ນາຍທຶນຈີນ ວ່າຈະຈ່າຍ ຊົດເຊີຍ ແນ່ນອນ

ໄຊຍາ
2018.11.01
ໂຮງງານໄຟຟ້າ ຄວາມຮ້ອນຖ່ານຫີນ ຢູ່ ແຂວງຫົວພັນ
ພາບຈາກ: ກະຊວງພລັງງານ ແລະບໍແຮ່

ທາງການເມືອງຊຳເໜືອ ແຂວງຫົວພັນ ຢັ້ງຢືນວ່າບໍຣິສັດ CCF ຈາກຈີນ ໄດ້ໃຫ້ສັນຍາວ່າຈະຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນ ທີ່ໄດ້ຮັບ ຜົລກະທົບ ຈາກໂຮງງານໄຟຟ້າຖ່ານຫີນ ເຊິ່ງປັດຈຸບັນ ຍັງບໍ່ທັນຮູ້ຈຳນວນ ເນື້ອທີ່ດິນ ແລະ ຄອບຄົວຈະແຈ້ງເທື່ອ. ດັ່ງ ເຈົ້າໜ້າທີ່ ຫ້ອງການຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ເມືອງຊຳເໜືອ ກ່າວໃນວັນທີ 31 ເດືອນຕຸລາ ນີ້ວ່າ:

"ເຫັນດີເພາະວ່າເພິ່ນກໍ່ຮັບເອົາຂໍ້ຕົກລົງໄວ້ ຊົດເຊີຍຫັ້ນແຫຼະ ປີນີ້ກໍ່ໄດ້ຊົດເຊີຍ ຖ້າມັນຫາກຖືກ ຊົດເຊີຍໄປຕາມຂໍ້ກຳນົດ."

ທ່ານກ່າວຕື່ມວ່າ ອາທິດໜ້າ ເຈົ້າໜ້າທີ່ຫ້ອງການຊັພຍາກອນ ທັມມະຊາດ ແລະ ສີ່ງແວດລ້ອມ ເມືອງຊຳເໜືອ ແລະ ເຈົ້າໜ້າທີ່ ບໍຣິສັດ CCF ຈະລົງກວດກາເນື້ອທີ່ດິນ ຂອງປະຊາຊົນທີ່ເສັຽຫາຍ ຈາກໂຄງການນີ້ ເປັນເທື່ອສຸດທ້າຍ ເພື່ອສລຸບຈຳນວນ ຄອບຄົວ ແລະ ເນື້ອທີ່ດິນ ທີ່ຖືກຜົລກະທົບ ວ່າມີເທົ່າໃດ ຈາກນັ້ນຈະໃຫ້ຄ່າຊົດເຊີຍ.

ນອກຈາກນີ້ ທາງການເມືອງຊຳເໜືອຢໍ້າຕື່ມວ່າ ຈະໃຫ້ຄວາມເປັນທັມທັງສອງຝ່າຍ ໂດຍສະເພາະປະຊາຊົນ ຜູ້ທີ່ໄດ້ຮັບຄວາມເສັຽຫາຍ ທັງເຂົ້າແລະເນື້ອທີ່ດິນນາ ນັ້ນ ກໍ່ຈະໄດ້ຮັບຄ່າຊົດເຊີຍ ຕາມສັນຍາ.

ຕາມການຣາຍງານເນື້ອທີ່ດິນ ຂອງປະຊາຊົນທີ່ເສັຽຫາຍຈາກການກໍ່ສ້າງ ໂຮງງານໄຟຟ້າ ຖ່ານຫີນຂອງຈີນ  ມີປະຊາຊົນບ້ານຫ້ວຍຄົງ 40 ຄອບຄົວ ແລະ ບ້ານຫຼັກຊາວ 20 ຄອບຄົວ. ຜ່ານມາ ປະຊາຊົນສອງບ້ານ ໄດ້ຍື່ນໜັງສືໄປຫາ ຫ້ອງການເມືອງ ແລະ ແຂວງ ຫຼາຍເທື່ອ ເພື່ອໃຫ້ຕິດຕາມ ເຣື່ອງຄ່າຊົດເຊີຍ ທີ່ທາງບໍຣິສັດ ໄດ້ໃຫ້ສັນຍາຕັ້ງແຕ່ຕົ້ນປີ ທີ່ ຜ່ານມາ.

ຈົນເຖິງປັດຈຸບັນປະຊາຊົນ ກໍ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຕາມສັນຍາດ່ັງກ່າວ ໂດຍປະຊາຊົນ ຮຽກຮ້ອງຄ່າຊົດເຊີຍ ຕໍ່ ໂຮງງານໄຟຟ້າ ຖ່ານຫີນ 100 ລ້ານກີບ ຕໍ່ເຮັກຕ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.