ຣົດໄຟ ລາວ-ຈີນ ໃຜໄດ້ ປໂຍດ
2017.04.21
ທາງຣົດໄຟຄວາມໄວສູງ ລາວ-ຈີນ ທາງການ ສປປລາວ ເວົ້າວ່າຍາວ 417 ກິໂລແມັດ ຂນະທີ່ອົງການຂ່າວ Xinhua ຂອງທາງການຈີນ ຣາຍງານວ່າຍາວ 414 ກິໂລແມັດ ແລະ ຂ່າວເມນາເຈີ ອອນລາຍ ຂອງໄທ ເວົ້າວ່າ ມີອຸໂມງ ທັງໝົດ 75 ແຫ່ງ ຍາວ 197 ກິໂລແມັດ ຊຶ່ງຂນະນີ້ ຄົນງານຈີນແລະລາວ ກຳລັງເລີ້ມເຈາະອຸໂມງ ຕື່ມອີກ ໃນເຂດແຂວງ ອຸດົມໄຊ ທີ່ຣົດໄຟຈະຜ່ານ 126 ກິໂລແມັດ ແລະມີ 34 ອຸໂມງ ຍາວທັງໝົດ ເກືອບເຖິງ 76 ກິໂລແມັດ. ຕາມຂໍ້ມູນ ຂອງທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ ອຸດົມໄຊ ທີ່ຂ່າວຣາຍງານເມື່ອວັນທີ 9 ເມສາ 2017 ນີ້.
ປັດຈຸບັນ ບໍຣິສັດຈີນ ທີ່ຮັບເໝົາກໍ່ສ້າງ ທາງຣົດໄຟ ກຳລັງ ປະຕິບັດວຽກງານ ການກໍ່ສ້າງ ຮວມທັງການ ເຈາະອຸໂມງ ຢູ່ຕາມແຂວງຕ່າງໆ ຄື: ແຂວງຫຼວງນ້ຳທາ, ອຸດົມໄຊ, ຫລວງພຣະບາງ ແລະແຂວງວຽງຈັນ ທີ່ທາງຣົດໄຟ ຈະຜ່ານໄປເຖິງ ນະຄອນຫລວງ ວຽງຈັນ.
ການເຈາະອຸໂມງແຫ່ງທຳອິດໃນຈໍານວນ 3 ແຫ່ງ ຂອງເສັ້ນທາງ 50 ກິໂລແມັດ ຈາກດ່ານຊາຍແດນ ບໍ່ເຕັນ ແຂວງຫຼວງນ້ຳທາ ໄປຫາ ເມືອງນາໝໍ້ ແຂວງອຸດົມໄຊ ຄື: ອຸໂມງບໍ່ເຕັນ, ອຸໂມງ ມິຕພາບ ລາວ-ຈີນ ແລະ ອຸໂມງຕີນຕົກ ຊຶ່ງມີຄວາມຍາວ ລວມກັນ 10 ປາຍ ກິໂລແມັດ ຂນະທີ່ທາງການ ສປປລາວ ຣາຍງານວ່າ ໃນຈໍານວນອຸໂມງ ທັງໝົດ ທີ່ຈະເຈາະນັ້ນ ມີອຸໂມງຍາວເກີນ 7 ກິໂລແມັດມີ 7 ແຫ່ງແລະຍາວກວ່າໝູ່ ແມ່ນປະມານ 9 ກິໂລແມັດ ເຄິ່ງ.
ໃນຈໍານວນອຸໂມງ ທີ່ຈະມີການເຈາະ ຕາມເສັ້ນທາງຣົດໄຟ ທັງໝົດ 75 ແຫ່ງ ຍາວ 197 ກິໂລແມັດ ນັ້ນແມ່ນອຸໂມງ ທີ່ຈະເຈາະຢູ່ໃນເຂດ ເມືອງກາສີ ແຂວງ ວຽງຈັນ ຍາວກວ່າໝູ່ ຄືປະມານ 12 ກິໂລແມັດ. ທາງຣົດໄຟ ຄວາມໄວສູງ ລາວ-ຈີນ ເລີ້ມ ກໍ່ສ້າງ ຢ່າງເປັນທາງການ ໂດຍທີ່ຈະໃຊ້ ຄົນງານຫລາຍໝື່ນຄົນ ທັງຄົນງານຈີນ ແລະຄົງານລາວ ຊຶ່ງທ່ານ ໂຊນີ ແສງສຸວັນ ນັກທຸຣະກິດລາວ ທີ່ຣັຖ ຄາລິຟໍເນັຍ ສະຫະຣັຖ ອະເມຣິກາ ຊຶ່ງຕິດຕາມ ສະພາບການຢູ່ ສປປລາວ ຢ່າງໃກ້ຊິດ ມາໂດຍຕລອດ ໃຫ້ສໍາພາດ ວິທຍຸເອເຊັຍ ໃນມື້ວັນທີ 17 ເມສາ 2017 ນີ້ວ່າ: ສຽງ...
ການກໍ່ສ້າງທາງຣົດໄຟ ແຕ່ຊາຍແດນຈີນ ເຖິງນະຄອນຫຼວງວຽງຈັນ ທີ່ມີມູນຄ່າ ຊຶ່ງທາງການລາວ ເວົ້າວ່າປະມານ 5,956 ລ້ານໂດລາ ສະຫະຣັຖ. ຣັຖບາລຈີນ ຖືຫຸ້ນ 70% ແລະຣັຖບານ ສປປລາວ ຖືຫຸ້ນ 30%. ເງິນທີ່ຈະໃຊ້ເຂົ້າໃນ ຫຸ້ນສ່ວນ 30% ນັ້ນ ຣັຖບາລລາວ ກູ້ຢືມຈາກທະນາຄານ ສົ່ງອອກ ແລະນໍາເຂົ້າ ຂອງຈີນ ດ້ວຍດອກເບັ້ຍ 2.3% ນັ້ນ ແບ່ງອອກເປັນ 6 ໄລຍະ ຕາມ 6 ສັນຍາກໍ່ສ້າງ ທີ່ເຊັນກັບ ບໍຣິສັດກໍ່ສ້າງຈີນ ເມື່ອທ້າຍປີ 2016.
ໂຄງການສ້າງທາງຣົດໄຟຄວາມໄວສູງລາວ-ຈີນ ນີ້ຈີນໄດ້ສໍາຣວດ ດ້ານພູມີສາດ ແລະທໍຣະນີສາດ ມາຕັ້ງແຕ່ກາງເດືອນ ສິງຫາ 2010 ຫາຕົ້ນປີ 2011 ແລະສໍາເຮັດບົດວິພາກ ເສຖກິດ-ເຕັກນິກ ໃນກາງປີ 2012. ທາງສາຍນີ້ ໄດ້ແບ່ງເປັນ 2 ຊ່ວງ ຄືຊ່ວງ ບໍ່ເຕ່ນ-ວັງວຽງ ເປັນເຂດພູຜາຊັນ ແລະຊ່ວງ ວັງວຽງ-ນະຄອນຫລວງວຽງຈັນ ເປັນເຂດທົ່ງພຽງ.
ການກໍ່ສ້າງໂຄງການ ຮວມທັງການປະມູນຈັດຊື້ ແລະຈັດຈ້າງຕ່າງໆ ມີທັງໝົດ 13 ສັນຍາ ຊຶ່ງປະກອບດ້ວຍ ສັນຍາຮັບເໝົາກໍ່ສ້າງ 6 ສະບັບ ເພາະມີ 6 ຊ່ວງ ກໍ່ສ້າງ. ສັນຍາຮັບເໝົາກໍ່ສ້າງ 6 ສະບັບທີ່ວ່ານັ້ນ ຄືສັນຍາທີ 1 ແຕ່ບໍ່ເຕ່ນ ຫາເມືອງໄຊ. ສັນຍາທີ 2 ແຕ່ ເມືອງໄຊ ຫາຂົວນໍ້າສື, ສັນຍາທີ 3 ແຕ່ຂົວນໍ້າສື ຫາພູສະເນນ, ສັນຍາທີ 4 ແຕ່ພູສະເນນ ຫາບ້ານປ່າ, ສັນຍາທີ 5 ແຕ່ບ້ານປ່າ ຫາ ໂພນໂຮງ ແລະສັນຍາທີ 6 ແຕ່ໂພນໂຮງ ຫານະຄອນຫຼວງ ວຽງຈັນ ຊຶ່ງວ່າຈະກໍ່ສ້າງ ໃຫ້ສໍາເຣັດ ໃນເວລາ 60 ເດືອນ.