ຈີນ ຈະພັັທນາຣະບົບໄຟຟ້າ ນະຄອນຫຼວງ
2019.12.10
ທາງການລາວ ອະນຸຍາດ ໃຫ້ ບໍຣິສັດຫົວເຫວິ່ຍ ຂອງຈີນ ເຂົ້າມາພັທນາຣະບົບ ກົງເຕີໄຟຟ້າ ແບບດິຈິໂຕ ແລະ ກຸ່ມບໍຣິສັດ ອອກແບບ ທາງຣົດໄຟລາວ-ຈີນ ພັທນາຣະບົບໄຟຟ້າ ໃນເທສບານເມືອງ ນະຄອນຫຼວງວຽງຈັນ, ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈ ໄຟຟ້າລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 10 ທັນວາ ນີ້ວ່າ:
“ຫົວເຫວິ່ຍຈີນ ກະເຂົ້າມາ ກໍເຂົ້າມາທົດລອງກົງເຕີ້ ຫົວເຫວິ່ຍ ທາງ ຜ.ອ ກໍເຊັນອະນຸມັດໃຫ້ ມີປັນຫາຫຼາຍຢ່າງຢູ່ລາວນິ່ ໂອ່ສິດຜູກຂາດ ເລີຍ, ຢາກເຮັດຫຍັງກໍເຮັດໄດ້ ຣັຖບານ ບໍ່ວ່າຫຍັງ.”
ທ່ານກ່າວວ່າ ບໍຣິສັດຫົວເຫວິ່ຍ ຈາກຈີນ ໄດ້ຮັບອະນຸຍາດຈ າກ ທາງການລາວ ໂດຍກົງ ເພື່ອມາພັທນາຣະບົບກົງເຕີ້ ໄຟຟ້າ ໃນນະຄອນ ຫຼວງວຽງຈັນ ຍ້ອນວ່າຜ່ານມາ ມີບັນຫາຫຼາຍຢ່າງ ຕົວຢ່າງ ຣະບົບກົງເຕີ້ແບບດິຈິໂຕ ຊຶ່ງເປັນຣະບົບໃໝ່ ເມື່ອເກີດບັນຫາຂັດຂ້ອງໃນການ ຄິດໄລ່ ຄ່າໄຟຟ້າ ຫຼືທາງດ້ານເຕັກນິກຕ່າງໆ ເຈົ້າໜ້າທີ່ລາວ ບໍ່ສາມາດສ້ອມແປງໄດ້ ເພາະບໍ່ມີຄວາມຮູ້ ໃນດ້ານນີ້ຕ້ອງໃຫ້ຄົນຈີນເປັນຜູ້ ສ້ອມແປງ.
ສໍາລັບກຸ່ມບໍຣິສັດ ອອກແບບທາງຣົດໄຟ ລາວ-ຈີນ ຈະພັທນາຣະບົບໄຟຟ້າ ໃນເຂດເທສບານເມືອງ ແລະ ຊານເມືອງ ຢູ່ ນະຄອນຫຼວງ ວຽງຈັນ ໂດຍຕິດຕັ້ງຕາຂ່າຍໄຟຟ້າ 22 ກິໂລໂວລ ເພື່ອສນອງໃຫ້ປະຊາຊົນປະມານ 100 ບ້ານ, ພົລເມືອງ 4 ແສນຄົນ ໃຫ້ມີໄຟຟ້າໃຊ້ ຢ່າງພຽງພໍ ເປັນຕົ້ນ ເມືອງສັງທອງ, ເມືອງໄຊທານີ ແລະ ເມືອງປາກງື່ມທີ່ບໍ່ມີໄຟຟ້າໃຊ້ພຽງພໍ, ດັ່ງເຈົ້າໜ້າທີ່ອົງການພັທນາ ແລະບໍຣິຫານ ຕົວເມືອງ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນັ້ນວ່າ:
“ໄຟຟ້າເຮົານັ້ນມີໝົດ ຄົບໝົດທຸກບ້ານເນາະ ບາງບ່ອນທີ່ບໍ່ພໍ ກໍມີການຂຍາຍຕົວຂອງບ້ານຫັ້ນນາ ຕາມຣະບົບຕາຂ່າຍເຮົານັ້ນ ເພິ່ນຂຍາຍ ຍາວເຮົາກໍຕ້ອງໄດ້ຕໍ່ໃຫ້ເພິ່ນໃຊ້ຫັ່ນນາ ບາງບ່ອນມັນກໍບໍ່ພໍ.”
ໂຄງການພັທນາຍົກຣະດັບໄຟຟ້າ ແສງສະວ່າງໄຟເຍືອງທາງປະມານ 100 ບ້ານ, ຈີນຈະເປັນຜູ້ຮັບຜິດຊອບຕິດຕັ້ງທັງໝົດ ພ້ອມທັງຈະ ຕິດຕັ້ງ ກ້ອງວົງຈອນປິດໃຫ້ ໃໝ່ນໍາດ້ວຍ ສ່ວນຝ່າຍລາວ ເປັນຜູ້ຈັດສັນສະຖານທີ່ ແລະຮື້ຖອນຣະບົບໄຟຟ້າ ໂຕເກົ່າ ອອກ.