ເມື່ອວັນທີ 30 ມິນາ ຜ່ານມາປະຊາຊົນປະມານ 40 ຄົນ ຢູ່ບ້ານສົງເປືອຍເໜືອແລະສົງເປືອຍໃຕ້ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ພາກັນ ໄປໂຮມຊຸມນຸມ ຢູ່ຕໍ່ໜ້າສະຖາບັນການເງິນ ຈຸລພາກ ຂໍຖອນເງີນຄືນ ແຕ່ຖອນບໍ່ໄດ້. ດັ່ງ ປະຊາຊົນທີ່ ຝາກເງິນກັບສະຖາບັນ ການເງິນແຫ່ງນີ້ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 2 ເມສາ ນີ້ວ່າ:
"ຊ່ວງນີ້ຂະເຈົ້າຖອນເງິນບໍ່ໄດ້ ເງິນບໍ່ເຂົ້າ ຂະເຈົ້າໄດ້ໄປຮ່ວມປະຊຸມ ມື້ວັນສຸກນັ້ນ ວັນທີ 30 ຫົວໜ້າ ສະຖາບັນເພິ່ນຊິເອົາເງິນມາຖອກ ແລ້ວກາເລີຍບໍ່ໄດ້ ກະເລີຍມີປັນຫາ ຜູ້ແບບວ່າຝາກມີກຳນົດ ຝາກປະຢັດເປັນຣາຍວັນຫັ້ນນ່າ."
ສ່ວນສະຖາບັນການເງິນ ຈຸລພາກ ເພື່ອການພັທນາ ກໍໃຫ້ເຫດຜົນວ່າ ປະຊາຊົນທີ່ຖອນເງິນ ບໍ່ໄດ້ໃນມື້ດັ່ງກ່າວ ຍ້ອນສະຖາບັນມີບັນຫາ ການເງິນ ເນື່ອງຈາກມີລູກຄ້າ ກູ້ຢືມເງິນໄປຫຼາຍກ່ອນໜ້ານີ້ ແລະມີຂ່າວໃສ່ຮ້າຍປ້າຍສີ ແນວບໍ່ດີຕໍ່ສະຖາບັນ ຈຶ່ງມີລູກຄ້າ ມາຖອນເງິນ ອອກຫຼາຍເກິນໄປ. ດັ່ງ ທ່ານ ສົມຈິດ ບູນເຫລື່ອມ ຜູ້ອຳນວຍການ ສະຖາບັນການເງິນ ຈຸລພາກ ກ່າວຕໍ່ ວິທຍຸເອເຊັຍເສຣີ ວ່າ:
"ບັນຫາທີນຶ່ງກະໃນສະພາບປັັດຈຸບັນ ຜູ້ຢືມເງິນ ກູ້ເງິນໄປເຮັດການຜລິດນະ ເກັບໜີ້ຫັ້ນບໍ່ໄດ້ຕາມ ແຜນເນາະ ເກັບໜີ້ເງິນກູ້ຈາກລູກຄ້າ ຫັ້ນນະ, ອັນທີສອງກະມັນມີຂະບວນທີ່ໃສ່ຮ້າຍປ້າຍສີ ຫັ້ນແລ້ວ ວ່າປະທານເອົາເງິນໜີໄປຢູ່ຕ່າງປະເທດ ໃຜມີເງິນຝາກ ກະໃຫ້ໄປຖອນ."
ທ່ານກ່າວຕື່ມວ່່າ ທາງສະຖາບັນຈະເປີດໃຫ້ລູກຄ້າມາຖອນເງິນໃນໄວໆນີ້ ແລະຈະຈ່າຍໄປເລື້ອຍໆ ຊ້າສຸດບໍ່ໃຫ້ກາຍວັນທີ 25 ເມສາ ນີ້ ຊຶ່ງຢືນຢັນວ່າ ທາງສະຖາບັນ ມີເງິນພຽງພໍຈະໃຫ້ລູກຄ້າ ມາຖອນອອກໄປ ຕາມຄວາມຕ້ອງການ ແລະ ຢ່າໄປເຊື່ອຂ່າວ ຜູ້ບໍ່ຫວັງດີ ທີ່ ສ້າງຂ່າວມາໂຈມຕີ.
ສະຖາບັນການເງີນ ຈຸລພາກ ເລີ້ມສ້າງຕັ້ງ ແຕ່ວັນທີ 19 ກໍຣະກະດາ 2001 ເປີດມາແລ້ວ 16 ປີ ບໍຣິການເງິນ ຝາກ-ຖອນ ແລະກູ້ຢືມ. ສຳລັບຈຳນວນລູກຄ້າ ບໍ່ໄດ້ເປີດເຜີຍ ຂໍ້ມູນວ່າມີເທົ່າໃດ.