ທ.ວີຣະວົງເຊີນສາກົນຢ້ຽມ ເຂື່ອນ
2016.06.17

ຣັຖບານລາວ ໃຫ້ຄວາມສຳຄັນ ຕໍ່ບົດຣາຍງານ ດ້ານ ສິດທິມະນຸດ ຂອງ ສະຫະປະຊາຊາດ ຈາກ ໂຄງການ ເຂື່ອນ ດອນສະໂຮງ ໃນພາກໃຕ້ ຂອງລາວ ໂດຍ ກະຊວງ ພລັງງານ ແລະ ບໍ່ແຮ່ ໄດ້ສົ່ງຫນັງສື ຊີ້ແຈງ ຕໍ່ ສະຫະປະຊາຊາດ ໃນບັນຫາ ດັ່ງກ່າວ ໄປຍັງ ກະຊວງ ຕ່າງປະເທດ ລາວ ແລ້ວ. ດັ່ງ ທ່ານ ວິຣະພົນ ວິຣະວົງ ຮອງ ຣັຖມົນຕຣີ ກະຊວງ ພລັງງານ ແລະ ບໍ່ແຮ່ ສປປລາວ ກ່າວຕໍ່ ເອເຊັ ຽເສຣີ ໃນວັນທີ 16 ມິຖຸນາ ນີ້ວ່າ:
"ຣັຖບານລາວ ກໍຖືສຳຄັນ ແລ້ວ ສີ່ງໃດ ທີ່ມີຜົລກະທົບ ຕໍ່ ປະຊາຊົນ ກໍຖືວ່າ ສຳຄັນຫມົດ ກະຊວງໄທເຮົາ ກໍໄດ້ຮ່າງ ຈົດຫມາຍ ຕອບ ເປັນທາງການ ໄປກະຊວງ ຕ່າງປະເທດ ແລ້ວ ກະຊວງ ຕ່າງປະເທດ ເພີ່ນ ຈະ ພິຈາຣະນາ ສົ່ງຕໍ່ໄປ ອົງການ ສິດທິມະນຸດຊົນ ຫັ້ນແຫລະ ເພາະວ່າ ເພີ່ນເວົ້າມາ ແບບວ່າ ເພີ່ນ ບໍ່ຮູ້ຕົວ ຫັ້ນນະ ເພີ່ນ ບໍ່ເຄີຍໄປເບີ່ງ ໄປເຫັນຫຍັງເລີຍ".
ທ່ານ ກ່າວຕື່ມວ່າ ທາງການລາວ ຕ້ອງການຢາກໃຫ້ ອົງການ ຣະຫວ່າງ ປະເທດ ເຂົ້າມາ ກວດກາ ໂຄງການ ເຂື່ອນ ດອນສະໂຮງ ຕົວຈິງ ເມື່ອມີການ ເຊີນຈາກ ຣັຖບານ ລາວ ເພື່ອໃຫ້ເຫັນ ສະພາບ ຊິວິດ ການເປັນຢູ່ ຂອງ ປະຊາຊົນ ດ້ວຍຕົນເອງ ແລະ ຈະໄດ້ຫາວິທີ ແກ້ໄຂ ຊ່ອຍກັນ ຖ້າພົບເຫັນ ບັນຫາ ເພື່ອ ຜົລປໂຍດ ຂອງ ປະຊາຊົນ.
ກົລໄກ ພິເສດ ສະຫະປະຊາຊາດ ຫລື UN Special Procedures ຣາຍງານວ່າ ໂຄງການ ເຂື່ອນ ດອນສະໂຮງ ອາຈເປັນ ພັຍຄຸກຄາມ ຕໍ່ ວິຖີຊີວິດ ຂອງ ປະຊາຊົນ ທ້ອງຖິ່ນ ທັງໃນລາວ ກຳພູຊາ ແລະ ວຽດນາມ ທີ່ໃຊ້ຊີວິດ ດ້ວຍການ ຕຶກປາ ແລະ ຊັພຍາກອນ ທັມມະຊາດ ໃນ ແມ່ນ້ຳຂອງ ໃນການລ້ຽງ ຄອບຄົວ.
ໂຄງການ ເຂື່ອນ ດອນສະໂຮງ ເຮັດໃຫ້ ຄົນທ້ອງຖິ່ນ ຂາດສິດທິ ໃນການ ປະກອບອາຊີພ ແບບດັ້ງເດີມ ສິດທິ ທາງດ້ານ ອາຫານ ການກິນ ແລະ ສິດທິ ແບບພື້ນເມືອງ ປະເພດຕ່າງໆ ທີ່ຂະເຈົ້າ ເຄີຍມີມາ ໃນອະດີດ.