ໜີ້ສິນສາທາຣະນະ ສປປລາວ ເພີ້ມຂຶ້ນ

ໄຊຍາ
2018.11.05
ນະຄອນຫຼວງວຽງຈັນ ສປປ ລາວ
RFA/SN

ສປປ ລາວ ມີໜີ້ສິນສາທາຣະນະ ເພີ້ມຂຶ້ນສູງກວ່າ 60% ອີງຕາມຂໍ້ມູນ ຂອງກະຊວງການເງິນໃນປີ 2017 – 2018 ລາວ ມີໜີ້ສິນ ສາທາຣະນະ 8,5 ຕື້ໂດລາ ສະຫະຣັຖ ແລະ ຄາດວ່າຈະເພີ້ມຂຶ້ນ ຢ່າງຕໍ່ເນື່ອງ, ດັ່ງເຈົ້າໜ້າທີ່ ສະຖາບັນຄົ້ນຄວ້າເສຖກິຈ ແຫ່ງຊາດ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ນີ້ວ່າ:

"ສຳລັບໂຕນີ້ເນາະ ເຮົາກໍຕິດຕາມຢູ່ ເພິ່ນກໍມີການກູ້ຢືມເພີ່ມເຕີມ ດ້ວຍອັດຕຣາຫລາຍເນາະ ເພື່ອມາລົງທຶນໃນໂຄງການ, ຕົວຢ່າງວ່າລົງທຶນ ສ້າງເຂື່ອນໄຟຟ້າເບາະ ກໍເປັນມູນຄ່າຫລາຍ ແຕ່ວ່າມັນມີຣາຍຮັບທີ່ສິໄປ ສຳຣະໜີ້ຂອງຕົວເອງໄດ້ຫັ້ນນ່າ ແຕ່ວ່າໂດຍລວມແລ້ວຫັ້ນ ການເພີ່ມຂຶ້ນຫັ້ນ ກໍເພີ້ມຂຶ້ນໄວເນາະ."

ທ່ານກ່າວຕື່ມວ່າ ປັດຈັຍສຳຄັນ ທີ່ເຮັດໃຫ້ໜີ້ສາທາຣະນະ ມີຈຳນວນເພີ່ມຂຶ້ນຢ່າງວ່ອງໄວ ຍ້ອນວ່າຣັຖບານ ກູ້ຢືມເງິນ ເພື່ອນໍາມາສ້າງ ໂຄງການພັທນາຕ່າງໆ ເປັນຕົ້ນ; ໂຄງການເຂດເສຖກິຈພິເສດ 12 ແຫ່ງ, ໂຄງການເຂື່ອນໄຟຟ້າ 40 ປາຍແຫ່ງ ແລະ ໂຄງການສ້າງທາງ ຣົດໄຟ ລາວ-ຈີນ:

"ແຕ່ວ່າຫລາຍໂຄງການຣັຖກໍບໍ່ໄດ້ລົງ 100% ເນາະ ຣັຖຈະລົງປະມານຢູ່ ຢ່າງໂຄງການເຮັດເຂື່ອນ ຣັຖຈະລົງແບບ Equity ສ່ວນໃດ ສ່ວນນຶ່ງຊື່ໆ ບໍ່ແມ່ນລົງ 100% ແຕ່ວ່າມັນເນື່ອງຈາກ ຫລາຍໂຄງການບວກກັນ ມັນກໍຈະເປັນຈຳນວນຫລາຍ ແຕ່ວ່າ, ບັນດາໂຄງການ ນັ້ນກໍມີ ຕລາດຮອງຮັບຢູ່ແລ້ວເນາະ ແຕ່ວ່າໃນຕໍ່ໜ້າອີກຫ້ັນນ່າ ມັນເປັນຄວາມເປັນຫ່ວງເປັນໃຍ ຍຸທສາດອີກຕໍ່ໜ້າ ອີກຫັ້ນນ່າ."

ໃນຂນະດຽວກັນອົງການ Tris Rating ຂອງປະເທດໄທ ຄາດການວ່າຫຼາຍໂຄງການ ທີ່ຣັຖບານລາວ ກູ້ຢືມເງິນມາລົງທຶນບໍ່ສາມາດ ໃຊ້ໜີ້ຄືນໄດ້ຄົບ ຕາມຈຳນວນ ແລະ ກຳນົດເວລາໄດ້. ປີນີ້ກໍເປັນປີ ທີ່ເຣີ້ມຕົ້ນໃຊ້ໜີ້ຄືນ ເງິນກູ້ຢືມ ໃຫ້ກັບອົງການ ຣະຫວ່າງປະເທດ.

ຜູ້ຊ່ຽວຊານທາງດ້ານການເງິນ ຂອງທະນາຄານໂລກ ປະຈຳ ສປປ ລາວ ເປີດເຜີຍວ່າ ຣັຖບານລາວຍັງຕ້ອງ ປະເຊີນກັບພາວະການເປັນໜີ້ ພາກຣັຖເພີ້ມຂຶ້ນ ຢ່າງຕໍ່ເນື່ອງ ທັງນີ້ໂດຍມີສາເຫດ ມາຈາກການກູ້ຢືມເງິນ ທັງພາຍໃນ ແລະ ຈາກຕ່າງປະເທດ ເພື່ອນຳມາໃຊ້ສຳລັບ ການດຸ່ນດ່ຽງ ທາງດ້ານງົບປະມານ ຣາຍຈ່າຍທີ່ສູງກວ່າ ຣາຍຮັບຂອງຣັຖບານລາວ ໃນແຕ່ລະປີ ໂດຍສະເພາະ ແມ່ນປີ 2016 ນັ້ນ ຖືເປັນປີທຳອິດ ທີ່ໜີ້ສິນຂອງຣັຖບານ ລາວ ມີມູນຄ່າລວມເກີນກວ່າ 60% ຂອງ GDP ແລະ ຄາດວ່າຈະເພີ້ມຂຶ້ນ ເປັນ 65.3% ຂອງ GDP ໃນປີ 2018 ແລະ ສູງກ່ວາ 66% ຂອງ GDP ໃນປີ 2019 ອີກດ້ວຍ.

ຜູ້ຊ່ຽວຊານຂອງທະນາຄານໂລກ ຣະບຸວ່າການກູ້ຢືມເງິນ ຈາກຕ່າງປະເທດ ນັບເປັນສາເຫດສຳຄັນ ທີ່ເຮັດໃຫ້ໜີ້ສິນ ຂອງຣັຖບານລາວ ເພີ້ມຂຶ້ນຢ່າງໄວວາໂດຍໃນປີ 2016 ຣັຖລາວມີໜີ້ຕ່າງປະເທດ ແລະໜີ້ພາຍໃນຄິດເປັນມູນຄ່າລວມເຖິງ 9 ຕື້ 550 ລ້ານໂດລາ ສະຫະຣັຖ ແລະ ເພີ້ມຂຶ້ນເປັນ 10 ຕື້ 530 ລ້ານໂດລາສະຫະຣັຖ ໃນປີ 2017, ສ່ວນປີ 2018 ກໍ່ຄາດວ່າຣັຖບານລາວ ຈະມີໜີ້ສິນເພີ້ມຂຶ້ນຫຼາຍກວ່າ 12 ຕື້ 104 ລ້ານໂດລາ ສະຫະຣັຖ ທັງຍັງຄາດໝາຍວ່າຈະເພີ້ມເປັນ 13 ຕື້ 491 ລ້ານໂດລາ ສະຫະຣັຖ ໃນປີ 2019 ຕາມຣໍາດັບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.