ທາງການລາວສັ່ງຍຸບ ໂຮງງານ ປຸງແຕ່ງໄມ້ 140 ແຫ່ງ

ສຸພັດຕາ
2018.01.04
F-timber ໂຮງງານປຸງແຕ່ງໄມ້ ໃນ ສປປ ລາວ
Photo: Screen captured from Lao kaomai / source: laophattananews

ໂດຍປະຕິບັດຕາມຄຳສັ່ງ ຂອງນາຍົກຣັຖມົນຕຣີ ເລກທີ 15 ທີ່ສະກັດກັ້ນ ການລັກລອບຂຸດຄົ້ນໄມ້ ແລະສົ່ງໄມ້ອອກ ແບບບໍ່ຖືກຕ້ອງຕາມ ກົດໝາຍ, ໃນປີ 2017 ຜ່ານມາ ຣັຖບານ ສປປລາວ ໄດ້ສັ່ງປິດໂຮງງານປຸງແຕ່ງໄມ້ ທີ່ບໍ່ໄດ້ມາດຕະຖານ ແລະເຄື່ອນໄຫວ ຜິດກົດໝາຍ 140 ແຫ່ງ ຊຶ່ງມີທັງໝົດ 1,595 ແຫ່ງໃນທົ່ວປະເທດ. ໃນຈຳນວນໂຮງງານ 140 ແຫ່ງ ທີ່ຖືກສັ່ງໃຫ້ປິດນັ້ນ ຢູ່ແຂວງໄຊຍະບູລີ 83 ແຫ່ງ, ນະຄອນຫຼວງວຽງຈັນ 8 ແຫ່ງ, ບໍລິຄຳໄຊ 13 ແຫ່ງ, ສະຫວັນນະເຂດ 13 ແຫ່ງ, ສາລະວັນ 4 ແຫ່ງ ແລະແຂວງເຊກອງ 19 ແຫ່ງ.

ແຕ່ເຖິງຢ່າງໃດກໍຕາມ ໃນພາກຕົວຈິງ ການປະຕິບັດຄຳສັ່ງ ຂອງນາຍົກຣັຖມົນຕຣີ ທີ່ວ່ານັ້ນ ແມ່ນຍັງບໍ່ໄດ້ຜົນເທົ່າທີ່ຄວນ; ການຄວບຄຸມ ການສົ່ງໄມ້ ອອກຈາກ ສປປລາວ ໄປຕ່າງປະເທດ ແບບບໍ່ຖືກຕ້ອງຕາມກົດໝາຍ ຍັງມີຄວາມຫຍຸ້ງຍາກຫຼາຍຢ່າງ ຢູ່ຫຼາຍແຂວງໃນທົ່ວ ປະເທດ ຮວມທັງຍັງມີການລັກຕັດໄມ້ຢູ່ຫຼາຍ. ດັ່ງເຈົ້າໜ້າທີ່ຣະດັບສູງ ກະຊວງຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຍເສຣີ ເມື່ອວັນທີ 24 ມິຖຸນາ ທີ່ຜ່ານມາວ່າ:

"ມັນມີຄົນໄປລັກລອບຕັດ ຢູ່ທີ່ປ່າສງວນແຫ່ງຊາດ ໂດຍຮວມແລ້ວກໍເປັນຊາວບ້ານ ແລະ ກໍເປັນປະເທສໃກ້ຄຽງ ເພື່ອນບ້ານ ເຂົາຈະມາ ລັກລອບ ຕົວນີ້ ເພາະວ່າເຈົ້າໜ້າທີ່ປ່າໄມ້ ຈະບໍ່ມີຫຼາຍຢູ່ລາວ ຕົວຢ່າງເນື້ອທີ່ 200 ເຮັກຕາ ມັນກະກວ້າງ ບໍ່ມີພະນັກງານ ເຈົ້າໜ້າທີ່ ດູແລທົ່ວເຖິງ ຍັງມີຊ່່ອງວ່າງ ໃຫ້ຜູ້ລັກລອບໄດ້."

ທ່ານເວົ້າວ່າ ການກວດກາ ການສົ່ງໄມ້ອອກ ຢູ່ດ່ານຊາຍແດນ ລາວ ຍັງບໍ່ເຂັ້ມງວດພໍເທົ່າໃດ ຍ້ອນວ່າ ບໍ່ມີເຈົ້າໜ້າທີ່ປ່າໄມ້ ປະຈຳດ່ານ ແລະເຈົ້າໜ້າທີ່ພາສີ ກໍບໍ່ຮູ້ຣະບຽບການ ຂອງຂແນງປ່າໄມ້ ຈຶ່ງປ່ອຍໃຫ້ມີ ການສົ່ງໄມ້ ອອກເກີນໂຄຕາເລື້ອຍໆ.

ອີກສາເຫດນຶ່ງ ທີ່ເຮັດໃຫ້ຍັງມີ ການສົ່ງໄມ້ ອອກຫຼາຍຢູ່ນີ້ ກໍຍ້ອນວ່າ ຍັງມີການສ້າງເຂື່ອນຫຼາຍແຫ່ງ, ສ້າງຖນົນຫຼາຍສາຍ ເຮັດໃຫ້ມີ ການຕັດໄມ້ ຢ່າງຫຼວງຫຼາຍ.

ຣັຖບານ ມີນະໂຍບາຍໃຫ້ແປຮູບໄມ້ ຜລິດເປັນເຟີນິເຈີ ແລ້ວຈຶ່ງສົ່ງອອກໄປ ຂາຍຕ່າງປະເທດ, ແຕ່ບໍຣິສັດ ທີ່ໄດ້ຮັບສຳປະທານຕັດໄມ້ ບໍ່ປະຕິບັດຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.