ຈີນຈະສ້າງທາງດ່ວນຢູ່ລາວ

ຈໍາປາທອງ
2015.06.25
F-Road-mou ພິທີລົງນາມ ກໍ່ສ້າງທາງສາຍດ່ວນ ໃນ ລາວ
RFA/NY

ເມື່ອ ວັນທີ 5 ມິຖຸນາ 2015 ນີ້, ກຸ່ມ ບໍຣິສັດ ອານຮຸຍ ຄອນ ຈຳກັດ ຂອງຈີນ ສເນີໃຫ້ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ຂອງ ສປປ ລາວ, ຮ່ວມ ປຶກສາ ຫາລື ກ່ຽວກັບ ໂຄງການ ກໍ່ສ້າງ ທາງດ່ວນ ແຕ່ ແຂວງ ຢຸນນານ ຂອງຈີນ ເຖິງ ນະຄອນ ຫລວງ ວຽງຈັນ, ແລະ ໄດ້ ລົງນາມ ໃນບົດ ບັນທຶກ ຊ່ວຍຈຳ ຫຼື MOU ກ່ຽວກັບ ໂຄງການ ກໍ່ສ້າງ ທາງດ່ວນ ແຕ່ ນາເຕີຍ ຫາ ຫ້ວຍຊາຍ.

ສຳລັບ MOU ກ່ຽວກັບ ໂຄງການ ກໍ່ສ້າງ ທາງດ່ວນ ແຕ່ ແຂວງ ຢຸນນານ ຂອງຈີນ ເຖິງ ນະຄອນ ຫລວງ ວຽງຈັນ ນັ້ນ ແມ່ນໄດ້ ລົງນາມ ກັນແລ້ວ ເມື່ອ ວັນທີ 15 ພຶສພາ 2015.

ຂ່າວ ຣາຍງານ ວ່າ ເສັ້ນທາງ ສາຍດ່ວນ ຢູ່ ສປປລາວ ນີ້, ເບື້ອງຕົ້ນ ແມ່ນໄດ້ ເລີ່ມ ສຳຣວດ ຈາກ ນະຄອນ ຫລວງ ວຽງຈັນ ເຖິງ ເມືອງ ປາກເຊ ແຂວງ ຈຳປາສັກ, ເພື່ອ ປະເມີນ ມູນຄ່າ ການ ກໍ່ສ້າງ ແລະ ຈັດສັນ ໜ້າວຽກ ຊຶ່ງ ບົດ ບັນທຶກ ຊ່ວຍຈຳ ຣະຫວ່າງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ກັບ ກຸ່ມ ບໍຣິສັດ ວິສວະກັມ ກໍ່ສ້າງ ແຂວງ ຢຸນນານ ຂອງຈີນ.

ກ່ຽວກັບ ໂຄງການ ລົງທຶນ ເພື່ອ ກໍ່ສ້າງ ເສັ້ນທາງ ດ່ວນ ສາຍນີ້ ນັ້ນ, ຖືກ ລົງນາມ ເມື່ອ ວັນທີ 19 ພຶສພາ 2015. ເຈົ້າໜ້າທີ່ ກ່ຽວ ຂ້ອງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ຂອງ ລາວ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ວ່າ ຕອນນີ້ ຍັງຢູ່ ໃນ ຂະບວນ ການ ສຳຣວດ ແລະ ສຶກສາ  ຄວາມ ເປັນໄປໄດ້ ຊຶ່ງ ຈະ ຕ້ອງໄດ້ ມີການ ປະເມີນ ກັນ ອີກຄັ້ງ ນຶ່ງ ຫລັງຈາກ ການ ສຳຣວດ ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.