ຈີນ ເອົາປຽບຊາວສວນ ຢູ່ລາວ
2017.01.31
ຫຼາຍປີຜ່ານມາ ຊາວກະສິກອນ ຢູ່ ເມືອງຕົ້ນເຜິ້ງ ແລະ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຖືກ ນັກລົງທຶນຈີນ ບອກວ່າຈະເອົາ ປຸ໋ຍ ແລະ ແນວພັນ ກ້ວຍ ແລະ ອ້ອຍ ໃຫ້ ໂດຍບໍ່ເສັຽຄ່າ ແຕ່ສຸດທ້າຍ ກໍຄິດໄລ່ ເອົາໝົດ. ນອກຈາກນີ້ ຍັງເຮັດ ທຸຣະກິດ ກັບຊາວບ້ານ ແບບບໍ່ ໂປ່ງໃສ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ແຂວງບໍ່ແກ້ວ ທ່ານນຶ່ງ ຕໍ່ເອເຊັຽເສຣີ ໃນວັນທີ 30 ມົກກະຣາ ວ່າ:
"ຂະເຈົ້າເອົາປຽບ ຕົວຢ່າງ ຂະເຈົ້າມາເກັບ ຜົນຜລິດໄປແລ້ວ ເອົາໄປປ້ອນ ເຂົ້າໂຮງງານແລ້ວ ແມ່ນເຂົາຈະບໍ່ໃຫ້ ປະຊາຊົນ ໄປຕິດຕາມ ເບິ່ງຜົນ ອັນນັ້ນ ແມ່ນເອົາປຽບ ອັນທີ 1 ເອົາປຽບ ອັນທີ 2 ກໍແບບບວ່າ ມາສົ່ງເສີມ ໂຄສະນາ ວ່າຈະເອົາ ແນວພັນ ໃຫ້ຟຣີ ແຕ່ພໍຜົນ ຜລິດໄດ້ ອອກມາ ຕັດຄ່າແນວພັນ ຕັດຄ່າປຸ໋ຍ ອອກ".
ທ່ານ ອະທິບາຍອີກວ່າ ບັນຫາຄົນລາວ ຖືກເອົາປຽບ ມີມາດົນແລ້ວ ແລະ ມັກເກີດຂຶ້ນ ກັບຊາວ ກະສິກອນ ປູກກ້ວຍ ແລະອ້ອຍ ເມື່ອ ຮອດລະດູ ເກັບກ່ຽວ ບໍຣິສັດ ຈະເອົາລົດ 10 ລໍ້ ມາເອົາໄປ ເຂົ້າໂຮງງານ ໂດຍບໍ່ໄດ້ໃຫ້ ປະຊາຊົນ ໄດ້ກວດສອບ ຕົວຢ່າງ ເອົາຂອງ ປະຊາຊົນ ໄປ 20ຫາ30 ໂຕນ ກໍແຈ້ງ ປະຊາຊົນ ວ່າ 10 ໂຕນ. ເຖິງຢ່າງໃດກໍດີ ການເຂົ້າມາລົງທຶນ ຂອງຄົນຈີນ ກໍເປັນການ ປັບປຸງ ໂຄງລ່າງ ພື້ນຖານ ເຂົ້າໄປ ໃນເຂດທີ່ມີ ການລົງທຶນ. ດັ່ງ ເຈົ້າໜ້າທີ່ ທ່ານນີ້ ກ່າວອີກວ່າ:
"ຄັນວ່າບ່ອນໃດ ມີຜົນປະໂຫຍດ ຂອງ ນັກທຸຣະກິດຈີນ ຂະເຈົ້າ ຈະລົງທຶນໄປ ຖ້າວ່າແລ້ວ ແລະ ໝົດສັນຍາ ແລ້ວ ກໍແມ່ນ ຖືວ່າກໍແລ້ວ ໄປເລີຍ ກໍດີຢູ່ ເຂົາເຈົ້າໄປປູກ ຢູ່ເທິງພູ ຢູ່ເທິງຜາ ເທິງປ່າໄມ້ ແລ້ວຂະເຈົ້າ ຈະແປງທາງໄປ ໄປເອົາຜົນ ປະໂຫຍດ ຂອງຂະເຈົ້າ ແລ້ວ ກໍປະຊາຊົນ ກໍມີສ່ວນຮ່ວມ ໄດ້ໃຊ້ນຳ ຖະໜົນຫົນທາງ ຂົວຂ້າມນ້ຳ ເປົ້າໝາຍ ເຂົາກໍໃຊ້ ປະໂຫຍດ ຂອງຂະເຈົ້າເອງ ຂອງຄົນຈີນ ເອງ".
ກໍຣະນີ ດັ່ງກ່າວນີ້ ບໍ່ໄດ້ເກີດຂຶ້ນ ສະເພາະຢູ່ ແຂວງພາກໃຕ້ ເທົ່ານັ້ນ, ແຕ່ຍັງເກີດຂຶ້ນ ກັບ ຊາວກະສິກອນ ປູກອ້ອຍ ຢູ່ແຂວງ ສະຫວັນ- ນະເຂດ ເຊັ່ນດຽວກັນ.