ການສໍ້ຣາສບັງຫຼວງ ໃນລາວ ຍັງ ບໍ່ລົດລະ

ທ່ານ ພັນຄຳ ວິພາວັນ ຮອງປະທານປະເທສ ກ່າວຕໍ່ກອງປະຊຸມສລຸບວຽກງານປະຈຳປີ 2017 ວ່າ “ການຄຸ້ມຄອງຣັຖ ຄຸ້ມຄອງສັງຄົມເຮົາ ບໍ່ມີຜົລສັກສິທ ຕາມກົດໝາຍ ແຕ່ໃດມາແລ້ວ, ແບບວ່າບໍ່ເຂັ້ມງວດ, ບໍ່ເດັດຂາດ, ບໍ່ສັກສິທ.
ທ່ານ ພັນຄຳ ວິພາວັນ ຮອງປະທານປະເທສ ກ່າວຕໍ່ກອງປະຊຸມສລຸບວຽກງານປະຈຳປີ 2017 ວ່າ “ການຄຸ້ມຄອງຣັຖ ຄຸ້ມຄອງສັງຄົມເຮົາ ບໍ່ມີຜົລສັກສິທ ຕາມກົດໝາຍ ແຕ່ໃດມາແລ້ວ, ແບບວ່າບໍ່ເຂັ້ມງວດ, ບໍ່ເດັດຂາດ, ບໍ່ສັກສິທ. (RFA/LX)

0:00 / 0:00

ການສໍ້ຣາສບັງຫຼວງໃນລາວ ຍັງສືບຕໍ່ຮຸນແຮງ ໃນລະຍະ 5 ຫາ 10 ປີຫຼັງມານີ້ ເນື່ອງຈາກຄວາມອ່ອນແອ ໃນການປະຕິບັດ ກົດໝາຍ ບໍ່ເປັນໄປຢ່າງເຂັ້ມງວດ ເຮັດໃຫ້ເຈົ້າໜ້າທີ່ຣັຖ ທຸກຣະດັບ ໃນຂແນງການຕ່າງໆ ບໍ່ຢ້ານກົວຕໍ່ກົດໝາຍ ຈຶ່ງມີການ ສໍ້ຣາສບັງຫຼວງ ຢ່າງ ແຜ່ຫຼາຍ, ດັ່ງທ່ານ ພັນຄຳ ວິພາວັນ, ຮອງປະທານປະເທສ ໄດ້ກ່າວຕໍ່ກອງປະຊຸມ ສລຸບວຽກງານ ປະຈຳປີ 2017 ຂອງກະຊວງພາຍໃນ ທີ່ເຜີຍແຜ່ ຜ່ານສື່ມວນຊົນທ້ອງຖິ່ນ ຂອງລາວ ເມື່ອກາງເດືອນມົກຣາ ຜ່ານມາ ໃນຕອນນຶ່ງວ່າ:

“ການຄຸ້ມຄອງຣັຖຄຸ້ມຄອງສັງຄົມ ເຮົາບໍ່ມີຜົລສັກສິທຕາມກົດໝາຍ ແຕ່ໃດມາແລ້ວ ແບບວ່າບໍ່ເຂັ້ມງວດ ບໍ່ເດັດຂາດ ບໍ່ສັກສິທ ຈາກອັນນີ້, ກະພາໃຫ້ເກີດຫຍັງ, ພະຍາດອາຍາສິທ, ຣະເມີດສິທເປັນເຈົ້າຂອງປະຊາຊົນ ສວຍໃຊ້ໜ້າທີ່ຕຳແໜ່ງ ສໍ້ຣາສບັງຫຼວງ. ເວົ້າລວມປະກົດການ ຫຍໍ້ທໍ້ ການເສື່ອມຖອຍທາງດ້ານຄຸນທາດ ການເມືອງອື່ນໆເກີດຂຶ້ນ, ດັ່ງທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ 10 ໄດ້ສລຸບຕີຣາຄາແລ້ວ. ໂດຍ ສະເພາະແມ່ນລະຍະຫຼັງນີ້ 5 ປີ 10 ປີຫຼັງນີ້ ເກີດຂຶ້ນຫຼາຍອັນນີ້."

ໃນຂະນະດຽວກັນ, ຊາວລາວທ່ານນຶ່ງ ໃນແຂວງພາກໃຕ້ຂອງລາວ ກໍໄດ້ໃຫ້ທັສນະວ່າ ບັນຫາການສໍ້ຣາສບັງຫຼວງ ໃນລາວ ຍັງເປັນບັນຫາ ໜັກເພາະເງິນເດືອນ ພະນັກງານຣັຖກອນ ໃນທົ່ວປະເທດແມ່ນໜ້ອຍຫຼາຍ ແລະບໍ່ພໍໃຊ້ຈ່າຍ:

“ມັນເຣື້ອງນີ້ມັນເຣື້ອງໜັກໄດ໋ ເງິນເດືອນບໍ່ພໍກິນເຮົາກໍຮູູ້, ແຕ່ລະຄົນກະດີ້ນຮົນ ສັງຄົມພັດອວດອ້າງກັນມີຣົດມີຣາງຈັ່ງມີຖານະ. ຜູ້ໃດມີຍາວ ສາວໄດ້ສາວເອົາ, ຖືກບ່ອນດີກະລ້ຳຣວຍ ບໍ່ມີໃຜຕຳນິ ບໍ່ມີໃຜກວດກາ ມັນກະເຮັດໄປຕະພຶດຕະພື. ບ່ອນໃດມີ ຊ່ອງຫວ່າງມັນເຂົາກະຈົກ ເຂົ້າໄປບ່ອນຫັ້ນແຫຼະ."

ອີງຕາມການຣາຍງານ ຂອງອົງການກວດການຣັຖບານ ແລະຄນະກວດກາສູນກາງພັກ ທີ່ໄດ້ຣາຍງານຕໍ່ກອງປະຊຸມ ສະພາແຫ່ງຊາຕລາວ ສມັຍສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 8 ເມື່ອເດືອນ ພຶສຈິກາ ປີ 2017 ທີ່ຜ່ານມາວ່າ ກວດພົບການ ສໍ້ຣາສບັງຫຼວງ ໃນໂຄງການພັທນາຕ່າງໆ ທັງໃນແຜນແລະນອກແຜນ ຄິດເປັນມູລຄ່າໂຕເລຂ ສະສົມ ສູງເຖິງ 5 ພັນປາຍຕື້ກີບ ຕລອດລະຍະເວລາ 5 ປີຜ່ານມາ.