ຈີນລົງນາມຫລຸດຜ່ອນຄວາມ ທຸກຍາກ ໃນລາວ
2014.08.05
ກັມມະການ ແຫ່ງຊາຕ ເພື່ອ ການພັທນາ ຊົນນະບົດ ແລະ ຫລຸດຜ່ອນ ຄວາມທຸກຍາກ ກັບ ສູນຫລຸດຜ່ອນ ຄວາມທຸກຍາກ ຣະຫ່ວາງ ປະເທດ ຂອງຈີນ ໄດ້ລົງນາມ ບັນທຶກຄວາມ ເຂົ້າໃຈ ເພື່ອແກ້ໄຂ ບັນຫາ ຄວາມທຸກຍາກ ໃນລາວ. ການລົງນາມ ໄດ້ມີຂຶ້ນ ໃນວັນທີ 4 ສິງຫາ2014. ຕາມຣາຍງານ ໜັງສືພິມ ທາງການ ລາວ. ພາຍໃຕ້ ສັນຍາ ທັງສອງຝ່າຍ ຈະ ເຮັດວຽກ ຮ່ວມກັນ ສ້າງສູນ ອົບຮົມ ຢູ່ ເມືອງສັງທອງ ເພື່ອສ້າງ ບຸຄລາກອນ ໃຫ້ສາມາດ ຕອບສນອງ ຄວາມຕ້ອງ ການ ຂອງຂອບ ໂຄງການ ຫລຸດຜ່ອນ ຄວາມ ທຸກຍາກ.
ໂຄງການ ຫລຸດຜ່ອນ ຄວາມທຸກຍາກ ໃນລາວ ເປັນໂຄງການ ທີ່ ຖືກຕັ້ງຂຶ້ນ ໄດ້ 10 ກວ່າປີແລ້ວ ໃນນັ້ນ ປະກອບດ້ວຍ ກອງທຶນ ເພື່ອຫລຸດຜ່ອນ ຄວາມທຸກຍາກ ເພື່ອສ້າງ ໂຄງຮ່າງ ພື້ນຖານ ທີ່ຈໍາເປັນ ໃນເຂດ ຊົນນະບົດ ແລະ ການ ບໍຣິການ ອື່ນໆ ເພື່ອໃຫ້ ປະຊາຊົນ ຫລຸດພົ້ນ ຈາກ ຄວາມທຸກຍາກ.
ລາຍງານ ຂອງຄນະ ກັມມະການ ຫລຸດຜ່ອນ ຄວາມທຸກຍາກ ວ່າ ແຜນການ 5 ປີ ສົກປີ 2011-15 ນີ້ ມີເປົ້າໝາຍ ໃຫ້ອັດຕຣາ ຄວາມທຸກຍາກ ໃນລາວ ຫລຸດຕໍ່າກ່ວາ 10 ສ່ວນຮ້ອຍ, ແຕ່ວ່າ ປະເທດລາວ ປັດຈຸບັນ ຍັງຖືກຈັດວ່າ ເປັນປະເທດ ພັທນາ ໜ້ອຍທີ່ສຸດ ໃນ ພູມີພາກ ຍ້ອນວ່າ ປະຊາຊົນ ສ່ວນໃຫຍ່ ຍັງມີ ສະພາບ ຊີວິ ການເປັນຢູ່ ແບບທຸກຍາກ ຢູ່ ຂາດສຸຂສາລາ ຂາດ ຖນົນຫົນທາງ ບ້ານຕໍ່ບ້ານ ແລະ ຂາດ ສະຖານທີ່ ອໍານວຍ ຄວາມ ສະດວກ ຕ່າງໆ.