ຂແນງການທ່ອງທ່ຽວ ຮຽກຮ້ອງ ຣັຖບານ ອູ້ມຊູ
2021.07.15

ຜູ້ປະກອບການຂແນງການທ່ອງທ່ຽວ ຈຳນວນຫຼາຍ ຕ່າງກໍພາກັນອຶດອັດໃຈ ຍ້ອນຜົລກະທົບ ຈາກການຣະບາດໂຄວິດ-19 ທີ່ແກ່ດຶງ ເວລາ ແລະ ກໍເພີ່ມຄວາມຮຸນແຮງຂື້ນເຣື້ອຍໆ ຍອດຜູ້ຕິດເຊື້ອສະສົມອາດຈະເຖິງ 3000 ຄົນ ພາຍໃນເດືອນນີ້. ສ່ວນບັນຫາທີ່ ປະເຊີນໜັກທີ່ສຸດ ກໍຄືບັນຫາເງິນທຶນ ໃນການດຳເນີນກິຈການ ໂດຍສະເພາະໃນໄລຍະກິຈການ ຂແນງການທ່ອງທ່ຽວ ເຂົ້າສູ່ ພາວະວິກິຈ ທີ່ຫາທາງແກ້ໄຂໄດ້ຍາກ ໃນສະພາບການແບບນີ້. ດັ່ງຜູ້ປະກອບການ ທີ່ເມືອງວັງວຽງ ແຂວງວຽງຈັນ ຜູ້ຂໍສງວນຊື່ ແລະສຽງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ 14 ກໍຣະກະດາ ວ່າຣັຖບານຄວນມີ ມາຕການຜ່ອນຜັນ ເຣື່ອງຂອງເງິນກູ້ ເຊັ່ນ, ດອກເບັ້ຽ ແລະ ເງິນຕົ້ນ ເຊິ່ງບໍ່ໄດ້ໝາຍຄວາມວ່າ ໃຫ້ຣັຖບານ ມີນະໂຍບາຍ ຈ່າຍຄ່າຊົດເຊີຍ ແຕ່ໃຫ້ແກ້ໄຂ ເພື່ອຫຼຸດຜ່ອນຄ່າ ໃຊ້ຈ່າຍ ໃນກິຈການເພາະເຂົ້າໃຈ ວ່າຣັຖບານກໍມີຫຼາຍ ພາກສ່ວນຕ້ອງຮັບຜິດຊອບ.
"ເປັນໄປໄດ້ ຊ່ອຍເຮົາໄດ້ສ່ວນໃດສ່ວນນຶ່ງ ເປັນການດີຫັ້ນແຫຼະ ຢ່າງນ້ອຍກະວ່າພາກທຸຣະກິຈເບາະ ປະຊາຊົນເບາະກະຄວນເບິ່ງ ເອີ້ນວ່າ ຕໍ່ສູ້ໃໝ່ປັບປຸງໃໝ່ ເປັນຜູ້ນຶ່ງວ່າຢາກ ພັທນາເຮັດການບໍຣິການ ສິມັນກະບໍ່ແມ່ນວ່າເຮົາ ເອົາແຕ່ຜົລປໂຍດສ່ວນໂຕ ເຮົາກະ ໄດ້ຊ່ອຍເຫຼືອສັງຄົມແດ່."
ເຈົ້າໜ້າທີ່ຂແນງການທ່ອງທ່ຽວ ເມືອງຫຼາ ແຂວງອຸດົມໄຊ ໄດ້ກ່າວຕໍ່ກັບສະພາບການ ການທ່ອງທ່ຽວໃນແຂວງວ່າ; ປັດຈຸບັນໂຕເລຂ ນັກທ່ອງທ່ຽວ ເຂົ້າມາເຫຼືອສູນສົ່ງຜົລເສັຽຫາຍ ໃຫ້ກັບຜູ້ປະກອບການຈຳນວນຫຼາຍຮ້ອຍລ້ານ ແຕ່ກໍຍັງບໍ່ທັນໄດ້ມີມາຕການຊ່ອຍເຫຼືອ ທາງດ້ານການເງິນ ກໍໄດ້ແຕ່ຣະດົມ ໃຫ້ຜູ້ປະກອບການເຂົ້າໃຈວ່າ ຍ້ອນການຣະບາດຂອງ ເຊື້ອໂຄວິດ-19 ທາງເມືອງໄດ້ປະຕິບັດ ຕາມຄຳສັ່ງນາຍົກ ແລະ ເຈົ້າແຂວງໃຫ້ປິດກິຈການ ໄປກ່ອນ.
"ຖືວ່າເຮັດໃຫ້ເສຖກິຈການທ່ອງທ່ຽວ ຂອງເມືອງເຮົາໃຫ້ຢຸສະງັກ ກະສະແດງອອກໂຕເລຂນັກທ່ອງທ່ຽວເນາະ ມາຮອດປັຈຈຸບັນ ກໍຖືວ່າສູນເນາະ ຣາຍຮັບກໍຖືວ່າສູນ ຣາຍຮັບຈາກ ຜູ້ປະກອບການຕ່າງໆ ນີ້ສະເພາະຮອບສອງນີ້ເສັຽຫາຍຫຼາຍຮ້ອຍລ້ານ."
ຜູ້ປະກອບການໃນແຂວງຫຼວງພຣະບາງ ທີ່ມີຫຼາຍກິຈການ ໄດ້ໃຫ້ຄຳເຫັນວ່າ ຜ່ານມາພາກຣັຖ ກໍໄດ້ປະກາດມາຕການອອກມາວ່າ ຈະເລື່ອນເວລາການຊໍາຣະໜີ້, ການຫຼຸດອັດຕຣາດອກເບັ້ຽ ແລະການປ່ອຍກູ້ໃໝ່ເພື່ອຟື້ນຟູ ແລະສົ່ງເສີມກິຈການ. ແຕ່ພາກປະຕິບັດ ໂຕຈິງ ພໍຜູ້ປະກອບການໄປເຈຣະຈາກັບທະນາຄານ ໂດຍອ້າງອີງການປະກາດ ຂອງທະນາຄານແຫ່ງ ສປປລາວ ທາງທະນາຄານ ກໍບໍ່ໄດ້ປະຕິບັດຕາມ ທາງຜູ້ປະກອບການ ກໍຕ້ອງໄດ້ຈ່າຍຕາມສັນຍາ.
ເຊິ່ງຄຳເຫັນຂອງຜູ້ປະກອບການ ມັນກໍກົງກັນກັບ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງ ສປປລາວ ໄດ້ຖແລງ ເມື່ອຕົ້ນເດືອນພຶສພາ ວ່າເຖິງເຣື່ອງການ ປະຕິບັດ ນະໂຍບາຍສິນເຊື່ອ ຕໍ່ລູກຄ້າ ທີ່ໄດ້ຮັບຜົລກະທົບ ຈາກພຍາດໂຄວິດ-19 ໂດຍເນື້ອໃນບາງຕອນ ທ່ານໄດ້ກ່າວວ່າ.
"ເລື່ອນກຳນົດການຊໍາຣະໜີ້ໃຫ້ແກ່ລູກຄ້າທີ່ໄດ້ຮັບຜົລກະທົບເນາະ ອັນທີສອງລະແມ່ນຫຼຸດອັດຕຣາດອກເບັ້ຽຄ່າທຳນຽມ ບັນຫາທີສາມ ແມ່ນການປ່ອຍກູ້້ໃໝ່ເພື່ອ ຟື້ນຟູການຜລິດ ແລະ ສົ່ງເສີມການຜລິດ."
ຕໍ່ກັບການຖແລງຂ່າວ ຂອງ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຜູ້ປະກອບການ ອີກຄົນນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ບໍ່ປະສົງອອກຊື່ ແລະສຽງ ໄດ້ກ່າວວ່າໄດ້ໄປກູ້ຢືມ ກັບທະນາຄານແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ພໍເຖິງກຳນົດຊໍາຣະໜີ້ ກໍໄດ້ຈ່າຍຕາມເດີມ ບໍ່ມີການຜ່ອນຜັນ ເຖິງແມ່ນວ່າຕົນຈະເອົາຄລິບວິິດີໂອ ຂອງຮອງຜູ້ວ່າການຖແລງໄປຢັ້ງຢືນ ແຕ່ທະນາຄານ ແຫ່ງດ່ັງກ່າວບໍ່ປະຕິບັດຕາມ.
ນອກຈາກນີ້ກໍຂໍຮຽກຮ້ອງ ໃຫ້ທາງທະນາຄານກາງ ເປີດສາຍດ່ວນໃຫ້ໄດ້ໂທເຂົ້າຫາ ເພື່ອໄກ່ເກັ່ຽບັນຫາດັ່ງກ່່າວ ບໍ່ດັ່ງນັ້ນຜູ້ ປະກອບການ ຂແນງການທ່ອງທ່ຽວຈະພາກັນ ລົ້ມລະລາຍທັງໝົດ ເພາະອີງໃສ່ສະພາບການຣະບາດ ທັງໃນລາວ ແລະ ປະເທດອ້ອມຂ້າງ ອາດຈະແກ່ຍາວເວລາ ກ່ອນຈະກັບມາສູ່ສະພາບປົກກະຕິໄດ້.
ທ່ານໄດ້້ກ່າວຕື່ມວ່າ ປັດຈຸບັນທັງອັດຕຣາເງິນເຟີ້ສູງ, ຣາຄາສິນຄ້າແພງ ຣາຍຈ່າຍທີ່ຍັງຕ້ອງຈ່າຍປົກກະຕິ ທັງທີວ່າປິດກິຈການ ກໍຄືຄ່ານໍ້າ, ຄ່າໄຟ, ຄ່າເຊົ່າ ແລະ ເງິນກູ້ທະນາຄານ. ຜ່ານມາຣັຖເອງ ຍັງບໍ່ໄດ້ມີມາຕການໃດ ອອກມາເພື່ອມາປະຄອງໃຫ້ ບັນດາຜູ້ປະກອບການເຫຼົ່ານີ້ ພໍຫຼຸດຜ່ອນຣາຍຈ່າຍ.
ຕາມສື່ທາງການຣາຍງານ ເມື່ອທ້າຍເດືອນເມສາ ຜ່ານມາວ່າ ທ່ານ ສວັນຄອນ ຣາຊມູນຕຣີ ອາດີດ ຮອງຣັຖມົນຕຣີ ກະຊວງຖແລງ ຂ່າວວັທນາທັມ ແລະ ທ່ອງທ່ຽວ ໄດ້ຣາຍງານເຖິງ ຜົລກະທົບດ້ານການທ່ອງທ່ຽວ ໃນໄລຍະໂຄວິດ-19 ຣະບາດ ໃນກອງປະຊຸມ ຄະນະສະເພາະກິຈເສຖກິຈ ວ່າຣັຖບານລາວໄດ້ປິດດ່ານສາກົລ ດ່ານທ້ອງຖິ່ນ ແລະດ່ານປະເພນີ ຖືວ່າເປັນການປິດການເຂົ້າອອກ ຂອງນັກທ່ອງທ່ຽວ ເຊິ່ງສົ່ງຜົລເສັຽຫາຍ ໂດຍກົງໃຫ້ກັບຜູ້ປະກອບການ ດ້ານການທ່ອງທ່ຽວ, ສັງລວມແລ້ວ ຫົວໜ່ວຍທຸຣະກິຈ ທ່ອງທ່ຽວ ທີ່ໄດ້ຮັບ ຜົລກະທົບ ມີໂຮງແຮມ 637 ແຫ່ງ, ຣີສອດ ແລະ ເຮືອນພັກ 2,283 ແຫ່ງ, ບໍຣິສັດ ທ່ອງທ່ຽວ 539 ແຫ່ງ, ໂຕແທນ ຂອງບໍຣິສັດທ່ອງທ່ຽວ 36 ແຫ່ງ, ສະຖານທີ່ທ່ອງທ່ຽວ ປິດບໍຣິການ 809 ແຫ່ງ, ພະນັກງານນຳທ່ຽວຕົກງານ 2,000 ຄົນ ແລະ ເຄື່ອຂ່າຍບໍຣິການກອື່ນໆ.
ໃນສ່ວນຂອງຂອງຜູ້ປະກອບການ ໃນໄລຍະເດືອນເມສາ ກໍໄດ້ມີການຈັດກອງປະຊຸມ ໂດຍກົງກັບ ຄະນະສະເພາະກິຈເສຖກິຈ ໂດຍພາກຜູ້ປະກອບການທ່ອງທ່ຽວ ໄດ້ສເນີວ່າ ຍັງລໍຄອຍ ການພິຈາຣະນາ ແລະ ຄຳຕອບການຊ່ອຍເຫຼືອ ຈາກຣັຖບານດັ່ງຂໍ້ສເນີ ໃຫ້ມີນະໂຍບາຍ ຫຼຸດຜ່ອນການຈ່າຍ ຫຼືການເລື່ອນການຊໍາຣະໜີ້ ທະນາຄານ, ຫຼຸດຜ່ອນການຈ່າຍ ອາກອນລາຍໄດ້ ໃຫ້ພາກ ທຸຣະກິຈ ທ່ອງທ່ຽວຮວມເຖິງຄ່າໄຟຟ້າ ແລະ ນໍ້າປະປາ, ທັ້ງນີ້ກໍເພື່ອເປັນການປະຄອງ ເຮັດໃຫ້ຄ່າໃຊ້ຈ່າຍຫຼຸດລົງ ເພື່ອຄໍ້າຈູນ ທຸຣະກິຈ ໃຫ້ມີຄ່າໃຊ້ຈ່າຍ ຫຼຸດລົງ.
ແນວໃດກໍຕາມນັບແຕ່ເດືອນເມສາ ໄດ້ມີກອງປະຊຸມ ເຊິ່ງໜ້າທັງສອງຝ່າຍ ຜູ້ປະກອບການທ່ອງທ່ຽວ ແລະ ຄະນະສະເພາະກິຈ ເສຖກິຈ ຂອງຣັຖບານ ພ້ອມທັງການຖແລງຂອງ ຮອງຜູ້ວ່າການທະນາຄານ ກ່ຽວກັບ ການປະຕິບັດນະໂຍບາຍ ສິນເຊື່ອ ຕໍ່ລູກຄ້າ ທີ່ໄດ້ຮັບຜົລກະທົບ ຈາກເຊື້ອພຍາດໂຄວິດ-19 ໃນເດືອນພຶສພາ ແຕ່ການປະຕິບັດໂຕຈິງ ກັບສວນທາງກັນ ເຊິ່ງຜູ້ປະກອບການ ເອງ ກໍບໍ່ກ້າອອກມາເວົ້າ ຫຼື ຕຳນິການເຮັດວຽກ ຂອງທາງພາກຣັຖຈຶ່ງໄດ້ ສເນີຜ່ານສື່ ເພື່ອເປັນກະບອກສຽງ ໄປກະຕຸ້ນໃຫ້ພາກ ຣັຖບານຄວນເອົາຈິງເອົາຈັງ ແລະປະຕິບັດໃຫ້ຣະບົບເກີດຂຶ້ນໂດຍໄວ ບໍ່ດັ່ງນັ້ນຈະປະເຊີນກັບການ ລົ້ມລະລາຍ ຂອງພາກທຸຣະກິຈ ທ່ອງທ່ຽວ. ນີ້ແມ່ນຄຳເຫັນ ຂອງຜູ້ກຳລັງປະເຊີນບັນຫາ ວິກິຈດ້ານການທ່ອງທ່ຽວລາວ.