກ ກໍຍັງບໍ່ທົ່ວເຖິງປານໃດ ເພາະສະນັ້ນ ມັນກໍໄປກ່ຽວຂ້ອງກັບ ການດຳຣົງຊີວິດນັ້ນອີກ ສິຫາທາງອອກ ເປັນການເພີ້ມລາຍຮັບ ໄປຂາຍຫຍັງ ມັນກໍຍັງຈຳກັດຢູ່ ຊ່ອງທາງໃນການພັທນາ ຄວາມຮູ້ ຄວາມສາມາດ ເວົ້າເຣື້ອງ ການສຶກສາ ກໍເປັນໄປໄດ້ຊ້າ."

ບົດຣາຍງານ ຣະບຸຕໍ່ໄປວ່າ ຄວາມທຸກຍາກຂອງກຸ່ມຊົນເຜົ່າໃນລາວ ມາຈາກຫລາຍສາເຫດເປັນຕົ້ນ;

1-ຊົນເຜົ່າໃນລາວມັກເອົາລູກຫຼາຍ ຈຶ່ງເຮັດໃຫ້ອັດຕຣາການເກີດ ຂອງເດັກນ້ອຍສູງ ໃນກຸ່ມຊົນເຜົ່າໃນລາວ, ຕົວຢ່າງໃນປີ 2012 ອັດຕຣາ ການເກີດລູກ ຂອງລາວລາວລຸ່ມ ມີຢູ່ປະມານ 2.6% ຕໍ່ນຶ່ງພັນຄົນ; ທຽບກັບ 4.2% ລາວມົ້ງ ແລະ 5.5% ລາວມ້ຽນ.

2-ກຸ່ມຊົນເຜົ່າມີຈໍານວນຫຼາຍຄົນໃນຄອບຄົວ ແລະຫລາຍກວ່າຄົນໄດ້ເຮັດວຽກ, ຊຶ່ງເປັນການສິ້ນເປືອງ ຣາຍຈ່າຍໃນຄອບຄົວ ເຮັດໃຫ້ເກີດ ຄວາມທຸກຍາກ ເພີ້ມຂຶ້ນ.

3-ຊົນເຜົ່າມັກແຕ່ງງານ ແລະຖືພາໃນເວລາອາຍຸຍັງນ້ອຍ ສິ່ງດັ່ງກ່າວເຮັດໃຫ້ອັດຕຣາການເກີດຂອງເດັກນ້ອຍສູງ ໃນກຸ່ມຊົນເຜົ່າ,

4-ຊົນເຜົ່າໄດ້ເຂົ້າໂຮງຮຽນຮອດຂັ້ນມັທຍົມ ມີຫນ້ອຍກວ່າລາວລຸ່ມ ຍ້ອນຄວາມທຸກຍາກ ແລະການຖືພາມານ.

5-ຊົນເຜົ່າມີໂອກາດນ້ອຍ ໃນການເຮັດທຸຣະກິດການຄ້າ ການເຂົ້າເຖິງຕລາດ ແລະສາທາຣະນຸປະໂພກ ປະເພດຕ່າງໆກໍບໍ່ທົ່ວເຖິງ ຍ້ອນຢູ່ ໃນເຂດ ຫ່າງໄກສອກຫລີກ ຂາດຖນົນຫົນທາງ ແລະການເຊື່ອມໂຍງກັບພາຍນອກ ຈຶ່ງເຮັດໃຫ້ ສະພາບຄວາມທຸກຍາກ ເພີ້ມຂຶ້ນ. ສປປລາວ ມີກວ່າ 40 ຊົນເຜົ່າ ໃນທົ່ວປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.