ເສັ້ນຣະດັບຄວາມທຸກຍາກ ຢູ່ລາວ
2015.12.16
ຈຳນວນ ພົລເມືອງລາວ ທີ່ ທຸກຍາກ ຫລຸດລົງ ຫຼາຍ ເພາະ ຣັຖບານ ສປປລາວ ໃຊ້ ມາຕຖານ ຄິດໄລ່ ເສັ້ນຣະດັບ ຄວາມທຸກຍາກ ຕ່ຳກວ່າ ມາຕຖານ ຂອງ ສາກົນ. ທາງການ ລາວ ແບ່ງ ປະຊາຊົນ ທີ່ ທຸກຍາກ ອອກເປັນ 2 ຣະດັບ ຄື ໃນ ຊົນນະບົດ, ຜູ້ມີຣາຍໄດ້ ບໍ່ເຖິງ 184,000 ກີບ ຕໍ່ຄົນ ຕໍ່ເດືອນ ນັ້ນຖືວ່າ ທຸກຍາກ. ໃນ ຕົວເມືອງ ຜູ້ມີຣາຍໄດ້ ບໍ່ເຖິງ 244,000 ກີບ ຕໍ່ຄົນ ຕໍ່ເດືອນ ນັ້ນຖືວ່າ ທຸກຍາກ. ແຕ່ ທະນາຄານ ໂລກ ໃຊ້ ມາຕຖານ ຂອງ ສາກົນ ທີ່ ສູງກວ່າ ນັ້ນ ຄື 463,000 ກີບ ຕໍ່ຄົນ ຕໍ່ເດືອນ - ຕາມ ການເປີດເຜີຍ ຂອງ ເຈົ້າຫນ້າທີ່ ຫ້ອງການ ກໍ່ສ້າງ ຮາກຖານ ແລະ ພັທນາ ຊົນນະບົດ ຮອບດ້ານ ຂອງລາວ ໃນ ວັນທີ 14 ທັນວາ 2015 ນີ້:
“ເປັນ ມາຕຖານ ເລີຍຕົວນີ້ 184,000 ຕໍ່ຄົນ ຕໍ່ເດືອນ ຫລຸດນີ້ ຖືວ່າ ເປັນທຸກຍາກ ຢູ່ໃນ ຊົນບົດ, ແຕ່ວ່າຢູ່ ໃນຕົວເມືອງ ຖ້າຫລຸດ 244,000 ກີບ ຕໍ່ຄົນ ຕໍ່ເດືອນ ຖືວ່າ ເປັນທຸກຍາກ, ເອົາຕົວນີ້ ເປັນມາຕຖານ ຂອງ ທົ່ວ ປະເທດ”.
ທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດ ກ່າວໃນ ພິທີ ສລອງ ວັນຊາດ ທີ 2 ທັນວາ 2015 ວ່າ ປັຈຈຸບັນ ຈຳນວນ ຄອບຄົວ ທຸກຍາກ ໃນ ສປປລາວ ຍັງເຫລືອ 6.5 ສ່ວນຮ້ອຍ ໃນຂນະທີ່ ອົງການ ເພື່ອ ການພັທນາ ຂອງ ສະຫະ ປະຊາຊາດ ຫຼື UNDP ຣາຍງານວ່າ ຍັງຢູ່ ທີ່ 20.5 ສ່ວນຮ້ອຍ. ໂຕເລກ ບໍ່ກົງກັນ ຄືແນວນັ້ນ ແມ່ນ ເປັນຍ້ອນວ່າ ຣັຖບານ ລາວ ໃຊ້ ມາຕຖານ ການຄິດໄລ່ ຕ່ຳກວ່າ ມາຕຖານ ຂອງ ສາກົນ ເຮັດໃຫ້ ຕົວເລກ ຄອບຄົວ ທຸກຍາກ ມີ ຫນ້ອຍ.
ຢ່າງໃດ ກໍຕາມ ກ່ຽວກັບ ເຣຶ່ອງນີ້ ເອເຊັຽ ເສຣີ ໄດ້ຖາມໄປທາງ ແຂວງ ຜົ້ງສາລີ, ໄດ້ຮັບ ຄໍາຕອບ ຈາກ ເຈົ້າຫນ້າທີ່ ແຂວງວ່າ ປີນີ້ ຈຳນວນ ຄອບຄົວ ທຸກຍາກ ໃນແຂວງນີ້ ຍັງມີຫຼາຍ ກວ່າ 27 ສ່ວນຮ້ອຍ:
“2015 ນີ້ ມີແຕ່ ຄອບຄົວ ທຸກ ຢູ່ໃນ ສະຖິຕິ ຕົວນີ້ ປະມານ 27.2 ເປີເຊັນ”.
ສປປລາວ ຕັ້ງ ເປົ້າໝາຍ ເອົາໄວ້ວ່າ ຈະຫລຸດພົ້ນ ຈາກ ສະຖານະ ປະເທດ ດ້ອຍພັທນາ ທີ່ສຸດ ພາຍໃນ ປີ 2020 ແລະ ຈຳນວນ ຄອບຄົວ ທຸກຍາກ ໃນປີນີ້ ຈະຕ້ອງໃຫ້ ຍັງເຫລືອ ບໍ່ເກີນ 10 ສ່ວນຮ້ອຍ. ໝາຍຄວາມວ່າ ຕາມຄວາມ ເຂົ້າໃຈ ຂອງ ທາງການລາວ ແມ່ນ ບັນລຸ ເປົ້າໝາຍ ນີ້ ໄດ້ແລ້ວ ໂດຍໃຊ້ ມາຕຖານ ຄິດໄລ່ ຕໍ່າກວ່າ ມາດຕະຖານ ຂອງສາກົນ ນັ້ນເອງ.