ຫຼາຍບໍຣິສັດ ຢູ່ເຂດເສຖກິຈພິເສດຫລ່ຽມຄໍາ ຂູດຮີດຄົນງານລາວ
2024.03.25

ຢູ່ເຂດເສຖກິຈພິເສດຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຫລາຍບໍຣິສັດເອົາລັດເອົາປຽບຄົນງານລາວຫລາຍຢ່າງ ຮວມທັງຫັກເງິນເດືອນຄົນງານ ແລະບໍ່ໃຫ້ເງິນ ເດືອນເລີຍກໍມີ, ຄົນງານລາວ ຜູ້ດວງດີ, ໄດ້ເຮັດນໍາຜູ້ດີ ກໍດີໄປ, ແຕ່ເມື່ອຖືກເຮັດນໍາຜູ້ບໍ່ດີ ກໍດິ້ນຮົນອອກມາ, ແຕ່ເມື່ອອອກມາໄດ້ແລ້ວ ຈະທວງເອົາເງິນ ເດືອນ ທີ່ທາງບໍຣິສັດຈີນຕິດນັ້ນ ກໍເປັນເຣື່ອງຍາກທີ່ສຸດ ເພາະຫົວໜ້າງານຂອງບໍຣິສັດ ທີ່ເປັນຄົນຈີນນັ້ນ ມັກປ່ຽນເລກໂທຣະສັບ ເພາະຢ້ານຖືກຕາມຈັບໄດ້, ອີງຕາມຄໍາເວົ້າຂອງຄົນງານລາວ ນາງນຶ່ງ ທີ່ເຄີຍເຮັດວຽກຕອບແຊັດ ຢູ່ບໍຣິສັດແຫ່ງນຶ່ງ ໃນເຂດເສຖກິຈພິເສດນີ້ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 25 ມີນານີ້.
“ມີທັງຂ່າວດີແລະຂ່າວບໍ່ດີເນາະ ຄັນຂ່າວດີຖືກຜູ້ດີກະດີໄປ ຖຶກຜູ້ບໍ່ດີກະດີ້ນຮົນອອກມາ ເຮົາຕິດຕໍ່ເຂົາບໍ່ໄດ້ເພາະວ່າ ຕັ້ງແຕ່ເຮົາໄດ້ອອກມາແລ້ວ. ຫົວໜ້າເຂົາໃຫ້ປ່ຽນເຟສ, ປ່ຽນລາຍໃໝ່ໝົດເລີຍ. ເຂົ້າສັງຄົມແບບນັ້ນຫັ້ນ ຕ່າງຄົນຕ່າງເອົາຊີວິດລອດ ຜູ້ໃຜຜູ້ມັນເນາະ.”
ໃນຂະນະດຽວກັນ ຄົນງານລາວອີກນາງນຶ່ງ ທີ່ເຄີຍໄດ້ເຮັດວຽກຕອບແຊັດ ຢູ່ໃນເຂດເສຖກິຈພິເສດ ຫລ່ຽມຄໍາ ຄືກັນນັ້ນ ກໍເວົ້າວ່າ ກໍຣະນີທີ່ທາງບໍຣິສັດ ຫັກເງິນ ເດືອນຂອງຄົນງານລາວນັ້ນ ສ່ວນໃຫຍ່ແມ່ນຍ້ອນບໍ່ສາມາດຫາລູກຄ້າໄດ້ ຕາມເປົ້າໝາຍ ໃນແຕ່ລະເດືອນ ຊຶ່ງທາງຫົວໜ້າທີມງານຂອງບໍຣິສັດ ກໍໄດ້ບອກໃຫ້ຄົນງານ ຮູ້ລ່ວງໜ້າແລ້ວ ກ່ອນຈະເຣີ່ມເຮັດວຽກ.
“ຫັກເງິນຫັ້ນນີ້ ອັນນີ້ມັນຕົກລົງກັບຫົວໜ້າທີມເອົາ ເວລາທີ່ເຂົາເຈົ້າຕົກລົງກັນ ເວລາຫາລູກຄ້າອິຫຍັງຫັ້ນນ່າບໍ່ໄດ້. ບໍ່ໄດ້ແລ້ວເຂົາຈຶ່ງຫັກກັນເອງຫັ້ນນ່າ. ແບບພະນັນກັນ ເງິນເດືອນແມ່ນ 3,500 ຢວນ. ຮອດ 5,000 ຢວນ. 15 ແລ້ວກໍວັນທີ 30 ຫລືວ່າ 31.”
ເມື່ອບໍ່ດົນມານີ້ ຄົນງານລາວ ທີ່ເຄີຍເຮັດວຽກຢູ່ບໍຣິສັດແຫ່ງນຶ່ງ ໃນເຂດເສຖກິຈພິເສດ ສາມຫລ່ຽມຄໍາ ກໍໄດ້ເວົ້າຜ່ານສື່ສັງຄົມອອນລາຍວ່າ ປັດຈຸບັນ ຫລາຍບໍຣິສັດຢູ່ເຂດດັ່ງກ່າວ ທີ່ສ່ວນໃຫຍ່ແມ່ນຄົນຈີນເປັນເຈົ້າຂອງ ໄດ້ຈ້າງຄົນງານລາວ ເຮັດວຽກຕອບແຊັດ ຍັງເອົາປຽບຄົນງານຫລາຍດ້ານ ຢ່າງໜັກໜ່ວງ ຮວມທັງຫັກເງິນເດືອນ ຖ້າບໍ່ສາມາດຫາລູກຄ້າໄດ້ຕາມເປົ້າໝາຍ, ຢາກໃຫ້ທາງຣັຖບານໄປກວດກາ ແລະແກ້ໄຂບັນຫາດັ່ງກ່າວ.
“ໄດ້ 3,500 ຢັວນຫັ້ນນ່າ ເຂົາຫັກໄວ້ 1,000 ນຶ່ງຊອກລູກຄ້າບໍ່ໄດ້ ຫັກໄວ້ 1,000 ນຶ່ງເຫລືອ 1,500 ໄປການເຂົ້ານາທີນຶ່ງ ຫັກໄວ້ 200 ນອນເດິກ ຫີ້ນໂທຣະສັບຫັກໄປແລ້ວ 200 ເຫງົານອນຫັກໄປແລ້ວ 200. ບາງຄົນບໍ່ມີຮອດເງິນຕິດໂຕກັບມາ ບໍ່ໄດ້ ອັນນີ້ຝາກເຖິງຣັຖບານເດີ ໄປຖາມກໍໄດ້ ບໍ່ເຊື່ອໃຫ້ນັກສືບແຝງໂຕເຂົ້າໄປ ໄປເປັນຕອບແຊັດໄປເບິ່ງໂຕຈິງກໍໄດ້.”
ເວົ້າເຖິງເຣື່ອງການຮັບສມັກງານລາວ ໄປເຮັດວຽກຕອບແຊັດ ຢູ່ໃນເຂດເສຖກິຈພິເສດສາມຫລ່ຽມຄໍາ ແລະຄວາມສົນໃຈ ໄປເຮັດວຽກນີ້ ຂອງຄົນງານລາວ ຄົນງານລາວຜູ້ນຶ່ງ ທີ່ເຮັດວຽກຕອບແຊັດ ນໍາບໍຣິສັດ ຢູ່ເຂດນີ້ ເວົ້າວ່າ ຫລາຍບໍຣິສັດຍັງໂຄສະນາ ຫາຄົນງານໄປເຮັດວຽກນໍາຢູ່ ແລະກໍມີຊາວລາວຈໍານວນບໍ່ໜ້ອຍ ສົນໃຈຢາກໄປເຮັດວຽກນີ້ ເພາະວ່າມີລາຍໄດ້ ຂ້ອນຂ້າງດີກວ່າວຽກງານອື່ນໆ ໃນໄລຍະທີ່ປະເທດລາວ ກໍາລັງປະສົບກັບບັນຫາເສຖກິຈຢູ່ນີ້.
ດັ່ງທີ່ລາວເວົ້າວ່າ:
“ຍັງຮັບຢູ່ໆ ເງິນເດືອນແມ່ນ 4000 ຢວນ. ແລ້ວກະບວກເງິນຂະຫຍັນ 500 ນີ້ ພັກແມ່ນທຸກໆມື້ວັນເສົາຕອນແລງ 9 ໂມງ ຈະເລີກວຽກ ແລ້ວກະມື້ວັນອາທິດຫັ້ນ ຈະພັກທຸກໆອາທິດພັກຮອດ 4 ໂມງເຄິ່ງຈຶ່ງເຮັດວຽກ.”
ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ຖາມໄປຫາ ຄະນະຄຸ້ມຄອງ ເຂດເສຖກິຈພິເສດ ແຂວງບໍ່ແກ້ວ ແລະຜແນກແຮງງານ ແລະສວັດິການສັງຄົມ ແຂວງບໍ່ແກ້ວ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເວົ້າວ່າ ຍັງບໍ່ສະດວກທີ່ຈະໃຫ້ຄໍາເຫັນ ຕໍ່ປະເດັນດັ່ງກ່າວ, ຍັງບໍ່ທັນໄດ້ຮັບ ການຮ້ອງຮຽນ ຈາກຄົນງານເທື່ອ.
ແຕ່ເຖິງຢ່າງໃດກໍຕາມ ນັກວິຊາການບໍຣິສັດ ຮັບປຶກສາສໍາລັບຄົນງານລາວ ທີ່ໄປເຮັດວຽກຢູ່ປະເທດໄທຍ ຕາມບົດບັນທຶກຄວາມເຂົ້າໃນກັນ ຫລື MOU ທ່ານນຶ່ງ ກໍເວົ້າວ່າ ການແກ້ໄຂບັນຫາແຮງງານ ທີ່ຖືກນາຍຈ້າງໂກງເງິນເດືອນ ຢູ່ໃນເຂດດັ່ງກ່າວ ເປັນເຣື່ອງຍາກທີ່ສຸດ, ທ່ານບໍ່ຮູ້ເຣື່ອງນາຍຈ້າງຢູ່ເຂດເສຖກິຈພິເສດສາມຫລ່ຽມຄໍາ, ທ່ານບໍ່ຮູ້ຂັ້ນຕອນການແກ້ໄຂບັນຫາ ຕາມກົດໝາຍຢູ່ທີ່ນັ້ນ, ທ່ານຮູ້ແຕ່ການຈັດສົ່ງເອກກະສານ ແລະການດໍາເນີນການ ຕາມ MOU ລະຫວ່າງລາວ-ໄທຍ.
“ນາຍຈ້າງຢູ່ສາມຫລ່ຽມຄໍາ. ໂອ້ ອັນນີ້ເຮົາບໍ່ຮູ້ຂັ້ນຕອນເດີ ເຮັດເຮັດແຕ່ສະເພາະແຮງງານ ທີ່ນໍາເຂົ້າ MOU ໄປເຮັດວຽກຢູ່ໄທບນີ້ ເຮົາມີແຕ່ຈັດສົ່ງເອກະສານແລ້ວກະດໍາເນີນເອກະສານ MOU ລະຫວ່າງປະເທດລາວ-ໄທຍເນາະ.”
ນອກຈາກບັນຫາ ທີ່ເວົ້າມານັ້ນແລ້ວ ໃນໄລຍະຜ່ານມາ ຫລາຍບໍຣິສັດ ທີ່ໄດ້ຈ້າງຄົນງານລາວ ໄປເຮັດວຽກຕອຍແຊັດ ຢູ່ໃນເຂດດັ່ງກ່າວ ກໍໄດ້ຂູດຮີດ ແລະເຮັດແນວບໍ່ດີຕ່າງໆນາໆໃຫ້ ເປັນຕົ້ນໄດ້ຂາຍຄົນງານລາວ ຈາກບໍຣິສັດນຶ່ງ ໃຫ້ອີກບໍຣິສັດນຶ່ງ ແລະສົ່ງຂາຍໄປໃຫ້ໂຮງກາສິໂນ ຢູ່ປະເທດພະມ້າ ໃນລັກສະນະການຄ້າມະນຸດ, ນາຍຈ້າງທີ່ເປັນຄົນຈີນ ທໍາຮ້າຍຮ່າງກາຍ, ກັກຂັງບໍ່ໃຫ້ອອກໄປຂ້າງນອກ ແລະອື່ນໆ.
ປັດຈຸບັນ ສໍາລັບເຂດເສຖກິຈພິເສດສາມຫລ່ຽມຄໍາ ກໍາລັງມີການກະກຽມ ຈັດຕັ້ງອົງການໄອຍະການປະຊາຊົນ ແລະສານປະຊາຊົນ ເພື່ອດໍາເນີນຄະດີຕ່າງໆ ທີ່ເກີດຂຶ້ນຢູ່ໃນເຂດນີ້, ແຕ່ກໍມີປະຊາຊົນລາວ ຈໍານວນບໍ່ໜ້ອຍ ກັງວົນ ແລະເປັນຫ່ວງນໍາ ຍ້ອນຢ້ານວ່າ ຄົນຈີນຜູ້ມີເງິນຫລາຍ ອາດໃຫ້ສິນບົນ, ໃຊ້ເງິນຊື້ຈ້າງເຈົ້າໜ້າທີ່ລາວ ເພື່ອໃຫ້ຫວິດຄະດີ, ບໍ່ໃຫ້ມີຄວາມຜິດ ແລະບໍ່ໃຫ້ຖືກຟ້ອງຂຶ້ນສານ.