ທາງການສັ່ງປິດເມືອງ ໄປອີກ ຊົ່ວຄາວ
2020.04.17

ກະຊວງແຮງງານແລະສວັດດີການສັງຄົມ ແຈ້ງການຢຸ່ດກິຈການໂຮງງານຊົ່ວຄາວ ທົ່ວປະເທດ ຕາມມາຕການຄວບຄຸມແລະປ້ອງກັນການ ແຜ່ຣະບາດຂອງເຊື້ອພຍາດໂຄວິດ-19 ແຕ່ວັນທີ 01-19 ເມສາ ປີ 2020 ແຕ່ຕ້ອງຈ່າຍເງິນເດືອນ ແລະ ເງິນຊົດເຊີຍໃຫ້ຄົນງານທຸກຄົນ ຫາກພາກສ່ວນໃດຣະເມີດຈະຖືກປະຕິບັດໂທດຕາມຣະບຽບກົດໝາຍ. ດັ່ງເຈົ້າໜ້າທີ່ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ກ່າວຕໍ່ ເອເຊັຽເສຣີໃນວັນທີ 14 ເມສາ ວ່າ:
"ຕາມຄຳສັ່ງເລກທີ 06 ເພິ່ນກ່າໃຫ້ປະເພດໂຮງງານທີ່ ຜລິດທາງດ້ານສະບຽງອາຫານແລ້ວກ່າ ເພື່ອຮັບໃຊ້ອຸປກອນທາງດ້ານການແພດ ເພິ່ນກໍໃຫ້ສືບຕໍ່ການຜລິດແຕ່ວ່າກ່າ ມີຈຳນວນຕັດຫຍິບ ຈຳນວນນນຶ່ງ ກ່າໄດ້ຂໍເພາະວ່າມັນມີອໍເດີ້ ຄັນສນອງບໍ່ທັນເຂົາກາຊິໃໝ."
ທ່ານກ່າວຕື່ມວ່າໂຮງງານ ທີ່ຈະໄດ້ຮັບການຍົກເວັ້ນໃຫ້ເປີດປົກກະຕິ ຄືໂຮງງານປະເພດຜລິດສະບຽງອາຫານ, ໂຮງງານຜລິດອຸປກອນການ ແພດແລະໂຮງງານຕັດຫຍິບຈຳນວນນຶ່ງ ທີ່ຂໍເປີດ ເປັນກໍຣະນີ ພິເສດຍ້ອນຕ້ອງຜລິດສິນຄ້າ ໃຫ້ໄດ້ຕາມໂຄຕ້າ ສ່ວນຫົວໜ່ວຍອື່ນໆຕ້ອງ ຢຸດກິຈການ ທັນທີ.
ສ່ວນຄົນງານທີ່ຕ້ອງຢຸດພັກວຽກ ຍ້ອນແຈ້ງການດັ່ງກ່າວ ແລະ ບໍ່ໄດ້ເດີນທາງກັບບ້ານຕ່າງແຂວງ ໂຮງງານກໍຕ້ອງມີການເບິ່ງແຍງ ກວດກາ ຕິດຕາມຮັບປະກັນ ຄວາມປອດພັຍ ແລະ ການເປັນຢູ່ຂອງຄົນງານ ຕົນເອງໃນໄລຍະທີ່ມີການພັກວຽກຊົ່ວຄາວ ຫາກເກີດເຫດການສຸກເສີນ ຂຶ້ນຫົວໜ່ວຍທຸຣະກິດຕ້ອງຮັບຜິດຊອບທຸກກໍຣະນີ.
"ບໍຣິສັດຈາກໂຮງງານຈະມີກັມມະກອນຈຳນວນນຶ່ງ ທີ່ຢູ່ຕ່າງແຂວງລະເຂົາບໍ່ຢາກກັບແລ້ວຕ້ອງໄດ້ເບີ່ງເຂົາ ຕ້ອງໄດ້ຮັບປະກັນທັງຄວາມປອດ ພັຍແລະຊີວິດຄວາມເປັນຢູ່ຂອງເຂົາ."
ໃນຂນະທີ່ຄົນງານລາວ ທີ່ເຮັດຢູ່ໂຮງງານຕັດຫຍິບລາວຄອມຝອດກາເມັ້ນ ນະຄອນຫຼວງວຽງຈັນ ແລະບໍ່ໄດ້ຢຸດພັກວຽກ ຄືຫົວໜ່ວຍທຸຣະກິດ ອື່ນ ກ່າວຕໍ່ເອເຊັຍເສຣີໃນວັນທີ 13 ເມສາ ວ່າ ຢາກຢຸດພັກວຽກ ຄືກັນແຕ່ທາງໂຮງງານ ບໍ່ໃຫ້ຢຸດຍ້ອງຕ້ອງຜລິດສິນຄ້າ ໃຫ້ໄດ້ຕາມໂຄຕ້າ.
"ເຮົາກາຢາກພັກບາດນີ້ຜູ້ອື່ນພັກໝົດທີບໝົດແດນ ໝົດບ້ານໝົດເມືອງ ເພີ່ນບໍ່ໃຫ້ອອກບ້ານອອກເມືອງ ແຕ່ຈີນບໍ່ຢາກໃຫ້ພັກ."
ສ່ວນຄົນງານລາທີ່ແຂວງອຸດົມໄຊ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 14 ເມສາ ວ່າທາງບໍຣິສັດກໍໃຫ້ ຄົນງານທຸກຄົນໃນບໍຣິສັດ ຢຸດພັກ ແຕ່ວັນທີ 31 ມີນາ ເຖີງ 19 ເມສາ ຕາມແຈ້ງການແລະບໍຣິສັດ ກໍຕ້ອງຈ່າຍ ເງິນເດືອນ ເຕັມຈຳນວນໃຫ້ຄົນງານທຸກຄົນ.
"ເອີ ກາໄດ້ຄືເກົ່າເງິນເດືອນ ກໍປົກກະຕິບໍ່ໄດ້ຕັດໃດລະ ຢຸດງານແຕ່ວ່າເງິນເດືອນປົກກະຕິ ເພາະວ່າເວົ້າເຣື່ອງພຍາດນີ້ເດ້ແມ່ນແຫລະ ຈົນມັນຊິເຊົາ ເຂົາແຕ່ວ່າກ່າຊ່ຽງ ຫລາຍໂພດ."
ກ່ອນໜ້ານີ້ຣັຖບານໄດ້ອອກແຈ້ງການວ່າ ຫ້າມປະຊາຊົນອອກນອກບ້ານໃນຣະຫວ່າງ ວັນທີ 01-19 ເມສາ. ຫລ້າສຸດເມື່ອວັນທີ 15 ເມສາ ຜ່ານມາ ທ່ານ ທອງລຸນ ສີສຸດລິດ ນາຍົກຣັຖມົນຕຼີ ລາວ ໄດ້ປະກາດ ແຈ້ງການໃຫ້ຂຍາຍເວລາ ການໃຊ້ມາຕການຄວບຄຸມ ການຣະບາດ ພຍາດໂຄວິດ-19 ໄປຈົນເຖີງທ້າຍເດືອນເມສາ ນີ້ ໂດຍອີງໃສ່ສະພາບການຂອງການບັນດາປະເທດເພື່ອນບ້ານ ຍັງປະກາດປິດປະເທດຢູ່.