ໄຟຟ້າລາວຈະລົງໂທດ ພະນັກງານ ທີ່ ໂກງຜູ້ໃຊ້

ໄຊຍາ
2021.05.29
ໄຟຟ້າລາວຈະລົງໂທດ ພະນັກງານ ທີ່ ໂກງຜູ້ໃຊ້ ຣັຖວິສາຫະກິຈ ໄຟຟ້າລາວ ຈະລົງໂທດ ພະນັກງານ ທີ່ຈົດເລກໜໍ້ໄຟ ກາຍເກີນຄວາມເປັນຈິງ.
ນັກຂ່າວພົລເມືອງ

ເມື່ອວັນທີ 26 ພຶສພາ ທີ່ຜ່ານມາ ຣັຖວິສາຫະກິຈໄຟຟ້າລາວ ໄດ້ອອກແຈ້ງການເຖິງຣະບົບຈຳໜ່າຍ ສາຂາຕ່າງໆໃນທ່ົວປະເທດ ໃຫ້ເພີ່ມຄວາມເອົາໃຈໃສ່ ການບໍຣິການໃຫ້ກັບສັງຄົມ ໂດຍສະເພາະກ່ຽວກັບ ການອອກບິນຄ່າໄຟຟ້າ ເຊິ່ງຈະມີການລົງໂທດ ຕໍ່ ພະນັກງານ ທີ່ຈົດໝໍ້ໄຟສູງເກີນຄວາມຈິງ ແລະ ພະນັກງານຜູ້ທີ່ພີມບີນ ຄ່າໄຟຟ້າຜິດພາດ ດ້ວຍການຍົກເລີກສັນຍາຈ້າງ ແລະ ປົດອອກຈາກການຈັດຕັ້ງ ໂດຍບໍ່ໄດ້ຮັບຄ່າຊົດເຊີຍໃດໆ, ດັ່ງເຈົ້າໜ້າທີ່ຣັຖວິສາຫະກິຈ ໄຟຟ້າລາວ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 28 ພຶສພາ ວ່າ:

"ເຣີ້ມປະຕິບັດແລ້ວ ເພາະວ່າເຫັນແຈ້ງການລົງແລ້ວເດ. ຈົດໂຕເລກຜິດຫຍັງຜິດຫັ້ນນ່າ ມີປະຊາຊົນໄປໂພສລົງເຟສບຸກວ່າແມ່ນ ຄ່າໄຟຄືແພງແທ້ ອີ່ຫຍັງຫັ້ນນ່າທັງໆທີ່ບໍ່ໄດ້ຢູ່ ເຮືອນບໍ່ໄດ້ໃຊ້ໄຟຈັ່ງຊີ້ນ່າ ແລ້ວເພິ່ນມີຂໍ້ກຳນົດ ໃຫ້ພະນັກງານ."

ທ່ານໄດ້ກ່າວຕື່ມວ່າ ຖ້າຜູ້ໃຊ້ໄຟຟ້າແຈ້ງບັນຫາກ່ຽວກັບ ການນັບເລກໝໍ້ໄຟໄປຫາ ສູນບໍຣິການສາຍດ່ວນ 1199 ຫລື ສາຂາຕ່າງໆ ແຕ່ບໍ່ໄດ້ຮັບການແກ້ໄຂ ຫຼື ຊີ້ແຈງຄືນພາຍໃນ 7 ວັນກໍຈະຖືວ່າຜູ້ໄດ້ຮັບແຈ້ງ ຫຼື ພາກສ່ວນທີ່ກ່ຽວຂ້ອງ ມີຄວາມຜິດເຊັ່ນກັນ. ເຊິ່ງ ຈະຖືກປະຕິບັດວິນັຍ ໃຫ້ປົດອອກຈາກການຈັດຕັ້ງ ໂດຍບໍ່ໄດ້ຮັບຄ່າຊົດເຊີຍໃດໆ ສ່ວນຫົວໜ້າຊີ້ນໍາ ໃນຂັ້ນຖັດໄປຈະຖືກໂຈະການ ເລື່ອນຂັ້ນເງິນເດືອນ 1 ຄັ້ງ.

ກ່ຽວກັບເຣື່ອງນີ້ຊາວລາວຫຼາຍຄົນ ເຫັນວ່າບໍ່ແມ່ນເຣື່ອງງ່າຍ ທີ່ຈະແກ້ໄຂບັນຫານີ້ ເພາະວ່າ ເປັນບັນຫາທີ່ເກີດຂຶ້ນມາດົນແລ້ວ. ຖ້າໄລ່ພະນັກງານ ຜູ້ນີ້ອອກຜູ້ເຂົ້າມາໃໝ່ອາດຈະ ເຮັດຜິດຄືກັນ ດີແທ້ຄວນແກ້ບັນຫາດ້ວຍການໃຫ້ ພະນັກງານຜູ້ຈົດເລກໝໍ້ໄຟ ຕ້ອງເອີ້ນເຈົ້າຂອງເຮືອນ ອອກໄປເບິ່ງທຸກຄັ້ງ ທີ່ມີການຈົດເລກໝໍ້ນັບໄຟ ຈຶ່ງຈະສົມເຫດສົມຜົລກວ່າ. ດັ່ງຊາວລາວທ່ານນຶ່ງໄດ້ ກ່າວວ່າ:

"ກະບໍ່ຊ່າງຊິຕັດສີນເດີ້ ໂຕນີ້ນິ ເພິ່ນມາຈົດກະບໍ່ຢາກຄັກປານໃດຫັ້ນແຫລະ. ເວລາເພິ່ນມາຈົດຫັ້ນນ່າເພິ່ນຈະບໍ່ແຈ້ງຈົດມື້ໃດເຮົາກະ ບໍ່ຮູ້ອີກ. ຢາກເພີ່ມໂຕທີ່ວ່າຜູ້ຈົດ ກະມີແຕ່ວ່າ ຖ້າເວລາມາຫັ້ນໃຫ້ພະນັກງານຫັ້ນເອີ້ນໄປເບິ່ງ ນຳກັນຈັ່ງຊີ້ຫັ້ນນ່າຖ້າວ່າຢາກແກ້ໄຂ ໂຕນັ້ນ."

ໃນຂນະທີ່ຊາວລາວ ອີກຄົນນຶ່ງເຫັນວ່າການໄລ່ ພະນັກງານທີ່ເຮັດຜິດພາດ ໃຫ້ອອກຈາກວຽກນັ້ນບໍ່ແມ່ນ ການແກ້ໄຂບັນຫາທີ່ຕົ້ນ ເຫດ, ເນື່ອງຈາກການເຮັດວຽກອາດຈະເກີດຂໍ້ຜິດ ພາດຂຶ້ນໄດ້ ເຊິ່ງຕົນເອງເຫັນວ່າພາກສ່ວນ ທີ່ກ່ຽວຂ້ອງຄວນມີການຕັກເຕືອນ ຫລື ບໍ່ອົບຮົມ ຕໍ່ພະນັກງານທີ່ເຮັດຄວາມຜິດພາດ ເປັນເທື່ອທຳອິດ. ດັ່ງຍານາງໄດ້ກ່າວວ່າ.

"ເຣື່ອງເຮັດວຽກເນາະ ມັນກໍມີຂໍ້ຜິດພາດຫັ້ນນ່າ ມັນກະບໍ່ແມ່ນທັງໝົດເນາະ. ປົດອອກຫລືໄລ່ອອກອີ່ຫຍັງນີ້ນ່າ ມັນກໍຮ້າຍແຮງໂພດ ຫັ້ນນ່າ. ມັນຫາກຊິມີດອກ ບ່ອນຜິດພາດຫັ້ນນ່າ. ເພາະວ່າມັນຫລາຍຄົນເຮັດວຽກຫັ້ນນ່າ ເພິ່ນກະຕ້ອງມີການກ່າວເຕືອນກັນເນາະ."

ສ່ວນຊາວລາວອີກທ່ານນຶ່ງໄດ້ກ່າວວ່າ ເຫັນດີແລ້ວການລົງໂທດພະນັກງານ ທີ່ຖືເບົາຕໍ່ການເຮັດວຽກດ້ວຍການ ໃຫ້ອອກຈາກວຽກ ຍ້ອນການເຮັດຜິດພາດ ຂອງພະນັກງານດັ່ງກ່າວ ໄດ້ສ້າງຄວາມເດືອດຮ້ອນ ແກ່ຜູ້ໃຊ້ໄຟຟ້າອີກທັງເປັນການສ້າງຄວາມເຊື່ອມເສັຽ ໃຫ້ແກ່ຣັຖວິສາຫະກິຈໄຟຟ້າລາວ.

ໃນຂນະດຽວກັນ ເມື່ອວັນທີ 27 ພຶສພາ ທີ່ຜ່ານມານີ້ ຣັຖວິສາຫະກິຈນໍ້າປະປາ ນະຄອນຫຼວງວຽງຈັນ ໄດ້ອອກຂໍ້ຕົກລົງວ່າດ້ວຍ ການປະຕິບັດນະໂຍບາຍຫຼຸດຜ່ອນຄ່ານໍ້າປະປາ 5% ໃຫ້ແກ່ຜູ້ໃຊ້ນໍ້າປະປາ ປະເພດຄົວເຮືອນທັງໝົດ 3 ເດືອນ ນັບຕັ້ງແຕ່ເດືອນ ມິຖຸນາ ຫາ ເດືອນສິງຫາ ປີນີ້ ແລະ ຜ່ອນຜັນການສຳຮະໜີ້ ຄ່ານໍ້າປະປາ ອອກໄປຕື່ມ ຈາກ 2 ເດືອນເພີ່ມເປັນ 3 ເດືອນ, ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈນໍ້າປະປາ ນະຄອນຫລວງວຽງຈັນ ໄດ້ກ່າວວ່າ:

"ຕາມໃບແຈ້ງການເພິ່ນວ່າ ຈັ່ງຊັ້ນສະເພາະປະເພດນຶ່ງເດີ້ ຄົນທີ່ວ່າໃຊ້ໃນຄົວເຮືອນ ຫັ້ນນ່າມີ 3 ເດືອນນ່າ ຮອດເດືນສິງຫານ່າ ເດືອນ 6 ເດືອນ 7 ເດືອ 8."

ທາງດ້ານຜູ້ໃຊ້ນໍ້າປະປາ ຄົວເຮືອນຫຼາຍຄົນ ກໍເຫັນວ່າການຫລຸດຜ່ອນຄ່ານໍ້າປະປາ ພຽງແຕ່ 5% ເປັນອັດຕຣາທີ່ໜ້ອຍເກີນໄປ. ດີແທ້ຢາກໃຫ້ຫຼຸດຫລາຍກວ່ານັ້ນ ແລະ ຂຍາຍເວລາ ໄປຈົນຮອດທ້າຍປີນີ້ ເພື່ອເປັນການຫຼຸດຜ່ອນຣາຍຈ່າຍ ຂອງຊາວບ້ານໃນ ໄລຍະທີ່ຂາດຣາຍໄດ້. ດັ່ງຊາວລາວທ່ານນຶ່ງໄດ້ກ່າວວ່າ.

"5% ນີ້ກະໜ້ອຍຫັ້ນແຫຼະ ເຮົາບໍ່ໄດ້ເຮັດເລີຍເດ້ ຍາມນີ້ມີແຕ່ໃຊ້ໃນຄອບຄົວເຮົາທັມມະດາ ໄທເຮົາກະຍັງເສັຽປົກກະຕິ. ຖ້າເບິ່ງ ເດືອນນີ້ໄປເດືອນ 5 ກະຢາກໃຫ້ຂັ້ນເທິງ ເບິ່ງໄປໝົດປີພຸ້ນແຫຼະ ເພາະວ່າໂຄວິດມີການຣະບາດຢູ່ຫັ້ນ."

ຊາວລາວອີກທ່ານນຶ່ງ ກໍເຫັນວ່າການຫຼຸດຄ່ານໍ້າປະປາພຽງແຕ່ 5% ຖືວ່າໜ້ອຍຫຼາຍ ຄັນທຽບໃສ່ຣາຍໄດ້ຂອງຊາວບ້ານໃນໄລຍະນີ້. ເຊິ່ງຢາກໃຫ້ພາກສ່ວນກ່ຽວຂ້ອງ ມີການພິຈາຣະນາ ຫາມາຕການຫຼຸດຄ່ານໍ້າປະປາ ຕື່ມອີກ. ດັ່ງທ່ານກ່າວວ່າ.

"5% ກະວ່າໜ້ອຍຫັ້ນແຫຼະຄັນຫຼຸດຫຼາຍກະດີ  2 ເດືອນ ຕະກີ້ນິເດືອນ 3 ກັບເດືອນ 4 ນີ້ເສັຽຢູ່ປະມານ 600 ບາດຈ່າຍໄປແລ້ວ."

ເຖິງຢ່າງໃດກໍຕາມ ສຳລັບຜູ້ປະກອບການ ທຸຣະກິຈອື່ນໆ ເປັນຕົ້ນໂຮງແຮມ, ເຮືອນພັກ ຮວມໄປເຖິງໂຮງງານ ອຸດສາຫະກັມທົ່ວໄປ ບໍ່ໄດ້ຮັບການຫຼຸດຜ່ອນ ຄ່ານໍ້າປະປາ ຕາມຂໍ້ຕົກລົງ ດັ່ງກ່າວແລະຍັງເສັຍຄ່ານໍ້າ ຕາມປົກກະຕິ. ສ່ວນໃນອະນາຄົດຈະມີມາຕການ ຫຼຸດຜ່ອນ ຄ່ານໍ້າປະປາ ຕໍ່ບັນດາເຈົ້າຂອງຜູ້ປະກອບການ ຫຼືບໍ່ ນັ້ນຕອ້ງລໍຖ້າໃຫ້ ພາກສ່ວນກ່ຽວຂ້ອງຊີ້ ແຈງຕື່ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ນາງຫລ້າ
Jun 01, 2021 01:51 AM

ບ້ານຂ້ອຍກະມີບັນຫາຄ່າສູງຜິດປົກະຕິເດືອນ5, ຂ້ອຍໄດ້ຕິດຕໍ່ໄປຫາຫນ່ວຍງານ 1199 ໄດ້ 4ມື້ແລ້ວ ແຕ່ກະຍັງບໍ່ເຫັນທີມງານເພີ່ນຕິດຕໍ່ມາ ຂ້ອຍມອດເບັກເກີ້ໃຫຍ່ຂອງໄຟທີ່ໃຊ້ຢູ່ເຮືອນ5 ແຕ່ວ່າຢູ່ຫມໍ້ໄຟຟ້າພັດຍັງຫມູນໄວຄືມີຄົນໃຊ້ຢູ່. ຂ້ອຍຄວນເຮັດແນວໃດ?