ລາວຕັ້ງໃຈຈະເປັນໝໍ້ໄຟ ແຫ່ງ ອາຊຽນ
2014.06.10

ໃນວັນທີ 9 ມິຖຸນາ ດຣ. ບຸນທະວີ ສີສຸພັນທອງ, ຮອງ ຣັຖມົນຕຣີ ກະຊວງ ແຜນການ ແລະ ການ ລົງທຶນ ໄດ້ຢ້ຳ ໃນ ກອງປະຊຸມ ສຳມະນາ ດ້ານ ເສຖກິດ ທີ່ຈັດຂຶ້ນ ຮ່ວມ ກັບ ທະນາຄານ ໂລກ, ສະຫະພາບ ຢຸໂຣບ, ອົງການ ສະຫະ ປະຊາຊາດ ໃນ ນະຄອນ ຫຼວງ ວຽງຈັນ ວ່າ ສປປລາວ ຍັງມຸ້ງໝັ້ນ ໃນການ ເປັນ ໝໍ້ໄຟ ແຫ່ງ ອາຊຽນ ໃນ ການ ພັທນາ ປະເທດ ເພາະເປັນ ວິທີທີ່ໄວ ໃນການ ສ້າງຣາຍຮັບ ໃຫ້ແກ່ ປະເທດຊາດ ແລະວ່າ ການລົງທຶນ ສ້າງເຂື່ອນ ໄຟຟ້າ ເປັນ ທາງເລືອກ ທີ່ດີ ແລະໄວ ໃນການ ພັທນາ ເສຖກິດ ແລະ ສັງຄົມ ຂອງ ສປປລາວ.
"ເຮົາຕ້ອງເປັນ ປະເທດ ແບັດເຕີຣິ້ ຂອງ ກຸ່ມອາຊຽນ ປີ 2020 ໃຫ້ມັນ ອອກສາ ຈາກ LDC (least developed country) ປີ 2030 ໃຫ້ມັນ ອອກສາ ຈາກອັນນັ້ນ. ອັນນີ້ ແມ່ນເຮົາ ປູກຈິດ ສຳນຶກເຮົາ, ອັນໃດ ທີ່ ມັນມີມາ ໃຫ້ເຮົາກ່ອນ ທີ່ ມັນສະດວກ ແລະ ໄວແມ່ນເຮົາ ເອົາກ່ອນ".
ທ່ານກ່າວ ຕື່ມວ່າ ລາວ ຍັງຈະສືບຕໍ່ ສູ້ຊົນ ສ້າງເຂື່ອນ ໄຟຟ້າ ແຫ່ງຕ່າງໆ ຕາມທີ່ໄດ້ ວາງແຜນໄວ້ ກ່ອນໜ້ານີ້ ແລະ ແຜນ ພັທນາ ເສຖກິດ ສັງຄົມ ແຫ່ງຊາດ ຄັ້ງທີ 8 ຄື ຣະຫວ່າງ ປີ 2016-2020.
ແມ່ນຍັງ ຈະສືບຕໍ່ ສ້າງເຂື່ອນ ໄຟຟ້າ ເພື່ອການ ພັທນາ ເສຖກິດ ແລະ ເພື່ອຫຼຸດຜ່ອນ ຄວາມທຸກຍາກ ຂອງ ປະຊາຊົນ ແລະ ຄ້ຳປະກັນ ໃຫ້ລາວ ຫຼຸດພົ້ນ ຈາກການ ເປັນ ປະເທດ ດ້ອຍພັທນາ ພາຍໃນ ປີ 2020.
ໃນຂະນະ ດຽວກັນ ອົງການ ອາຫານ ແລະ ການ ກະເສດ ຫຼື FAO ກໍຣາຍງານ ວ່າ ໂຄງການ ພັທນາ ຂນາດກາງ ແລະ ຂນາດໃຫຍ່ ຂອງ ພາກລັຖ ໂດຽສະເພາະ ແມ່ນ ການປູກໄມ້ ອຸດສາຫະກັມ, ການຂຸດຄົ້ນ ບໍ່ແຮ່ ແລະ ການສ້າງເຂື່ອນ ແຫ່ງຕ່າງໆ ກຳລັງ ເປັນໄພ ຂົ່ມຂູ່ ຕໍ່ການ ສູນເສັຍ ທີ່ດິນ ກະສິກັມ ແລະ ການສູນເສັຍ ແຫຼ່ງ ອາຫານ ຂອງ ປະຊາຊົນ ໃນເຂດ ຫ່າງໄກ ສອກຫຼີກ ຊຶ່ງ ສ່ວນໃຫຍ່ ແລ້ວແມ່ນ ອາສັຍ ທຳມະຊາດ ໃນການ ດຳລົງ ຊີວິດ ເປັນຫຼັກ ຈຶ່ງ ຢາກແນະນຳ ໃຫ້ ຣັຖບານລາວ ຣະມັດ ຣະວັງ ໃນການວາງ ນະໂຍ ບາຍ ການນຳໃຊ້ ຊັພຍາກອນ ທຳມະຊາດ.