80 ຄອບຄົວ ຍັງບໍ່ໄດ້ເງິນ ຈາກຢາງພາຣາ ວຽດນາມ
2018.10.08
ປະຊາຊົນ 80 ຄອບຄົວ ຢູ່ບ້ານປາກຫ້ວຍ ເມືອງປະທຸມພອນ ແຂວງຈຳປາສັກ ຍັງບໍ່ໄດ້ເງິນຊົດເຊີຍ ຈາກບໍຣິສັດ ດັກລັກ ຣັບເບີ ປະເທດວຽດນາມ ທີ່ເຂົ້າມາລົງທືນ ປູກຢາງພາຣາ ຕັ້ງແຕ່ປີ 2005 ໃນເນື້ອທີ່ 700 ປາຍເຮັກຕາຣ໌. ການສັມປະທານຄັ້ງທຳອິດ ຈະແບ່ງຣາຍໄດ້ ໃຫ້ປະຊາຊົນ 50/50, ຕາມສັນຍາ ຣະຫວ່າງ ບໍຣິສັດ ດັກລັກ ຣັບເບີ ກັບປະຊາຊົນ ເມື່ອວັນທີ 20 ສິງຫາ ຜ່ານມາ ບໍຣິສັດ ດັກລັກ ຈະແບ່ງ ໃຫ້ປະຊາຊົນ 80%, ບໍຣິສັດໄດ້ 20%. ຕໍ່ມາບໍຣິສັດ ໄດ້ປ່ຽນມາໃຫ້ ເງີນຊົດເຊີຍ ປະຊາຊົນ 50 ໂດລາສະຫະຣັຖ ຕໍ່ເຮັກຕາຣ໌ ແທນ.
ແຕ່ມາຮອດປັດຈຸບັນ, ປະຊາຊົນ ຍັງບໍ່ໄດ້ຮັບເງີນນັ້ນເລີຍ ແຕ່ຍັງເສັຽພາສີ ທີ່ດິນ ໃຫ້ຣັຖ ຄອບຄົວລະ 100,000 ກີບຕໍ່ປີ ດັ່ງປະຊາຊົນທ່ານນີ້ ເວົ້າວ່າ:
"ທືນເຮົາ ກໍແມ່ນວ່າ ໃນຈຳນວນ 700 ເຮັກຕາຣ໌ ແບ່ງກັບວຽດ 50/50, ບັດນີ້ ບ້ານບໍ່ມີທືນຮອດ ກໍເລີຍໃຫ້ວຽດ ເປັນຜູ້ລົງທືນ ບຸກເບີກ ແລະ ກໍຄ່າປູກຢາງ ກໍໄລ່ກັນ ຢູ່ໃນຫັ້ນ ເວົ້າເຖິງຣາຍໄດ້ນີ້ ກໍວຽດ ໄດ້ 20 ລາວໄດ້ 80. ບັດນີ້ ມາເຖິງ ປັດຈຸບັນ, ເມື່ອມັນໄດ້ຮັບຜົລແລ້ວ ມັນກໍມາຢາກບິດເບືອນແລ້ວ ຕິມາສໍ່ານີ້ ເຮົາກໍມາຄິດວ່າ ມັນລຸບ ເພາະວ່າ ເຮັດຕົວເຮົາກີດ ເຮົາຫຍັງມາໃສ່ຝຸ່ນຕ່າງໆ ທືນຂອງເຮົາເອງ ບັດນີ້ມັນກໍ່ເລີຍຕີວ່າ ເຊົ່າປີນຶ່ງ 50 ຫຼຽນ ຕໍ່ເຮັກຕາຣ໌."
ທ່ານກ່າວຕື່ມວ່າ ຜ່ານມາກໍ່ໄດ້ສົ່ງເຣື່ອງ ສເນີຂັ້ນຣັຖບານແລ້ວ ມາຮອດມື້ນີ້ ກໍບໍ່ຮູ້ ຈະສເນີ ເພື່ອຫຍັງອີກ ເພາະວ່າ ທາງການກໍ່ເວົ້າວ່າ ບໍຣິສັດ ຈະເພີ່ມເງີນໃຫ້ເປັນ 55 ໂດລາ ສະຫະຣັຖ ຕໍ່ເຮັກຕາຣ໌. ປະຊາຊົນ ກໍຍອມຮັບຢູ່ ແຕ່ຍັງບໍ່ພໍໃຈ ເພາະທີ່ຜ່ານມາ ຍັງບໍ່ໄດ້ເງິນຊົດເຊີຍ ແລະ ເຈົ້າໜ້າທີ່ ຂັ້ນເມືອງ ຂັ້ນແຂວງ ກໍເຫັນດີ ໃຫ້ປະຊາຊົນ ຍອມຮັບເອົາ .
ນອກນັ້ນ ໄລຍະ 2 ປີຜ່ານມາ, ປະຊາຊົນ ກໍໄດ້ເສັຽພາສີ ໃຫ້ຣັຖບານເອງ ເຮັກຕາຣ໌ລະ 45,000 ກີບ ຫຼື 100,000 ກີບ, ເຊີ່ງແຕ່ກ່ອນ ບໍຣິສັດຈ່າຍໃຫ້, ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ແຂວງຈຳປາສັກ ເວົ້າວ່າ ການຊົດເຊີຍ ຍັງບໍ່ທັນຮູ້ ຣະອຽດເທື່ອ.
"ໂອ... ໂຕນີ້ ຂ້ອຍບໍ່ຮູ້ໃດ ຂໍ້ມູນບໍ່ທັນຮູ້ລະອຽດເດີ້ ສິໄດ້ປະສານ ນໍາເພີ່ນຕື່ມອີກ ເດເນາະ ທາງບໍຣິສັດ ເພີ່ນຫັ້ນນ່າ 55 ຫຼຽນ ຂ້ອຍກາຍັງບໍ່ຮູ້ລະອຽດ ຄົບໃດ ໄປຮ່ວມນຳເພີ່ນໃດ ໂຕເວົ້າ ເຣື່ອງຊົດເຊີຍ ມັນສິມີຫຼາຍໆ. ພາກສ່ວນ ເນາະໂຕນີ້ ເຮົາກໍ່ບໍ່ທັນຮູ້ ເພາະວ່າ ສ່ວນນຶ່ງ ກໍຮ່ວມກັບເມືອງແດ່ ສ່ວນທີສອງ ກັບຜແນກຊັບ ແລະ ກໍສ່ວນນຶ່ງ ກໍຜແນກກະສີກັມປ່າໄມ້."
ສຳລັບ ທີ່ດິນ ທີ່ບໍຣິສັດວຽດນາມສັມປະທານີ້ ເປັນທີ່ດິນ ຂອງປະຊາຊົນ. ແຕ່ເຖິງຢ່າງໃດກໍຕາມ, ປະຊາຊົນ ໄດ້ຮຽກຮ້ອງ ໃຫ້ບໍຣິສັດ ສຳລະເງິນ ຕາມຈຳນວນ ທີ່ຕົກລົງກັນ ຄອບຄົວນຶ່ງ ມີປະມານ 3 ເຮັກຕາຣ໌ ໃນຈຳນວນ 20 ປີ, ລວມແລ້ວ ຈະໄດ້ເງິນຊົດເຊີຍ ປະມານ 30 ລ້ານກີບ ແລະ ເຣື່ອງເສັຽພາສີໄປ ກໍບໍ່ຮູ້ວ່າເພີ່ນ ຕັດເອົາໃນຈຳນວນເງິນ ທີ່ຄິດໄລ່ມາແລ້ວ ຫຼື ເພີ່ນເສັຽເອງ.