ທາງການລາວເລັ່ງກໍາຈັດ ຣົດເຖື່ອນ
2017.11.01

ໃນຣະຍະຫລັງໆມານີ້ ທາງການລາວໄດ້ ທຳການປາບປາມ ກຸ່ມນຳເຂົ້າຣົດເຖື່ອນ ຫລືຣົດທີ່ບໍ່ຖືກຕ້ອງຕາມກົດຫມາຍ ຢ່າງເຄັ່ງຄັດຍ້ອນຂາດ ລາຍໄດ້ຈາກການເກັບພາສີ ການນຳເຂົ້າຣົດ. ການກວດກາ ມີຂື້ນໃນຫຼາຍແຂວງ ເປັນຕົ້ນວ່າງຫລັງໆມານີ້ ກໍມີຢູ່ແຂວງຫຼວງນ້ຳທາ.
ທ່ານ ທອງຫລ້າ ອ່ອນລືໄຊ ຫົວຫນ້າກອງກວດກາພາສີ ແຂວງຫຼວງນ້ຳທາ ຄນະກັມມະການແກ້ໄຂການນຳເຂົ້າພາຫະນະ ທີ່ບໍ່ຖືກຕ້ອງຕາມ ກົດຫມາຍ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວໃນມື້ໃນທີ 17 ຕຸລາ ປີ 2017 ນີ້ວ່າ ເຈົ້າຫນ້າທີ່ກ່ຽວຂ້ອງ ສາມາດກວດພົບພາຫະນະ ທີ່ນຳເຂົ້າແບບ ບໍ່ຖືກຕ້ອງ ຕາມກົດຫມາຍ ຈຳນວນ 896 ຄັນ ໃນນັ້ນມີຣົດບັນທຸກ 29 ຄັນ ຣົດກະບະ 390 ຄັນຣົດເກັງ 362 ຄັນ ຣົດຈີບ 61 ຄັນ ຣົດຕູ້ 8 ຄັນ ຣົດຕຸກໆ 1 ຄັນ ແລະຣົດຈັກ 42 ຄັນ. ທາງການແຂວງ ກຳລັງສືບສວນກ່ຽວກັບເຣື້ອງນີ້ຢູ່.
ທີ່ແຂວງບໍຣີຄຳໄຊ ເຈົ້າຫນ້າທີ່ໄດ້ກວດພົບເຫັນ ແລະຍຶດຣົດຍົນ ນຳເຂົ້າແບບບໍ່ຖືກຕ້ອງ ຕາມກົດຫມາຍ ຈຳນວນ 647 ຄັນ ໃນປີນີ້ໃນນັ້ນ ມີຣົດຈັກ 473 ຄັນຣົດໃຫຍ່ 174 ຄັນຣົດສ່ວນໃຫຍ່ແມ່ນ ລັກເຂົ້າມາຈາກວຽດນາມ ໄທແລະຈີນ ແລ້ວເອົາມາປ່ຽນສະພາບ ແລະປອມແປງ ເອກສານ. ດັ່ງເຈົ້າຫນ້າທີ່ພາສີ ແຂວງບໍຣິຄຳໄຊ ທ່ານນຶ່ງ ກ່າວໃນມື້ວັນທີ 9 ຕຸລາ ນີ້ວ່າ:
"ສ່ວນຫລາຍຣົດມາຈາກວຽດນາມ ເພາະຂະເຈົ້າ ເຂົ້າມາຊື້ມາຂາຍ ພວກເຮົາກໍຈັບ ສົມມຸດວ່າ ຣົດຈັກນີ້ຂະເຈົ້າ ຈະຕິດປ້າຍວຽດນາມ ເຂົ້າມາແລ່ນເຄື່ອນໄຫວ ໃນບ້ານເຮົາ ບໍ່ໄດ້ແລ້ວເນາະ ຣົດປ້າຍ ວຽດນາມ ຣົດປ້າຍຫຍັງ ເຮົາກໍຈັບ ຣົດປະເພດນີ້ ມັນກໍບໍ່ມີສີດ ເຂົ້າມາ ຊົມໃຊ້ ແບບນີ້ເດ ແຕ່ຣົ້ດໃຫຍ່ ກໍຍັງມີປ້າຍ ມີຫຍັງ".
ທ່ານກ່າວຕື່ມວ່າ ຣົດທີ່ເອົາເຂົ້າມາແບບຜິດກົດຫມາຍ ຢູ່ແຂວງບໍຣິຄຳໄຊ ສຳລັບຣົດຈັກ 90% ແມ່ນມາຈາກວຽດນາມ ສ່ວນຣົດໃຫຍ່ນັ້ນ ສ່ວນໃຫຍ່ ແມ່ນມາຈາກໄທ ແລະຈີນ ໃນປັດຈຸບັນ ໄດ້ສອບສວນໄປແລ້ວ 127 ຄັນ ເປັນຣົດໃຫຍ່ 18 ຄັນ ແລະຣົດຈັກ 109 ຄັນ ສ່ວນເຫລືອຍັງບໍ່ທັນ ສອບສວນເທື່ອ ພຽງແຕ່ຍຶດໄວ້ ເພື່ອໃຫ້ເຈົ້າຂອງ ເອົາຫລັກຖານມາອ້າງອີງ ຖ້າບໍ່ມີຫລັກຖານ ຣົດດັ່ງກ່າວກໍຈະຖືກຍຶດ ເປັນຂອງຫລວງ.
ຍັງມີຫຼາຍແຂວງ ຍັງບໍ່ທັນກວດກາຣົດ ທີ່ບໍ່ຕ້ອງຖືກຕາມກົດຫມາຍ ເປັນຕົ້ນ ນະຄອນຫລວງວຽງຈັນ ແຂວງວຽງຈັນ ແຂວງຫຼວງພຣະບາງ ແລະແຂວງອື່ນໆ ໃນທົ່ວປະເທດ ຮ່ວມທັງໃນເຂດ ເສຖກິດພິເສດ ອົງການສາກົນ ແລະໂຄງການພັທນາເສຖກິດ ຂອງລາວຫຼາຍໂຄງການ ກໍສາມາດເອົາຣົດ ເຂົ້າມາລາວ ໂດຍບໍ່ຕ້ອງເສັຽພາສີ ໃຫ້ເຫດຜົລວ່າ ເອົາມາໃຊ້ໃນການ ປະຕິບັດວຽກງານ ແຕ່ເອົາເຂົ້າມາເກີນໂຕ ທີ່ທາງ ການກຳນົດໃຫ້ ແລະຣົຖບາງຈຳນວນ ກໍຖືກລັກເຂົ້າມາແລ້ວ ປ່ຽນສະພາບໃຫມ່.
ເຈົ້າຫນ້າທີ່ ທ່ານນີ້ກ່າວເພີ້ມວ່າ ວີທີການເອົາຣົດເຖື່ອນເຂົ້າມາລາວ ມີຫລາຍຮູບແບບ ສ່ວນໃຫຍ່ຈະເຮັດກັນ ເປັນຂະບວນການທີ່ມີ ເຈົ້າ ຫນ້າທີ່ທ້ອງຖິ່ນ ມີສ່ວນພົວພັນນຳ.
ວິທີ ທີນຶ່ງ ແມ່ນເອົາເຂົ້າ ມາໃຊ້ໃນຣາຊການ ເປັນຕົ້ນ ໃນກະຊວງຕ່າງໆ ຫ້ອງການຂອງຣັຖບານ ຫລືອົງການ ຣັດວິສາຫະກິດຕ່າງໆ ໃນລາວ ຫລືຫ້ອງການແຂວງ ແຕ່ລະແຂວງ ກໍສາມາດສັ່ງຣົດ ເຂົ້າມາ ໂດຍບໍ່ໄດ້ເສັຽສີ ແຕ່ສັ່ງເຂົ້າ ມາເກີນໂຄຕາ ທີ່ກຳນົດໃຫ້ ແລ້ວກໍ ເອົາໄປຂາຍ ຫລືປະມູນຂາຍ.
ວິທີ ທີສອງ ແມ່ນເຂດເສຖກິດພິເສດ ຕ່າງໆໃນລາວ ບໍຣີສັດລົງທຶນໃນເຂດດັ່ງກ່າວ ສາມາດສັ່ງຣົດເຂົ້າມາໃຊ້ ໃນວຽກງານ ຊື່ງການສັ່ງ ດັ່ງກ່າວ ກໍສັ່ງເກີນໂຄາ ທົ່ວປະເທດມີ 13 ເຂດເສຖກິດພິເສດ ແລະມີຫລາຍຮ້ອຍ ບໍຣີສັດ ຄາດວ່າ ມີຫລາຍພັນຄັນ ຖືກສັ່ງເຂົ້າມາໂດຍ ບໍ່ໄດ້ເສັຽພາສີ.
ວິທີ ທີສາມ ແມ່ນອົງການຊ່ອຍເຫລືອ ແລະອົງການສາກົນ ໃນລາວ ກໍສາມາດສົ່ງຣົດເຂົ້າມາ ປາສຈາການເສັຽພາສີ.
ແລະວິທີທີສີ່ ແມ່ນໂຄງການພັທນາ ຂອງຣັຖບານເປັນຕົ້ນ ໂຄງການສ້າງເຂື່ອນ ຂຸດຄົ້ນແຮ່ທາດ ປູກຢາງພາລາ ແລະອື່ນໆ ກໍສາມາດ ສັ່ງຣົດ ເຂົ້າມາໃຊ້ໃນ ການເຮັດວຽກ ປາສຈາກການເສັຽພາສີ ໃຫ້ຄິດວ່າ ໂຄງການເຫລົ່ານີ້ ມີຈັກໂຄງການ ໃນລາວ.
ສຸດທ້າຍ ແມ່ນບໍຣິສັດ ຮ່ວມຫົວກັນກັບເຈົ້າຫນ້າທີ່ຍານຍົນ ປອມແປງເອກສານ ພາກັນສັ່ງມາເກີນໂຄຕາເອງ ແລ້ວເອົາມາຂາຍ ແບ່ງກຳໄລ ກັນ ຣົດທີ່ນຳເຂົ້ານັ້ນສ່ວນໃຫຍ່ ຈະເປັນຣົດປະມູນຂາຍ ຣົດຖືກຕຳມາດັດສະພາບໃຫມ່ ແລ້ວຂາຍໃນຣາຄາເດີມ ຈາກກຸ່ມປະມູນ ຣົດຂາຍ ໃນຕ່າງປະເທດ. ສ່ວນເຫລືອ ແມ່ນຣົດລັກເຂົ້າມາ ສ່ວນໃຫຍ່ຈະໄທ ແລະວຽດນາມ ຫລືຈີນ.
ທ່ານ ທອງລຸນ ສີສຸລີດ ນາຍົກຣັຖມົນຕຣີລາວ ກໍໄດ້ອອກຄຳສັ່ງ ໃຫ້ຫນ່ວຍງານ ທີ່ກ່ຽວຂ້ອງ ແລະ ເຈົ້າຫນ້າທີ່ແຂວງ ທົ່ວປະເທດກວດກາ ຣົດເຖື່ອນຢ່າງເຂັ້ມງວດ ແລະໃຫ້ເລື່ອນເວລາ ໃຫ້ເຈົ້າຂອງຣົດ ທີ່ຖືກຍຶດ ກ່ອນຫນ້ານັ້ນ ເຂົ້າມາຊີ້ແຈງ ເອກສານ ຕໍ່ເຈົ້າຫນ້າທີ່ ບໍ່ໃຫ້ກາຍ ວັນທີ 1 ກັນຍາ 2017 ຖ້າຫາກວ່າ ເຈົ້າຂອງຣົດບໍ່ມາ ຣົດຄັນດັ່ງກ່າວ ຈະຕົກເປັນຂອງຣັດ. ດັ່ງເຈົ້າຫນ້າທີ່ ຣະດັບສູງ ກະຊວງການເງິນ ທ່ານນຶ່ງເວົ້າວ່າ:
"ຊ່ວງນີ້ເຂົາມັນໄປ ເຊືອກຫລາຍ ບໍ່ທັນໄດ້ຣົດລະ ຍັງມີເປົ້າຫມາຍກັນຕິດໆ ເຂົາກໍຍັງຕິດຕາມ ເອົາຂໍ້ມູນຢູ່ ຕົວເພິ່ນແຈ້ງການເພີ້ມຫັ້ນ ບໍ່ຫມາຍຄວາມວ່າ ໃຫ້ຢຸດເຊົາໄດ້ ເພິ່ນກໍມີແຕ່ວ່າ ເພິ່ນທະວີຕະຫລອດໄດ໋ ຫມາຍຄວາມວ່າເພິ່ນ ຕໍ່ເວລາໄປຮອດ ວັນທີ 1 ເດືອນ 9 ນີ້ ຫມາຍຄວາມວ່າ ໃຫ້ເຂົ້າມາເສັຽຕົວໃດ ທີ່ມີບັນຊີ ຢູ່ໃນລີສ ຕົວເກົ່າຫັ້ນ ຄັນເຂົາບໍ່ມາ ຖືວ່າເຂົາສິ ດຳເນີນການ ຣະບຽບກົດຫມາຍ".
ຄຳສັ່ງຂອງນາຍົກຣັຖມົນຕຣີ ສະບັບດັ່ງກ່າວ ຣະບຸວ່າ ຫນ່ວຍງານກ່ຽວຂ້ອງ ຕາມແຂວງຕ່າງໆ ຕ້ອງໄດ້ກວດກາ ຣົດເຖື່ອນທັງຫມົດ ທີ່ນຳເຂົ້າມາ ໃນປະເທດ ຊຶ່ງປັດຈຸບັນ ຄາດວ່າມີຢູ່ປະມານ 5 ພັນກວ່າຄັນ. ຖ້າພົບເຫັນ ຣົດຄັນໃດທີ່ບໍ່ມີ ເອກສານ ຖືກຕ້ອງ ຫຼືເປັນຣົດ ທີ່ນຳເຂົ້າມາຈາກ ປະເທດເພື່ອນບ້ານ ກໍຈະສົ່ງຄືນ ໃຫ້ເຈົ້າຂອງເຂົາ ໃນປະເທດ ດັ່ງກ່າວນັ້ນ. ຖ້າຣົດຄັນໃດມີ ເອກສານປອມ ທາງການ ກໍຈະຍຶດເປັນຂອງຣັດ. ແຕ່ຖ້າເຈົ້າຂອງຣົດ ຍັງຢາກໄດ້ຣົດ ດັ່ງກ່າວຄືນ ຕ້ອງໄປເຮັດຫນັງສື ໃຫ້ຖືກຕ້ອງ ແລະ ເສັຽພາສີອາກອນ ໃຫ້ຣັຖ ຮວມທັງຄ່າປັບໃຫມ.
ນາຍົກຣັຖມົນຕຣີ ແມ່ນໃຫ້ອຳນາດ ການປົກຄອງທ້ອງຖິ່ນ ກວດກາຣົດເຖື່ອນ ຢ່າງເຂັ້ມງວດ ເພາະມີຣົດເຖື່ອນ ເປັນຈໍານວນຫຼວງຫຼາຍ ທີ່ໃຊ້ເອກສານປອມ ເພື່ອຫລີກລ້ຽງ ການເສັຽພາສີ. ສໍານັກງານ ນາຍົກຣັຖມົນຕຣີລາວ ຍັງມີຄໍາສັ່ງໃຫ້ ກະຊວງ ການເງິນ ຕໍາຣວດ ແລະແຂວງ ກວດກາ ແກ້ໄຂບັນຫາ ການນໍາຣົດຍົນ ເຂົ້າມາ ແບບບໍ່ຖືກຕ້ອງ ຕາມກົດໝາຍ ໃນແຂວງຕ່າງໆ ທົ່ວປະເທດ ຊຶ່ງມີປະມານ 5600 ປາຍຄັນ. ເຈົ້າຂອງຣົດ ເຫລົ່ານັ້ນ ຊື້ຣົດມາດ້ວຍວິທີ ປອມແປງເອກສານ ບໍ່ເສັຽພາສີ ອາກອນ ໃຫ້ແກ່ຣັຖ. ດັ່ງເຈົ້າໜ້າທີ່ ຂັ້ນສູງ ກົມພາສີ ກະຊວງ ການເງິນ ກ່າວໃນມື້ວັນທີ 28 ມີຖຸນາ 2017 ນີ້ວ່າ:
"ມັນປອມເຮັດເອກສານ ແຕ່ວ່າຣົດຫັ້ນບໍ່ມີຫຍັງເລີຍ ຣົດເປັນແບບທົ່ວໄປ ກັບລັກສນະນໍາເຂົ້າ ແບບຖືກຕ້ອງໝົດ ແຕ່ວ່າມີແຕ່ ມັນມາ ປອມແປງ ເຣື່ອງເອກສານ ພາສີ ບໍ່ໄດ້ ເສັຽພາສີ ເວົ້າຈັ່ງຊັ້ນສະ ເສັຽພາສີບັດ ຕື້ນຶ່ງພຸ້ນໃດ໊ ກະມີຫລາຍ ຍັງມີຫລາຍ".
ຜ່ານມາເຈົ້າໜ້າທີ່ ມີບັນຫາຍຸ້ງຍາກຫຼາຍໃນການກວດກາ ເພາະເຈົ້າໜ້າທີ່ບໍ່ຮູ້ວ່າຣົດທີ່ນຳເຂົ້າມານັ້ນ ມາຈາກໃສ ແລະມາແນວໃດ ບໍ່ຮູ້ວ່າ ແມ່ນໃຜຫຼືບໍຣິສັດໃດ ເປັນຜູ້ນໍາເຂົ້າມາ ແລະປອມແປງເອກສານ. ສິ່ງທີ່ຫຍຸ້ງຍາກກວ່ານັ້ນ ແມ່ນການ ກວດກາ ສືບສວນ ສອບສວນ ເຈົ້າໜ້າທີ່ ທີ່ພົວພັນ ກັບການປອມແປງ ເອກສານ ຄ້າຣົດເຖື່ອນ.
ໃນປັດຈຸບັນ ມີຣົດຈໍານວນຫຼາຍ ທີ່ຍັງບໍ່ທັນ ຖືກກວດກາ ໂດຍສະເພາະ ໃນເຂດ ເສຖກິດພິເສດ ໃນທົ່ວປະເທດ ແລະໃນໂຄງການພັທນາ ຂອງຣັຖບານ ຫລາຍໂຄງການ. ຣົດຍົນຈໍານວນ ທີ່ທັນກວດກາ ນັ້ນສ່ວນຫລາຍ ເປັນຣົດເຖື່ອນ ຖືກນຳເຂົ້າມາຈາກ ໄທແລະຈີນ. ແຕ່ອີກ ຈໍານວນນຶ່ງ ໂດຍສະເພາະ ຣົດຫຼູຫຼາແມ່ນມາ ຈາກເມືອງ Dubai ປະເທດ United Arab Emirate.
ວ່າງເດືອນກໍຣະກະດາຜ່ານມາ ທ່ານ ສົມດີ ດວງດີ ຮອງນາຍົກຣັຖມົນຕຣີ ແລະຣັຖມົນຕຣີ ກະຊວງການເງິນ ກໍອອກໄປກວດສອບ ຣົດທີ່ ຜິດກົດຫມາຍ ທີ່ຍຶດໄດ້ ທີ່ທ່ານາແລ້ງ ນະຄອນຫລວງວຽງຈັນ ປະມານ 1160 ຄັນສ່ວນຫລາຍ ແມ່ນນຳເຂົ້າຈາກ ຕ່າງປະເທດໂດຍບໍ່ໄດ້ ເສັຽພາສີ ແລະປອມແປງເອກສານ ບໍ່ເປັນຣົດຫລວງ ຫລືຣົດມາໃຊ້ ໃນໂຄງການພັທນາ ຂອງຣັຖບານ. ດັ່ງເຈົ້າຫນ້າທີ່ ຣັດວິສາຫະກິດ ທ່ານນຶ່ງເວົ້າວ່າ:
"ເພິ່ນລົງມາເບິ່ງສະພາບ ປັດຈຸບັນຊື່ໆ ມັນກໍມີຢູ່ຣົດທີ່ວ່າຄ້າງ ນໍ້າເຊື້ອໄຟຢູ່ສາງ ຈະບໍ່ມີມັນ ຈະເປັນປະເພດຣົດ ໃຊ້ທົ່ວໄປນີ້ແຫຼະ ເປັນ ກະບະ ຣົດເກັງ ປະມານນີ້ ຣົດບັນທຸກ ກໍມີຢູ່".
ແຕ່ເຖິງຢ່າງກໍຕາມ ນັກວິຊາການລາວ ທ່ານນຶ່ງເວົ້າວ່າ ບັນຫາຣົດເຖື່ອນນີ້ ມີມາແຕ່ດົນແລ້ວ ສ່ວນໃຫຍ່ ແມ່ນພໍ່ຄ້າ ຄົນກາງສົມຮູ້ຮ່ວມຄິດ ກັບເຈົ້າຫນ້າທີ່ ທ້ອງຖີ່ນ ເອົາເຂົ້າມາ ເພື່ອຫລີກລຽງພາສີ ແລ້ວເອົາໄປຂາຍ ຕໍ່ອີກທອດນຶ່ງ ໄດ້ກຳໄຣງາມ ຍ້ອນວ່າພາສີນຳເຂົ້າ ຣົດຍົນ ໃນລາວ ແມ່ນ 100% ໂດຍໃຫ້ເຫດຜົລວ່າ:
1-ເປັນຣົດຣັດ ຫຼືຣົດເພື່ອເອົາມາໃຊ້ ວຽກງານໃນຣາຊການ ຊຶ່ງຕາມໂຄຕາ ກະຊວງຫຼືຫ້ອງການ ສາມາດນຳຣົດ ເຂົ້າມາໃຊ້ໄດ້ ໂດຍບໍ່ໄດ້ ເສັຽພາສີ.
2- ຖ້າເປັນນັກທຸຣະກິດ ຫລື ນັກລົງທຶນ ກໍແມ່ນໃຊ້ເຫດຜົລ ເພື່ອນຳເຂົ້າມາໃຊ້ ໃນໂຄງການພັທນາຕ່າງໆ ຂອງຣັຖບານໃນຫຼາຍໂຄງການ ຊຶ່ງບໍຣິສັດ ຄົນກາງເປັນຜູ້ ຊື້ເຂົ້າມາແລ້ວ ເອົາມາຂາຍແບ່ງກຳໄຣກັນ.
3-ເປັນຣົດສຳລັບ ຮັບແຂກທາງການ ຂອງເຈົ້າຫນ້າທີ່ ຣະດັບສູງ, ຣະດັບຫົວຫນ້າຫ້ອງການ, ຣັຖມົນຕຣີ, ຣັຖມົນຕຣີຊ່ອຍ, ເຈົ້າແຂວງ ຫຼື ຄນະພັກ ມີຫລາຍພັນຄົນ.
4-ແມ່ນຣົດທີ່ນຳເຂົ້າ ມາໂດຍອົງການເອກຊົນ ຫຼື ngo ທີ່ເຂົ້າມາເຮັດວຽກໃນລາວ ໃນໂຄງການພັທນາ ຫລືອົງການ ຊ່ອຍເຫລືອ ໃນລາວ ກໍສາມາດ ນຳເຂົ້າຣົດ ມາໃຊ້ໄດ້. ແຕ່ເອົາເຂົ້າມາເກີນໂກຕາ ຂອງຣັຖບານ. ດັ່ງ ປະຊາຊົນລາວ ທີ່ນະຄອນຫລວງວຽງຈັນ ທ່ານນຶ່ງ ໃຫ້ ສຳພາດ ຕໍ່ເອເຊັຽເສຣີ ໃນມື້ວັນທີ 20 ຕຸລາ ປີ 2017ວ່າ: ສຽງ...
ໃນທີ່ສຸດທ່ານວ່າ ບັນຫາຣົດເຖື່ອນ ຈະບໍ່ຫມົດເປັນຕາບໃດ ທີ່ຍັງມີການສໍ້ຣາສບັງຫຼວງ ແລະຊື້ຈ້າງຈອບອອຍ ໃນຖັນແຖວ ເຈົ້າຫນ້າທີ່ຣັຖ ໃນລາວ.