ລາວຈະຂຸດຄໍາບໍ່ໃໝ່

ທາງການ ລາວ ເລີ້ມຂຸດຄຳ ໃນບໍ່ ແຫ່ງໃຫມ່ ທາງ ພາກເຫນືອ ຫລັງຈາກ ແຮ່ຄຳ ທີ່ ບໍ່ ເຊໂປນ ຫລຸດລົງ.

ການຂຸດຄົ້ນ ບໍ່ຄໍາບໍ່ເງີນ ຂອງບໍຣິສັດ ແພນອອສທ໌ ຢູ່ບ້ານ ຫ້ວຍຊາຍ ທີ່ໄດ້ເລີ້ມ ການຜລິດ ມາແຕ່ກາງເດືອນ ເມສາ ປີ 2012. panaust

 

ບໍຣິສັດແຟນອອສ-ລາວ ຊື່ງເປັນບໍຣິສັດລູກຂອງແພນອອສເຕຣ ເລັຽ RESOURCE ຈຳກັດ ໄດ້ປະກາດແຜນ ຈະຂຸດຄຳ ໃນເນື້ອ ທີ່ສຳປະທານໃນສອງແຂວງພາກເຫນືອຂອງລາວ ໃນປາຣີມານ ຣະຫວ່າງ 1 ແສນ 6 ຫມື່ນ ຫາ 1 ແສນ 6 ຫມື່ນ 5 ອາວສ໌ ຫລືປະມານ 4,535 ຫາ 4,677 ກິໂລກຣາມໃນປີ 2014 ນີ້.

ບໍຣິສັດດັ່ງກ່າວຍັງຄາດການວ່າ ຈະສາມາດຜລິດແຮ່ທາດເງີນ ໄດ້ ອີກປະມານ 1 ລ້ານ 2 ແສນອາວສ໌ ແລະແຮ່ທາດທອງແດງປະ ມານ 65-70 ພັນຕັນ ສຳນັກຂ່າວສານ ປະເທດລາວ ລາຍງານທີ່ ອ້າງຕາມຄຳເວົ້າ ຂອງທ່ານ ຣີຊາດ ເທເລີ ຜູ້ຈັດການໃຫຍ່ ຝ່າຍ ກິຈການ ພາຍນອກ ຂອງບໍຣິສັດ ແຟນອອສ.

ບໍຣິສັດແຟນອອສ-ລາວ ເປັນຜູ້ຖືຫຸ້ນໃຫຍ່ 90% ໃນບໍຣິສັດ ບໍ່ ແຮ່ພູເບັ້ຽ ຊື່ງເປັນເຈົ້າຂອງ ສຳປະທານ ເນື້ອທີ່ສຳຣວດແລະຂຸດ ຄົ້ນ ແຮ່ທາດ ກວ່າ ສອງພັນຕາຕຣາງ ກິໂລແມັດ ທີ່ກວມເອົາ ແຂວງວຽງຈັນ ແຂວງຊຽງຂວາງ ແລະແຂວງໃຫມ່ ໄຊສົມບູນ.

ໃນປັດຈຸບັນ ບໍຣິສັດ ພູເບັ້ຽມາຍນິງ ຣີຊອດ ໄດ້ເປີດການດຳເນີນງານ ຂຸດຄົ້ນ ແຮ່ທາດແລ້ວ ໃນ 4 ຈຸດໄດ້ແກ່ ບໍ່ພູເບັ້ຽ ພູຄຳ ບໍ່ບ້ານ ຫ້ວຍຊາຍ ແຂວງວຽງຈັນ ກັບແຂວງໄຊສົມບູນ ແລະ ບໍ່ໂພນສວັນ ແຂວງຊຽງຂວາງ ຄາດວ່າ ຈະມີແຮ່ທາດ ຢ່າງຫລວງຫລາຍ ໃນ ເນື້ອທີ່ດັ່ງກ່າວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org