ການບິນພົລເຮືອນລາວຮ້ອງຂໍ ສາກົນ ຊ່ອຍປັບປຸງ


2013.11.04
F-ATR-72 ການບິນພົລເຮືອນລາວ ຮຽກຮ້ອງ ການບິນພົລເຮືອນ ສາກົນ ໃຫ້ການຊ່ອຍເຫຼືອ
rfa

 

ທ່ານ ສົມສວາດ ເລັ່ງສວັດ ຮອງນາຍົກຣັຖມົນຕຣີລາວ ໄດ້ຮຽກຮ້ອງ ໃຫ້ອົງການການບິນພົລເຮືອນສາກົນ ໃຫ້ການຊ່ອຍເຫລືອແນະນໍາການ ປັບປຸງຄວາມປອດພັຍ ການບິນພົລເຮືອນໃນລາວ ໃນຊ່ວງທີ່ທ່ານຕ້ອນຮັບປະທານ ການບິນພົລເຮືອນ ສາກົນທ່ານ Roberto Gonzales ໃນມື້ວັນທີ 30 ຕຸລາ ຜ່ານມາ.

ໃນຊ່ວງພິທີການຕອນຮັບ ທ່ານ ສົມສວາດ ສແດງຄວາມຫວັງຕໍ່ທ່ານ Roberto ວ່າການບິນພົລເຮືອນສຳລັບທຸຣະກິດການຄ້າແລະບໍຣິການ ຜູ້ໂດຍສານໃນລາວ ໃນອະນາຄົດ ຈະກາຍເປັນຂແນງທີ່ສຳຄັນໃນການຍົກ ຣະດັບການເຕີບໂຕ ທາງດ້ານເສຖກິດແລະການຮ່ວມມືກັບ ປະ ເທດອຶ່ນໆໃນຂົງເຂດ.

ທ່ານວ່າປັດຈຸບັນຂແນງດັ່ງກ່າວ ມີຄວາມຄືບຫນ້າດີແລະຂອບໃຈທີ່ຫລາຍປະເທດໃຫ້ການຊ່ອຍເຫລຶອໃນຣະຍະຜ່ານມາ ແຕ່ຍັງຕ້ອງການໃຫ້ ຊ່ອຍເຫລຶອຕຶ່ມອີກໃນດ້ານເທັກໂນໂລຈີແລະຄວາມຮູ້ຄວາມສາມາດໃນການປັບປຸງຣະບົບ ໂຄງຮ່າງພຶ້ນຖານການບິນພົລເຮືອນປະເພດຕ່າງໆ ໃນລາວ ໃຫ້ມີຄວາມຄືບຫນ້າ ຂຶ້ນກວ່າເກົ່າເຊັ່ນ ເຈົ້າຫນ້າທີ່ຄວບຄຸມການບິນຄວາມປອດພັຍຂອງການບິນ ແລະກິຈກັມຕ່າງໆ ທີ່ກ່ຽວພັນກັບ ການບິນພົລເຮືອນໃນລາວ. ທ່ານຫວັງວ່າ ການຊ່ອຍເຫລຶອຈາກ ອົງການການບິນພົລເຮືອນສາກົນ ຈະເຮັດໃຫ້ການບິນລາວມີຄວາມສາມາດ ສູງຂຶ້ນໃນການປະຕິບັດຫນ້າທີ່ ແລະການຮ່ວມມືກັບສາຍການບິນອຶ່ນໆ ໃນຂົງເຂດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.