ຂ.ຈໍາປາສັກຈະປະມູນ ຂາຍໄມ້ ຍຶດໄດ້

ຈໍາປາທອງ
2017.06.08
f-logs ໄມ້ຈາກ ສປປລາວ ທີ່ຂ້າມແດນໄປຢູ່ ໂຮງງານເຮັດ ເຟີນີເຈີ້ ຂອງປະເທດວຽດນາມ. ຕາມຣາຍງານຂອງອົງການ EAI
Screen captured EIA video

ທາງການແຂວງຈໍາປາສັກ ຕຽມເປີດປະມູນຂາຍໄມ້ ຜິດກົດໝາຍ ທີ່ຍຶດໄດ້ ຈໍານວນ 800 ປາຍແມັດກ້ອນ ເປັນຄັ້ງທໍາອິດ ໃນປີນີ້ ເພື່ອ ເອົາເງິນ ເຂົ້າຣັຖ. ທາງການແຂວງ ໄດ້ມີການປະກາດ ໃຫ້ນັກທຸຣະກິດ ໄປປະມູນໄມ້ 830 ແມັດກ້ອນ ໃນມື້ວັນທີ 20 ມິຖຸນາ 2017 ນີ້. ດັ່ງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ແຂວງຈໍາປາສັກ ເວົ້າ ໃນວັນທີ 8 ມິຖຸນາ ນີ່ວ່າ:

"ເພິ່ນປະມູນຫັ້ນແມ່ນ ວັນທີ 20 ແຕ່ວ່າເພີ່ນເລີ້ມຂາຍ ຊອງປະມູນ ແຕ່ມື້ນີ້ຮອດ ວັນທີ 19 ມາພົວພັນ ຊື້ເອົາໂລດນໍາ ຂແນງການຄ້າ ພາຍໃນ ກະຄືວ່າມີ ຫລາຍຢູ່ ເພາະວ່າຍັງ ເລີ້ມນັບຢູ່ ກະມີເດ ຍັງບໍ່ທັນຮັບ ຈາກຂແນງປ່າໄມ້ ກະມີ".

ນາງກ່າວຕື່ມວ່າ ໄມ້ທີ່ຖືກນໍາມາປະມູນ ເທື່ອທໍາອິດນີ້ ເປັນໄມ້ທີ່ຍຶດໄດ້ ຢູ່ສນາມສອງ ແລະ ສນາມສາມ. ສ່ວນໃຫຍ່ ແມ່ນໄມ້ດູ່ ແລະ ໄມ້ຈໍາປາປ່າ. ຜູ້ທີ່ຈະປະມູນຊື້ ຕ້ອງມີ ໂຮງງານ ຜລິດເຟີນີເຈີ ຫລືໂຮງງານ ປຸງແຕ່ງໄມ້ ໃນປະເທສລາວ ເທົ່ານັ້ນ.

ນາງເວົ້າວ່າ ພາຍໃນປີນີ້ ຄາດວ່າຈະມີການປະມູນ ໄມ້ຕື່ມອີກ ເພາະວ່າຢູ່ແຂວງ ຈໍາປາສັກ ນີ້ຍຶດໄມ້ ໄດ້ຫລາຍ.

ນອກຈາກແຂວງຈໍາປາສັກແລ້ວ ຢູ່ແຂວງອັດຕະປື ກໍຈະມີການ ປະມູນໄມ້ 2,200 ປາຍແມັດກ້ອນ ຊຶ່ງສ່ວນໃຫຍ່ ແມ່ນຍຶດໄດ້ ຈາກ ຂະບວນລັກຕັດໄມ້ ສົ່ງໄປຂາຍໃຫ້ ພໍ່ຄ້າ ວຽດນາມ.

ການລັກຕັດໄມ້ຂົນໄປປະເທສວຽດນາມ ຍັງມີຢູ່ ຍ້ອນຄົນບາງກຸ່ມ ທີ່ບໍ່ຢ້ານກົດໝາຍ ເຖິງແມ່ນວ່າ ມີຄໍາສັ່ງຫ້າມ ຂອງນາຍົກ ຣັຖມົນຕຣີ ສປປລາວ ແລ້ວກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.