ທະນາຄານກາງ ໄກ່ເກັ່ຽ ການເງິນ ຈຸລພາກ

ມະນີຈັນ
2018.08.03
F-Micro-finance ຄນະຜູ້ຕາງໜ້າຈາກ ທະນາຄານກາງ ແລະ ເຈົ້າໜ້າທີ່ ເມືອງນາຊາຍທອງ ຮ່ວມກັນໄກ່ເກັ່ຽ ແກ້ບັນຫາ ການຝາກ-ຖອນເງິນ ຂອງ ສະຖາບັນການເງິນຈຸລພາກ ທີ່ ນະຄອນຫຼວງວຽງຈັນ
ພາບຖອນຈາກເຟສບຸກ : ທະນາຄານ ແຫ່ງ ສປປ ລາວ

ທະນາຄານກາງ ແຫ່ງ ສປປລາວ ສັ່ງໃຫ້ສະຖາບັນການເງິນຈຸລພາກ ທີ່ຮັບເງິນຝາກ ຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໂຈະ ໃຫ້ປະຊາຊົນ ທີ່ເປັນລູກຄ້າຖອນເງິນຝາກ ແລະທັງແຈ້ງໃຫ້ປະຊາຊົນ ທີ່ຍັງຖອນເງິນບໍ່ໄດ້ນັ້ນ ຂຽນຄໍາຮ້ອງຟ້ອງ ຕໍ່ກົມຕໍາຣວດເສຖກິດ ເພື່ອເປັນຫຼັກຖານໃນການຟ້ອງ ໃນຂໍ້ຫາບໍ່ມີເງິນພຽງພໍ ໃຫ້ລູກຄ້າຖອນເງິນ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ ເມືອງນາຊາຍທອງ ຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 3 ສິງຫາ ນີ້:

"ດຽວນີ້ເຂົາ ທາງທະນາຄານກາງ ເພິ່ນສັ່ງປິດເມິດ ບໍ່ໃຫ້ຈັກຄົນ ເງິນທີ່ເກັບມາກະທ້ອນໄວ້ໝົດ ເພິ່ນຫ້າມບໍ່ໃຫ້ເອົາອອກ ເກັບດອກເບັ້ຽ ມາແລ້ວ ເພິ່ນກະໃຫ້ເອົາເຂົ້າຄັງ ໄວ້ໝົດເພາະວ່າໃຫ້ມັນ ກະບໍ່ທົ່ວເຖິງ ມັນໜ້ອຍວ່າຊັ້ນ ມີແຕ່ເຮັດໃຫ້ປະຊາຊົນນີ້ ເຮັດໃບຮ້ອງຟ້ອງ ຂຶ້ນໄປຫາ ກົມຕໍາຣວດເສຖກິດ ພຸ້ນ."

ທ່ານກ່າວອີກວ່າ ປັດຈຸບັນ ປະຊາຊົນບ້ານສົງເປືອຍໃຕ້ ປະມານ 40 ຄົນ ທີ່ເປັນລູກຄ້າ ສະຖາບັນການເງິນດັ່ງກ່າວ ໄດ້ໄປແຈ້ງຈໍານວນ ເງິນຝາກ ຂອງພວກຕົນ 1 ຕື້ປາຍກີບ ໃຫ້ຫ້ອງການບ້ານ ເພື່ອຂຽນຄໍາຮ້ອງຟ້ອງ ສົ່ງໃຫ້ກົມຕໍາຣວດເສຖກິດ.

ກ່ອນໜ້ານີ້ ທາງທະນາຄານກາງ ຮັບປາກກັບປະຊາຊົນ ທີ່ໄປຖອນເງິນບໍ່ໄດ້ນັ້ນວ່າ ຈະພຍາຍາມແກ້ໄຂບັນຫາ ນີ້ໃຫ້ ແລະຈະໃຫ້ລູກຄ້າ ທຸກຄົນ ສາມາດຖອນເງິນຝາກທັງໝົດໄດ້ ພາຍໃນເດືອນ ກໍຣະກະດາ ແຕ່ເວລາໄດ້ກາຍມາຮອດດືອນສິງຫາ ແລ້ວ ກໍຍັງຖອນເງິນນັ້ນ ບໍ່ໄດ້ເທື່ອ.

ເຣື້ອງການສອບສວນ ທ້າວ ສົມຈິດ ບຸນເລື່ອມ ອາດີດປະທານສະຖາບັນການເງິນຈຸລພາກ ທີ່ຮັບເງິນຝາກ ພ້ອມກັບທິມງານຈໍານວນນຶ່ງ ທີ່ຖືກຈັບໃນຂໍ້ຫາສໍ້ໂກງເງິນນັ້ນ ມາເຖິງປັດຈຸບັນ ກໍຍັງບໍ່ມີຄວາມຄືບໜ້າ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.