ຂ.ຈຳປາສັກໂຈະຂຶ້ນຄ່າ ຜ່ານທາງ

ອຸ່ນແກ້ວ ສຸກສະຫວັນ
2017.10.02
F-14A ເສັ້ນທາງ 14A ຈາກເມືອງປາກເຊ ຫາ ຈໍາປາສັກ
Screen captured Lao Highway 14A video bikinglao

ທາງການແຂວງຈຳປາສັກ ຢືນຢັນ ໃຫ້ບໍຣິສັດດວງດີ ກໍ່ສ້າງ ຂົວທາງຈຳກັດ ໂຈະການຂຶ້ນລາຄ່າ ເກັບຄ່າຜ່ານທາງໝາຍເລກ 16W ຈາກ ປາກເຊ ໄປຫາວັງເຕົ່າ ແລະ ທາງໝາຍ ເລກ 14A ທາງຄົບ ໄປຫາ ພະພິມ ນັບແຕ່ວັນທີ 28 ກັນຍາ ເປັນຕົ້ນໄປ.

ທາງການແຂວງ ໃຫ້ບໍຣິສັດ ເກັບຕາມລາຄາເກົ່າຄື 20 ພັນກີບ ຕາມທີ່ສູນກາງ ໄດ້ຕັ້ງເອົາໄວ້, ດັ່ງເຈົ້າໜ້າທີ່ ຫ້ອງການປົກຄອງ ແຂວງ ຈຳປາສັກ ທ່ານນຶ່ງ ໄດ້ກ່າວ ໃນວັນທີ 2 ຕຸລາ ວ່າ:

"ເພິ່ນໄດ້ປະຕິບັດ ຕາມລາຄາຕົວທຳອິດເນາະ ເພາະວ່າຕົວທຳອິດໄປ 10 ພັນກິບ ກັບ 10 ພັນກີບ ເປັນ 20 ພັນກີບ ບາດມານີ້ມາຫວ່າງ ສອງສາມ ມື້ກ່ອນ ເພິ່ນຂຶ້ນລາຄາ ແມ່ນລະວ່າ, ຕົວທີ່ເພິ່ນຂຶ້ນ ລາຄາ ເພິ່ນກະເລີຍ ຕົກລົງກັນວ່າ ໃຫ້ທາງນັ້ນ ເປັນລາຄາເກົ່າ ລາຄາຕົວ ໄປ 10 ພັນ ມາ 10 ພັນ ບໍ່ໄດ້ເກັບຕົວຂຶ້ນ".

ບໍຣິສັດດວງດີກໍ່ສ້າງ ປະກາດຂຶ້ນລາຄາ ເກັບຄ່າຜ່ານທາງ ແຕ່ກາງເດືອນກັນຍາ ຜ່ານມາໂດຍສະເພາະ ທາງໝາຍເລກ 16W ປາກເຊ- ວັງເຕົ່າ ຈາກ 20 ພັນ ໄປກັບມາເປັນ 30 ພັນກິບ ໄປກັບ ຕໍ່ຣົດຄັນນຶ່ງ.

ເສັ້ນທາງໝາຍເລກ 14A ທາງຄົບ ໄປຫາ ພະພິມ ຈາກລາຄາແຕ່ກ່ອນ ໄປກັບເສັຍໃນລາຄາ 15 ພັນ ກີບ ມາເປັນ ໄປກັບ 25 ພັນກີບ. ຫລັງຈາກທີ່ ບໍຣິສັດ ໄດ້ປະກາດຂຶ້ນລາຄາ ຜ່ານທາງ ປະຊາຊົນ ທີ່ໃຊ້ເສັ້ນທາງ ດັ່ງກ່າວ ກໍບໍ່ພໍໃຈ ຍ້ອນວ່າ ເຂົາເຈົ້າໄດ້ເສັຍແພງ ຢູ່ແລ້ວ ທີ່ຜ່ານມາ.

ທ່ານ ອຸດອນ ແກ້ວດວງດີ ຜູ້ອຳນວຍການບໍຣິສັດ ເວົ້າວ່າ ເນື່ອງຈາກບໍຣິສັດ ເປັນຜູ້ຮັບເໝົາ ແລະໄດ້ສຳປະທານລົງທຶນ ກໍ່ສ້າງເສັ້ນທາງ 100 ເປີເຊັນ ໂດຍມີອາຍຸ ສຳປະທານ 45 ປີ ກໍໄດ້ກຳນົດ ລາຄາຜ່ານທາງ ຕໍ່າສຸດ ແລະ ຄິດຄຳນວນ ຕາມມູນຄ່າ ການກໍ່ສ້າງ ລະຍະ ເວລາ ສຳປະທານ ເຮັດໃຫ້ ບໍຣິສັດ ເກັບຄືນບໍ່ໄດ້ ຈຶ່ງກຳນົດ ຂຶ້ນລາຄາ ຜ່ານທາງ ເພື່ອໃຫ້ ບໍຣິສັດ ໄດ້ທຶນຄືນ ຕາມທີ່ໄດ້ ລົງທຶນໄປ.

ລາຄາຜ່ານມາທາງ ສະເພາະຣົດຈຳໂບ້ ຣົດຕຸກໆ ເກັບ 5 ພັນກີບ, ຣົດເກັ໋ງ ຣົດຕູ້ ຣົດໂດຍສານບໍ່ເກີນ 7 ບ່ອນນັ່ງ ເກັບ 20 ພັນກີບ, ຣົດໂດຍສານ 8-22 ບ່ອນນັ່ງເກັບ 25 ພັນກີບ, ຣົດໂດຍສານ 23-35 ບ່ອນນັ່ງ ເກັບ 30 ພັນກີບ, ຣົດໂດຍສານ 35 ບ່ອນນັ່ງຂຶ້ນໄປ ເກັບ 40 ພັນກີບ, ຣົດບັນທຸກນ້ຳໜັກ 7 ໂຕນ 30 ພັນກີບ, ຣົດບັນທຸກໃຫຍ່ ແຕ່ບໍ່ຮອດ 18 ລໍ້ ນ້ຳໜັກບໍ່ເກີນ 7 ໂຕນ 60 ພັນກີບ, ຣົດບັນທຸກໃຫຍ່ 18-22 ລໍ້ 80 ພັນກີບ, ແລະ ຣົດບັນທຸກນັກພິເສດ 20 ລໍ້ຂຶ້ນໄປ 1 ແສນກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.