ເມືອງງອຍຂາດງົບປະມານ ໂຍກຍ້າຍ

ຈຳປາທອງ
2018.12.21
ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ
RFA/SS

ການໂຮມ 4 ບ້ານນ້ອຍເຂົ້າກັນເປັນບ້ານໃຫຍ່ ຢູ່ເມືອງງອຍ ແຂວງຫລວງພຣະບາງ ກຳລັງປະສົບບັນຫາງົບປະມານ ໃນການໂຍກຍ້າຍ ຍ້ອນທາງການ ບໍ່ມີງົບປະມານ ເຮັດໃຫ້ການເຕົ້າໂຮມບ້ານນັ້ນ ບໍ່ສາມາດສຳເຣັດໄດ້ ພາຍໃນປີນີ້, ດັ່ງເຈົ້າໜ້າທີ່ ຫ້ອງການ ແຮງງານ ແລະສວັດດີການສັງຄົມ ເມືອງງອຍ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 20 ທັນວາ ນີ້ວ່າ:

"ບ້ານທີ່ເພີ່ນສິເຕົ້າໂຮມ ຢູ່ເມືອງງອຍມີສີ່ບ້ານ ທັງໝົດ 52 ຄອບຄົວ ແຜນເພິ່ນມີ ແຕ່ຍັງງົບປະມານນະ ດຽວນີ້ງົບປະມານຍ້າຍຂະເຈົ້າມາ ຕ້ອງມີສັງກະສີກ່ອນ ປຸກຕູບ ມີງົບປະມານແລ້ວ ກໍໄປມາເຮືອນ ແລ້ວກະຂົນເຄື່ອງຂົນຂອງ ໃຫ້ປະຊາຊົນຫັ້ນນະ.”

ປະຊາຊົນ 4 ບ້ານທີ່ວ່ານັ້ນ ກໍມີບ້ານຜາແດງ, ບ້ານໝົກເອືອຍ, ບ້ານຫົກແຫຼບ ແລະບ້ານໂພນໄຊ ທີ່ຈະຖືກທາງການ ສປປລາວ ໃຫ້ໂຍກຍ້າຍ ມາເຕົ້າໂຮມກັນ ຢູ່ບ້ານ ຫ້ວຍລໍເທິງ ຊຶ່ງທາງການເວົ້າວ່າ ເພື່ອຄວາມສະດວກ ໃນການປົກຄອງປະຊາຊົນ ຍ້ອນວ່າ 4 ບ້ານນີ້ ຕັ້ງຢູ່ໃນເຂດ ທີ່ຕິດກັບ ແຂວງຜົ້ງສາລີ ບ່ອນທີ່ເຈົ້າໜ້າທີ່ເຂົ້າໄປເຖິງຍາກ ແລະ ເປັນບ່ອນລໍ່ແຫລມ ທີ່ມີຊາວເຜົ່າມົ້ງວຽດນາມ ເຂົ້າມາເຄື່ອນໄຫວ ເຣື່ອງຢາເສບຕິດຢູ່ເລື້ອຍໆ.

ທ່ານກໍກ່າວຕື່ມອີກວ່າ ເຖິງມີຄວາມຫຍຸ້ງຍາກ ທາງດ້ານງົບປະມານໃນການໂຍກຍ້າຍ ແຕ່ທາງການເມືອງງອຍ ແຂວງຫລວງພຣະບາງ ກໍຈະພຍາຍາມຊອກຫາງົບປະມານ ມາໃຊ້ຈ່າຍເຂົ້າໃນການເຕົ້າໂຮມ 4 ບ້ານທີ່ວ່ານັ້ນ ໃຫ້ໄດ້ໄວທີ່ສຸດ ແລະຄາດວ່າ ຈະບໍ່ໃຫ້ກາຍຕົ້ນປີ 2019 ທີ່ຈະມາເຖິງນີ້. ເມື່ອໄດ້ງົບປະມານມາ ແລ້ວ ກໍຈະແຈ້ງໃຫ້ປະຊາຊົນແຕ່ລະບ້ານ ກຽມໂຍກຍ້າຍ.

ບັນຫາງົບປະມານ ເປັນເຣື່ອງທີ່ຫຍຸ້ງຍາກ ກ່ອນໜ້ານີ້ ທາງການເມືອງງອຍ ກໍເຄີຍໄດ້ ສເນີຂໍງົບປະມານ ຈາກແຂວງຫລວງພຣະບາງ ເພື່ອສ້າງບ້ານຈັດສັນໃຫ້ປະຊາຊົນບ້ານຫ້ວຍເຫລັກ ທີ່ໄດ້ຮັບຄວາມເດືອດຮ້ອນ ຍ້ອນເຮືອນເພພັງ ຈາກດິນເຈື່ອນ ແລະນໍ້າປ່າໄຫລຊຸ ແຕ່ຈົນມາຮອດມື້ນີ້ ກໍຍັງບໍ່ທັນໄດ້ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.