ໂຄງການສີທັນດອນ ເຊັນ ສັນຍາແລ້ວ
2018.07.02
ໃນວັນທີ 30 ມິຖຸນາ 2018 ຜ່ານມາໄດ້ມີພິທີເຊັນສັນຍາ ໂຄງການພັທນາ ເຂດເສຖກິດພິເສດໃໝ່ ສີທັນດອນ ເມືອງໂຂງ ແຂວງຈໍາປາສັກ ຣະຫວ່າງ ຣັຖບານລາວ ກັບບໍຣິສັດລາວ ມະຫານະທີ ສີທັນດອນ Investment ຈໍາກັດ ຈາກ Hong Kong ແລະ ບໍຣິສັດ LTV ກໍ່ສ້າງ ຂົວ-ທາງ ເຄຫະສະຖານ ແລະຊົລປະທານ ຈໍາກັດ.
ໂຄງການກໍ່ສ້າງ ເຂດເສຖິດພິເສດ ສີທັນດອນ ເທື່ອນີ້ ຈະໃຊ້ງົບປະມານ ໃນການລົງທຶນກວ່າ 9 ຕື້ ດອນລາ ສະຫະຣັຖ ຊຶ່ງຣັຖບານລາວ ລົງທຶນ 20% ສ່ວນຮ້ອຍ ແລະບໍຣິສັດຈີນ 80 ສ່ວນຮ້ອຍ. ຄາດວ່າຈະເຣີ້ມ ກໍ່ສ້າງໃນທ້າຍປີ 2018 ນີ້, ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງຂອງລາວ ທ່ານນຶ່ງ ກ່າວວ່າ:
“ສ້າງຮ່ວມກັນ ເຊັນສັນຍາຮ່ວມກັນເຫມິດ ທັງ 2 ບໍຣິສັດ ເນມອັນດຽວກັນ ຈີນກັບລາວ ນະຮ່ວມກັນ ເຮັດຊື່ ມັນຊື່ ລາວມະນະທີ ຮົງກົງ investment ຂີດຕົວນີ້ ເປັນຫຍັງຈັ່ງເນມຈາກຕ່າງວ່າຊື່ ແຕ່ວ່າຕ່າງຄົງກັບເນມເສຖກິດໃໝ່ ມະຫານະທີສີທັນດອນ ເພື່ອເປັນການໂຄສະນາ ມັນອອກເນມ ເພື່ອດຶງດູດ ນັກລົງທຶນ ທີ່ວ່າຄົນໃນໂລກ ເຂົາຮູ້ວ່າເປັນ ຟໍທາວເຊິນໄອແລັນ.”
ທ່ານອະທິບາຍເພີ້ມວ່າ ຈະມີການກໍ່ສ້າງ ໂຄງຮ່າງພື້ນຖານ 1.3 ຕື້ ດອນລາ ສ່ວນອີກ 7.7 ຕື້ດອນລາ ນັກລົງທຶນຣາຍຍ່ອຍ ຈະເຂົ້າມາ ລົງທຶນແລະຈະສູມໃສ່ 3 ຂະແໜງໃຫຍ່ໆຄື: ຂະແໜງ ການພັທນາທີ່ດິນ ແລະອະສັງຫາຣິມະຊັບ, ຂະແໜງ ເຮືອນພັກ ແລະໂຮງແຮມ ແລະ ຂະແໜງ ການທ່ອງທ່ຽວ.
ສໍາລັບພື້ນທີ່ກໍ່ສ້າງ ຂອງໂຄງການມີທັງໝົດ 9,846 ເຮັກຕ່າ ແບ່ງການກໍ່ສ້າງອອກເປັນ 6 ຣະຍະ ຄືເຣີ້ມແຕ່ປີ 2018 - 2050 ພາຍໃຕ້ ອາຍຸ ສັມປະທານ 50 ປີ. ຕາມເປົ້າຫມາຍ ຂອງທາງການລາວ ແມ່ນຈະສ້າງ ເມືອງໂຂງ ແຂວງຈໍາປາສັກ ໃຫ້ເປັນຕົວຢ່າງ ການພັທນາ ເສຖກິດແລະສັງຄົມ, ເຮັດໃຫ້ປະຊາຊົນ ມີຄວາມກັງວົນວ່າ ໂຄງການດັ່ງກ່າວ ຈະສົ່ງຜົນກະທົບ ຕໍ່ປະຊາຊົນ ເມືອງໂຂງ ໃນ 6 ບ້ານ ປະມານ 40 ຄອບຄົວ ແຕ່ເຈົ້າໜ້າທີ່ ຜູ້ດຽວກັນກ່າວວ່າ ຣັຖບານລາວ ຈະພຍາຍາມ ບໍ່ໃຫ້ການກໍ່ສ້າງ ກະທົບເຮືອນຊານ ຂອງປະຊາຊົນ ທ່ານວ່າ:
“9,846.01 ເຮັກຕ່າ ເປັນຫຍັງຈິ່ງວ່າຊັ້ນ ບ່ອນວ່າອອກຈາກ ຄອນພະເພັງ 7,075 ເຮັກຕ່າແລ້ວ ແມ່ນເຊື່ອມໂຍງໃສ່ ໝູ່ເກາະ 2,000 ກວ່າ ເຮັກຕ່າ ຣັຖບານບໍ່ໃຫ້ເຮັດໃສ່ ບ່ອນຖຶກປະຊາຊົນ ໃຫ້ເຮັດໃສ່ ບ່ອນບໍ່ຖືກ ປະຊາຊົນ ໃຫ້ປະຊາຊົນ ມີສ່ວນຮ່ວມ ພັທນາແບບຍືນຍົງ ແລະຕິດພັນກັບ ການອານຸຮັກ ທັມມະຊາດ ແລະ ສະພາບແວດລ້ອມ ຮັກສາເຂດດັ່ງກ່າວ ເປັນເຂດສີຂຽວ ຖ້າໂຄງການ ພັທນາປັ້ບ ການເຂົ້າຄອນພະເພັງ ຄົນລາວ ຈະບໍ່ໄດ້ເກັບຄ່າເຂົ້າຊົມ.”
ທ່ານອະທິບາຍວ່າ ໃນນັ້ນຈະມີໂຮງກາຊິໂນ ແຫ່ງດຽວພ້ອມກັບໂຮງແຮມ 5 ດາວ ຢູ່ບໍຣິເວັນ ຟາກທາງເລກ 13 ອອກໄປທາງ ປະເທດ ກັມພູຊາ ແລະສໍາລັບບໍຣິເວນ ໃກ້ຄຽງນໍ້າຕົກ ຄອນພະເພັງ ຈະສ້າງເປັນສວນ ສາທາຣະນະ.
ຢ່າງໃດກໍຕາມ ໂຄງການພັທນາເຂດເສຖກິດພິເສດ ດັ່ງກ່າວມີມູນຄ່າ ການລົງທຶນສູງກ່ວາ ໂຄງການກໍ່ສ້າງ ທາງຣົຖໄຟ ລາວ-ຈີນ ທີ່ໃຊ້ ງົບປະມານ ໃນການລົງທຶນ ພຽງ 5 ຕຶ້ກ່ວາ ດອນລ່າ ເທົ່ານັ້ນ.