ຂ.ຈໍາປາສັກສັ່ງປິດໂຮງງານ ປຸງແຕ່ງ ໄມ້
2017.10.31
ຜແນກອຸດສາຫະກັມແລະການຄ້າ ຮ່ວມກັບຜແນກກະສິກັມ ແລະປ່າໄມ້ ແຂວງຈຳປາສັກ ອອກກວດກາ ໂຮງງານປຸງແຕ່ງໄມ້ ຂນາດນ້ອຍ ໃນທົ່ວແຂວງ 300 ປາຍແຫ່ງພົບວ່າມີ 176 ແຫ່ງທີ່ບໍ່ມີ ໃບທະບຽນການຄ້າ ຊຶ່ງຖືວ່າຜິດກົດໝາຍ ຖືກສັ່ງໃຫ້ປິດ ແລະຍຶດເອົາໄມ້ທັງໝົດ ເຂົ້າເປັນຂອງຣັຖ ໂດຍໃຫ້ຜແນກກະສິກັມ ແລະປ່າໄມ້ ເປັນຜູ້ເກັບມ້ຽນໄວ້ຢູ່ສາງ. ຕາມຄຳເວົ້າຂອງເຈົ້າໜ້າທີ່ຜແນກ ກະສິກັມແລະປ່າໄມ້ ແຂວງ ໃນມື້ວັນທີ 31 ຕຸລາ ນີ້:
"ບໍ່,ຕົວນ້ອຍ ຕົວທີ່ບໍ່ມີທະບອກທະບຽນອີ່ຫຍັງນີ້ນະ ຂໍ້ຕົກລົງເຈົ້າແຂວງ ລະແມ່ນພວກບໍ່ມີ ເອກກະສານຄົບຖ້ວນ ແມ່ນລະມັນຊະຊາຍຫຼາຍ ຄັນມັນບໍ່ຖືກ ກໍສິບໍ່ຖືກ ໝົດຄູ່ແນວຫັ້ນແລ້ວ ມັນເອົາມາ ແຕ່ໃສ, ຕົວໂຮງງານມັນບໍ່ຖືກ ກໍສິໄປໄລ່ໂຄຕາ ມາແຕ່ໃສ ຊື້ເຮືຶອນ ຊື້ແບບນໍາ ບຸກຄົນ ມາສົ່ງໃຫ້ ມັນກໍແຮງຜິດແລ້ວ ອັນນັ້ນ ມີແຕ່ຈະຖືກຍຶດ ເທົ່ານັ້ນແລ້ວ".
ທ່ານກ່າວຕື່ມວ່າ ໂຮງງານປຸງແຕ່ງໄມ້ ຂນາດນ້ອຍ ທີ່ໄດ້ໄປກວດນັ້ນ ສ່ວນຫລາຍເປັນ ທຸຣະກິດຄອບຄົວ ທີ່ໄດ້ເຮັດມາດົນນານແລ້ວ. ໂຮງງານປຸງແຕ່ງໄມ້ 176 ແຫ່ງ ທີ່ຖືກສັ່ງໃຫ້ປິດນັ້ນ ມີຢູ່ເມືອງ ປະທຸມພອນ 52 ແຫ່ງ, ເມືອງມຸນລະປາໂມກ 26 ແຫ່ງ, ເມືອງບາຈຽງ ຈະເລີນສຸກ 24 ແຫ່ງ, ເມືອງສຸຂຸມາ 19 ແຫ່ງ, ເມືອງຈຳປາສັກ 18 ແຫ່ງ, ເມືອງປາກເຊ 13 ແຫ່ງ, ເມືອງໂຂງ 11 ແຫ່ງ, ເມືອງໂພນ ທອງ 5 ແຫ່ງ, ເມືອງປາກຊ່ອງ ແລະເມືອງຊະນະສົມບູນ ເມືອງລະ 4 ແຫ່ງ.
ປັດຈຸບັນ ຢູ່ແຂວງຈຳປາສັກ ມີໂຮງງານປຸງແຕ່ງໄມ້ ທັງຂນາດໃຫຍ່, ຂນາດກາງ ແລະຂນາດນ້ອຍ ທີ່ຖືກຕ້ອງຕາມກົດໝາຍ ທັງໝົດປະ ມານ 300 ແຫ່ງ. ພາຍຫລັງທີ່ມີແຈ້ງການ ເລກທີ 15 ຂອງນາຍົກຣັຖມົນຕຣີ ໃຫ້ເຂັ້ມງວດ ໃນການຄວບຄຸມ ແລະກວດກາ ການຂຸດຄົ້ນ ໄມ້ ແລະທຸຣະກິດໄມ້ ເພື່ອສະກັດກັ້ນ ການລັກລອບ ຊື້-ຂາຍ ໄມ້ມານີ້ ເຈົ້າໜ້າທີ່ກວດກາ ສະເພາະກິດ ສູນກາງ ແລະ ເຈົ້າໜ້າທີ່ແຂວງ ຕ່າງໆ ກໍຍັງກວດພົບການລັກ ຊື້-ຂາຍໄມ້ ແບບບໍ່ເກງກົວກົດໝາຍນັ້ນຢູ່ ເຊັ່ນຢູ່ ແຂວງຫລວງນ້ຳທາ, ອັດຕະປື, ສະຫວັນນະເຂດ ແລະ ແຂວງຈຳປະສັກ.