ເສຖກິດລາວພັທນາ ແບບບໍ່ ຍືນຍົງ: ທ່ານ ເຢັຽປາວເຮີ
2018.05.02
ໃນກອງປະຊຸມປະຈຳເດືອນ ຂອງຣັຖບານທີ່ແຂວງຫົວພັນ ເມື່ອເດືອນຜ່ານມາ ທ່ານ ຈະເລີນ ເຢັຽປາວເຮີ ໂຄສົກຂອງຣັຖບານ ກ່າວວ່າ, ການຂຍາຍຕົວ ຂອງເສຖກິສລາວ ແມ່ນອາໃສ ທາງດ້ານຊັພຍາກອນທັມຊາດ ຊຶ່ງມັນບໍ່ແມ່ນການພັທນາແບບຍືນຍົງ.
ພື້ນຖານການຂຍາຍຕົວ ດ້ານເສຖກິສ ແມ່ນການຂຸດຄົ້ນແຫລ່ງຊັພຍາກອນທັມຊາຕ ໂດຍສະເພາະການພັທນາ ໄຟຟ້າພລັງນໍ້າ. ດັ່ງນັ້ນ ໃນໄລຍະຍາວ ຣັຖບານຕ້ອງເອົາໃຈໃສ່ ໃນການພັທນາແບບຍືນຍົງ ໂດຍປ່ຽນຈາກ ການຂຸດຄົ້ນແຫລ່ງທັມຊາດ ພຽງຢ່າງດຽວນັ້ນໃຫ້ມາ ເປັນການສົ່ງເສີມການຜລິດ ແລະສ້າງຣາຍຮັບ ຈາກການຜລິດ ເພື່ອຊ່ວຍໃຫ້ການພັທນາແບບຍືນຍົງ ໃຫ້ມີຄວາມໝັ້ນຄົງ.
ອີງຕາມທະນະຄານພັທນາເອເຊັຍ ໄດ້ໃຫ້ການຊ່ອຍເຫລືອ ເພື່ອສົ່ງເສີມການກະສິກັມ ເພື່ອເປັນການສ້າງຣາຍຮັບໃຫ້ກັບ ປະຊາຊົນລາວ ພ້ອມທັງ ເປັນຮູປແບບການພັທນາທີ່ເໝາະສົມ ຊຶ່ງຈະຍົກລະດັບຣາຍໄດ້ ຂອງປະຊາຊົນ ແລະ ສາມາດແກ້ໄຂ ຄວາມທຸກຍາກ.
ທ່ານ ຈະເລີນ ເຢັຽປາວເຮີ ກ່າວຕື່ມວ່າ ສີ່ງທີ່ທ້າທີ່ໃຫຍ່ຫລວງ ຂອງຣັຖບານອີກຢ່າງນຶ່ງກໍ່ຄື ໜີ້ຫລາຍເກີນໄປ ຊຶ່ງ ໃນຫລາຍປີຜ່ານມາ ຍັງເປັນບັນຫາທີ່ບໍ່ສາມາດແກ້ໄຂໄດ້.
ໂດຍອີງຕາມຂໍ້ມູນ ຂອງອົງການກອງທຶນສາກົນ ຫລື IMF ຣາຍງານວ່າ ລະດັບໜີ້ສາທາລະນະ ຂອງລາວແມ່ນເພີ່ມຂຶ້ນ ຈາກ 58,5% ຂອງ GDP ມາເປັນ 61,1% ໃນປີ 2017. ໃນປີ 2018 ເພີ່ມຂຶ້ນເປັນ 65,3% ແລະໃນປີ 2019 ຄາດວ່າຈະເພີ່ມຂຶ້ນເປັນ 65,9%.
ທະນາຄານໂລກອອກບົດຣາຍງານ ໃນປີ 2017 ວ່າຜົນສຳເລັດຂອງການເຕີບແບບຍືນຍົງ ແລະໝັ້ນຄົງ ແມ່ນຮຽກຮ້ອງໃຫ້ ຂແນງການ ພາກເອກຊົນຕ້ອງເຂັ້ມແຂງ. ໃນຊຸມປີຜ່ານມາການຂຍາຍໂຕຂອງ GPD ຂອງລາວຊ້າລົງ ຊຶ່ງຊີ້ບອກເຖິງຂໍ້ຈຳກັດຂອງ ການຂຍາຍໂຕ ທີ່ນຳໃຊ້ແຫລ່ງຊັພຍາກອນ ທັມມະຊາດ ແລະ ການນໍາໃຊ້ງົບປະມານ ນອກແຜນ.