ງົປ ສ້າງທາງຫາກັມພູຊາ

ອຸ່ນແກ້ວ ສຸກສະຫວັນ
2016.02.24
F-Muangkhong ເມືອງໂຂງ ແຂວງ ຈໍາປາສັກ ໃຕ້ສຸດຕໍ່ກັບ ເຂດແດນ ກັມພູຊາ
RFA

ອີງຕາມ ຂໍ້ມູນ ຈາກຫ້ອງການ ຄນະ ກັມມະການ ຮ່ວມມື ລາວ-ຈີນ ໄດ້ຮູ້ວ່າ ຣັຖບານ ລາວ ໄດ້ສະເໜີ ຂໍ ຊ່ວຍເຫລືອລ້າ ຈາກ ສປ ຈີນ ໃນການ ກໍ່ສ້າງ ເສັ້ນທາງ ເຊື່ອມຕໍ່ ປະເທດລາວ ໃສ່ ກັມພູຊາ ແລະ ການກໍ່ສ້າງ ເສັ້ນທາງ ແລະ ຂົວ ໃນດອນໂຂງ ແຂວງ ຈໍາປາສັກ. ແຕ່ ໃນຂນະທີ່ ປະເທດ ກໍາພູຊາ ພັດ ຂໍສະເໜີ ຢືມເງິນ ດອກເບັ້ຽຕໍ່າ ໃນການ ກໍ່ສ້າງ ເສັ້ນທາງ ເຊື່ອມຕໍ່ ກັບ ລາວ.

ເຈົ້າໜ້າທີ່ ຈາກ ຄນະ ກໍາມະການ ຮ່ວມມື ລາວ-ຈີນ ກ່າວວ່າ ເມື່ອ ເປັນແນວນັ້ນ ທາງການຈີນ ຈຶ່ງສະເໜີໃຫ້ ລາວ ແລະ ກໍາພູຊາ ໄປ ຕົກລົງ ກັນກ່ອນ ວ່າ ຈະໃຊ້ເງິນ ຊ່ວຍເຫລືອຫລ້າ ຫລື ວ່າຈະໃຊ້ ເງິນກູ້ຢືມ ດອກເບັ້ຽຕໍ່າ ໃນໂຄງການ ດັ່ງກ່າວ. ໃນເດືອນ ມິຖຸນາ ປີ 2015 ຜ່ານມາ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກ ຣັຖມົນຕຼີ ປະທານ ຄນະ ກໍາມາທິການ ຮ່ວມມື ລາວ-ຈີນ ໄດ້ຂຽນໜັງສື ເຖິງ ເອກອັຄຣັຖທູດ ຈີນ ປະຈໍາລາວ ວ່າດ້ວຍການ ຂໍການ ຊ່ວຍເຫລືອລ້າ ຈາກ ຈີນ ໃນໂຄງການ ດັ່ງກ່າວ.

ໂຄງການ ດັ່ງກ່າວ ຮວມມີ ໂຄງການທີ 1 ແມ່ນ: ການສ້າງທາງ ເຊື່ອມຕໍ່ ແຕ່ ເມືອງ ມູນລະປະໂມກ ແຂວງ ຈໍາປາສັກ ໄປຫາ ຂົວ ເຊລໍາເພົາ ຊາຍແດນ ລາວ-ກໍາພູຊາ ມີຄວາມຍາວ ປະມານ 70 ກິໂລແມັດ ມູລຄ່າ ປະມານ 50 ລ້ານ ໂດລາຣ ສະຫະຮັຖ ພ້ອມກັບ ການກໍ່ສ້າງ ອາຄານ ດ່ານສາກົນ ມູລຄ່າ ປະມານ 3 ລ້ານ ໂດລາ.

ແລະ ໂຄງການທີ 2 ແມ່ນ: ການກໍ່ສ້າງຂົວ ຂ້າມນໍ້າຂອງ ດອນໂຂງ 2 ແຫ່ງ ມີຄວາມຍາວ 1,600 ແມັດ ແລະ ເສັ້ນທາງ ປູຢາງ ຢູ່ ດອນໂຂງ ຄວາມຍາວ 16 ກິໂລແມັດ ຮວມມູລຄ່າ ການກໍ່ສ້າງ ປະມານ 80 ລ້ານ ໂດລາ. ເຈົ້າໜ້າທີ່ ຄນະ ກໍາມະການ ຮ່ວມມື ລາວ-ຈີນ ໄດ້ຊີ້ແຈງວ່າ ໂຄງການ ດັ່ງກ່າວ ມີຄວາມສໍາຄັນ ໃນການ ພັທນາ ເສຖກິດ-ສັງຄົມ ໂດຍສະເພາະ ວຽກງານ ການຂົນສົ່ງ ແລະ ການ ທ່ອງທ່ຽວ ຂອງລາວ ແລະ ກໍາພູຊາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.