ຣັຖບານຈະສັ່ງປິດໂຮງງານ ປຸງແຕ່ງໄມ້

0:00 / 0:00

ຣັຖບາລ ສປປລາວ ຈະບໍ່ອະນຸຍາດ ໃຫ້ເປີດໂຮງງານປຸງແຕ່ງໄມ້ຕື່ມອີກ ແລະ ຈະສັ່ງປິດໄປນໍາເລື້ອຍໆ ທັງໂຮງງານທີ່ມີໃບ ອະນຸຍາດ ຢູ່ ແລ້ວກໍຕາມ ເພື່ອເປັນການປະຕິບັດ ຕາມສົນທິສັນຍາ ຄຸ້ມຄອງໄມ້ສາກົນ ແລະດໍາຣັຖນາຍົກຣັຖມົນຕຣີ ເລກທີ 15 ຍ້ອນວ່າປ່າໄມ້ໃນລາວ ຖືກຕັດອອກໄປຫຼາຍ ຊຶ່ງສ່ວນນຶ່ງກໍເປັນຍ້ອນ ທາງການລາວອະນຸຍາດ ໃຫ້ມີໂຮງງານປຸງແຕ່ງໄມ້ ຫຼາຍເກີນໄປ, ດັ່ງເຈົ້າໜ້າທີ່ ກະຊວງອຸດ ສາຫະກັມ ແລະການຄ້າ ກ່າວໃນມື້ວັນທີ 16 ພຶສຈິກາ ນີ້ວ່າ:

"ອັນໃໝ່ນີ້ບໍ່ມີແລ້ວ ແຕ່ອັນເກົ່າກໍຍັງໝົດໄປໝົດໄປແລ້ວ ກະຖືວ່າຫຼຸດໜ້ອຍຖອຍລົງ ຍ້ອນສະຖານະການຂອງໂລກ ທົ່ວໄປນີ້ເພີ່ນກະຢາກ ໃຫ້ປິດປ່າ ບໍ່ຢາກໃຫ້ຕັດໄມ້ ທໍາລາຍປ່າ ມັນມີຜົລສະທ້ອນ ຕໍ່ສະພາບແວດລ້ອມຫລາຍອັນ ສະນັ້ນລາວເຮົາ ກະໄດ້ປະຕິບັດ ຕາມສົນທິ ສັັນຍາ ທີ່ເປັນພາຄີຂອງໂລກນີ້".

ທ່ານກ່າວຕື່ມອີກວ່າ ຣັຖບາລລາວວາງເປົ້າໝາຍໄວ້ວ່າ ຈະຕ້ອງຟື້ນຟູ ສະພາບປ່າໄມ້ໃນລາວ ໃຫ້ກັບມາໜາແໜ້ນ 65% ພາຍໃນປີ 2020. ດັ່ງນັ້ນ ຈຶ່ງຕ້ອງໄດ້ເຂັ້ມງວດ ເຣື່ອງການຕັດໄມ້ ໃນປະເທສຫລາຍຂຶ້ນ. ປັດຈຸບັນ ໂຮງງານປຸງແຕ່ງໄມ້ ຫລາຍແຫ່ງ ໄດ້ປ່ຽນເປັນສາງເກັບ ເຄື່ອງ ແລະອືນໆແທນ.

ເຈົ້າຂອງໂຮງງານປຸງແຕ່ງໄມ້ ທີ່ຖືກຕ້ອງຕາມຣະບຽບກົດໝາຍ ແຫ່ງນຶ່ງ ທີ່ແຂວງວຽງຈັນ ເວົ້າວ່າ ເຖິງແມ່ນໂຮງງານຂອງຕົນ ຍັງເປີດຕາມ ປົກກະຕິຢູ່ ແຕ່ກໍເລີ້ມຫາໄມ້ ມາປ້ອນໂຮງງານຍາກຂຶ້ນນໍາເລື້ອຍໆ ບໍ່ຮູ້ວ່າຈະດໍາເນີນ ທຸຣະກິດນີ້ໄປໄດ້ອີກ ດົນປານໃດ, ດັ່ງທີ່ນາງກ່າວວ່າ:

"ຍັງເປີດຢູ່ເພີ່ນບໍ່ໄດ້ສັ່ງປິດໃດ໋ ກະຫາກມີປ່ອນມາໃຫ້ທຸກເດືອນຢູ່ ກະຫາຍາກແລ້ວດຽວນີ້ ບໍ່ຮູ້ຈະເປັນຈັ່ງໃດຕໍ່ໜ້າໄປ".

ການສັ່ງປິດໂຮງງານແປຮູບໄມ້ໃນລາວ ຍັງມີຕໍ່ໄປຢູ່ເລື້ອຍໆ ເມື່ອເດືອນທີ່ແລ້ວທາງການແຂວງ ຈໍາປາສັກກໍໄດ້ສັ່ງປິດ ໂຮງງານປຸງແຕ່ງໄມ້ ທີ່ບໍ່ມີໃບ ອະນຸຍາດໄປແລ້ວ 176 ແຫ່ງ ແລະກ່ອນໜ້ານັ້ນ ທາງການແຂວງຄໍາມ່ວນ ກໍໍໄດ້ສັ່ງປິດ ໂຮງງານເຟີນິເຈີ ນ້ອຍແບບຄອບຄົວ 281 ແຫ່ງ ແລະຢູ່ແຂວງສະຫວັນນເຂດ ກໍໄດ້ສັ່ງປິດ ໂຮງເຟີນິເຈີ ແບບດຽວກັນນັ້ນອີກ 253 ແຫ່ງ - ຕາມ ຣາຍງານຂອງ Vientiane Times ເມື່ອ ເດືອນມິນາ 2017. ສໍາລັບໂຮງງານ ປຸງແຕ່ງໄມ້ ໃນທົ່ວປະເທສ ທີ່ຍັງດໍາເນີນ ກິຈການຢູ່ນັ້ນ ກໍໄດ້ເອົາໄມ້ທີ່ຕົນເອງເປັນ ຜູ້ປູກ ມາປ້ອນໂຮງງານ, ແຕ່ກໍສັງເກດ ເຫັນວ່າ ຈໍານວນໄມ້ ນັ້ນໜ້ອຍລົງນໍາເລື້ອຍໆ.