ລູກຄ້າບໍຣິສັດລາວຄໍາ ຍື່ນຄໍາ ຮ້ອງທຸກ
2018.04.30
ໃນກໍຣະນີ ຂອງບໍຣິສັດລາວຄຳ ຊຶ່ງເປັນບໍຣິສັດ ທີ່ປຶກສາດ້ານການລົງທຶນຈຳກັດ ໄດ້ໂກງເງິນລົງທຶນ ທີ່ປະຊາຊົນເອົາມາຝາກນຳ ບໍຣິສັດ ໃນໄລຍະກາງເດືອນກຸມພາ ທີ່ຜ່ານມານັ້ນ, ປັດຈຸບັນ ມີຜູ້ເຂົ້າມາຍື່ນເອກສານ ກັບເຈົ້າໜ້າຕຳຣວດ ເສຖກິຈ ນະຄອນຫຼວງວຽງຈັນ ແລ້ວ 100 ປາຍຄົນ, ດັ່ງ ພັນຕີ ຄຳໄພທູນ ລໍວັນຫງຽນ ກ່າວ ຕໍ່ເອເຊັຍເສຣີ ໃນວັນທີ 26 ເມສາ ວ່າ:
“ເຊີນຜູ້ຮ້ອງຟ້ອງ ຜູ້ເສັຍຫາຍເຂົ້າມາໃຫ້ການປະມານ 100 ປາຍຄົນນະ ປັດຈຸບັນ ໄດ້ລວບລວມຂໍ້ມູນຫຼັກຖານຕ່າງໆ ມັນຕ້ອງມີທາງດ້ານ ເອກສານ ມານັ້ນຕົວຈິງ ຄືວ່າເຮົາບໍ່ສາມາດລະບຸໄດ້ເນາະ ວ່າບາງເທື່ອຂະເຈົ້າ ຂຽນມາມັນຜິດກໍ່ມີ ຜູ້ຮ້ອງຟ້ອງມາ ບາງເທື່ອເອກສານ ບໍ່ເອົາມາກໍ່ມີ ມີແຕ່ເອົາລາຍຊື່ ມາອິຫຍັງມາ ແລະເອກສານບໍ່ມີ ມີແຕ່ມູນຄ່າ ບາດນີ້ເອກສານຍັງຍື່ນ ທາງດ້ານກົດໝາຍບໍ່ມີ ພວກເຮົາກໍ່ ບໍ່ສາມາດ ລະບຸເຂົ້າໄດ້ວ່າ ມັນເສັຍຫາຍເທົ່າໃດແທ້.”
ທ່ານກ່າວຕື່ມວ່າ ສຳລັບຣາຍລະອຽດຂອງບໍຣິສັດ ວິທີການສໍ້ໂກງເງິນ ແລະຂັ້ນຕອນການຈ່າຍເງິນຄືນ ໃຫ້ຜູ້ເສັຍຫາຍນັ້ນຍັງບໍ່ສາມາດຮູ້ໄດ້ ເພາະຍັງຢູ່ໃນຂັ້ນຕອນ ຂອງການສືບສວນສອບສວນຢູ່; ຜູ້ບໍຣິຫານບໍຣິສັດລາວຄຳ ໂດຍກົງຄື ວູມິນເກື້ອງ ຄົນວຽດນາມໄດ້ຮັບສາຣະພາບ ໃນເບື້ອງຕົ້ນ. ດັ່ງທີ່ທ່ານກ່າວວ່າ:
“ເຈົ້າຂອງທະບຽນແທ້ ແມ່ນເພິ່ນບໍ່ໄດ້ມາຫຍຸ້ງກ່ຽວກັບບັນຫາ ບໍຣິສັດລາວຄຳນີ້ ເງິນທຸກກີບທຸກສະຕາງ ແມ່ນເຂົ້າ ວູມິນເກື່ອງ ເໜິດ ວູມິ່ນເກື່ອງ ກໍ່ຍອມຮັບວ່າຕົນເປັນຜູ້ບໍຣິຫານຕ່າງໆ ລະກໍ່ສ່ວນທີ່ວ່າເປັນຜູ້ອອກທະບຽນວິສະຫະກິດນັ້ນ ບໍ່ມີສ່ວນພົວພັນ ອິຫຍັງ ແຕ່ວ່າ ເພິ່ນຫັ້ນເປັນຜູ້ຖືທະບຽນ ວິສາຫະກິດໃຫ້ສື່ໆ ແຕ່ວ່າຜູ້ນຳໃຊ້ແທ້ແມ່ນ ວູມິນເກື່ອງ ເປັນຜູ້ຂໍນຳໃຊ້ ແລະເປັນຜູ້ບໍຣິຫານ ໂດຍກົງ ເພາະວ່າ ເຮົາບໍລິການ ຮ້ອຍເປີເຊັນເດ່ະ.”
ປັດຈຸບັນ ຜູ້ຕ້ອງຫາຖືກເຈົ້າໜ້າທີ່ກັກຕົວໄວ້ ເພື່ອສືບສວນ-ສອບສວນຕໍ່ໄປ ແລະ ກົມຕຳຣວດເສຖກິຈ ໄດ້ແຈ້ງໃຫ້ຜູ້ເສັຍຫາຍ ຂຽນຄຳ ຮ້ອງຟ້ອງ ແລະໃຫ້ຮີບເອົາເອກສານ ທີ່ກ່ຽວຂ້ອງກັບການລົງທຶນ ຝາກເງິນນຳ ບໍຣິສັດດັ່ງກ່າວ ໄປແຈ້ງໃຫ້ເຈົ້າໜ້າທີ່ ເພື່ອປະກອບໃສ່ ສຳນວນຄະດີ ແລະໃຫ້ມາແຈ້ງຕໍ່ ກົມຕຳຣວດເສຖກິຈ ໄປຈົນເຖິງວັນທີ 30 ເມສາ 2018 ນີ້.