ແກ້ຂໍ້ມູນຄາດເຄື່ອນ: 2018-06-15
ຈາກນ້ອງສາວ ມາເປັນນ້ອງຊາຍ
ເປັນກະແສມາແຮງໃນສື່ສັງຄົມອອນລາຍ ຂອງລາວ ເມື່ອຜູ້ໃຊ້ເຟສບຸກ ທີ່ມີຊື່ Page ວ່າ Muay Littlepig ໄດ້ອອກມາໂພສຄລິປ ເມື່ອ ວັນທີ 04 ເດືອມມິຖຸນາ ຜ່ານມາ ກ່ຽວກັບບັນຫາການຊື້ຈ້າງ ເຂົ້າເປັນຣັຖກອນໃຫ້ກັບນ້ອງຊາຍ ໂດຍນາງໄດ້ກ່າວ ໃນຄລິປນັ້ນວ່າ ໄດ້ຈ່າຍ ເງິນໃຫ້ ພະນັກງານຣັຖ ຄົນນຶ່ງ ໃນມູນຄ່າ 1 ແສນບາດ ເພື່ອໃຫ້ນ້ອງຊາຍ ໄດ້ເຂົ້າເປັນພະນັກງານຣັຖ ແຕ່ພໍຈ່າຍໄປແລ້ວ ລໍຖ້າມາເຖິງ ສາມປີ ກໍ່ບໍ່ໄດ້ເປັນຣັຖກອນ ແຖມໄປຖາມເອົາຄືນຍັງຖືກປະຕິເສດ, ດັ່ງຄໍາເວົ້າຂອງນາງ ຢູ່ໃນຄລິປນັ້ນວ່າ:
"ກ່ຽວກັບບັນຫາການຈ້າງເຂົ້າຮຽນຈ້າງເຂົ້າເຮັດວຽກ ຂ້າພະເຈົ້າເຊື່ອວ່າຫຼາຍຄົນ ກາຊິເຈິບັນຫາ ຄືຂ້າພະເຈົ້າຄືກັນ ສົ່ງນ້ອງຮຽນແຕ່ ປ1 ຈົນຈົບວິຊາຊີບ ຄັນບໍ່ມິເງິນຫັ້ນນ່າ ຕໍ່ໃຫ້ຮຽນເກັ່ງປານໃດ ກາບໍ່ໄດ້ເຂົ້າເຮັດວຽກດອກ ຄັນໂຕຢາກໃຫ້ນ້ອງໂຕ ເຂົ້າເຮັດວຽກກາຕ້ອງໄດ້ ເສັຍເງິນວ່າຈ້າງ ເສັຍເງິນແສນນຶ່ງ ເຂົ້າຄາວດຽວມັນບໍ່ທັນຮອດສາມປີຊໍ້າ ມັນເປັນຣັຖກອນ ເສັ້ນເຮົາມັນຣະດັບໃດແລ້ວ ເຮົາຢູ່ມາເຂົາ ຮັບປະກັນ."
ນາງອ້າງຕື່ມວ່າ ຜູ້ຕິດຕໍ່ນັ້ນຕຳແໜ່ງ ເປັນເຖິງນາຍພົນ ທີ່ກະສຽນແລ້ວ ໂດຍໃຫ້ຄຳໝັ້ນສັນຍາວ່າ ຈະເອົານ້ອງຊາຍເຂົ້າເປັນຕຳຣວດ ຊຶ່ງໄດ້ຕົກລົງກັນ ຖ້າວ່າໄດ້ເຂົ້າເປັນຣັຖກອນ ກໍຍອມຈ່າຍເງິນໃຫ້ ແຕ່ຖ້າບໍ່ໄດ້ເຂົ້າຈະຂໍເງິນຄືນ ແຕ່ສຸດທ້າຍນາງກ່າວ ວ່ານ້ອງຊາຍບໍ່ໄດ້ ເຮັດວຽກ ແຖມຍັງບໍ່ໄດ້ເງິນຄືນຕາມສັນຍາ.
ການຈ້າງເຂົ້າເປັນຣັຖກອນ ຫລື ການຈ້າງເຂົ້າຮຽນ ມີໃນສັງຄົມລາວມາດົນແລ້ວຕ່າງແຕ່ວ່າຜ່ານມາ ຍັງບໍ່ມີໃຜກ້າອອກມາເປີດເຜີຍ ສູ່ ສັງຄົມຢ່າງຈະແຈ້ງ. ສັງຄົມຕ່າງກໍ່ຍອມຮັບ ແບບຈຳໃຈ ຕ້ອງຈ່າຍເງິນໄປ ເພື່ອແລກກັບໜ້າທີ່ ທີ່ຈະໄດ້ມາ. ດັ່ງ ຊາວນະຄອນຫຼວງ ວຽງຈັນ ຄົນນຶ່ງ ເຄີຍສະມັກວຽກ ໃນປີ 2016 ໄດ້ເລົ່າຂັ້ນຕອນ ໃຫ້ຟັງສັ້ນໆວ່າ:
"ໂດຍຜ່ານມາສ່ວນຫຼາຍແບບຮັບສີນບົນນີ້ນ່າ ສົມມຸດວ່າເຂົ້າທະນາຄານເນາະ ມີລູກນ້ອງຂອງຫົວໜ້າທະນາຄານ ເປັນຜູ້ຕິດຕໍ່ເອົາ ພະນັກງານ ລະກາຫາເງິນໃຫ້ຫົວໜ້າ".
ລາວຍັງກ່າວຕື່ມວ່າ ການຕິດຕໍ່ເຂົ້າວຽກແມ່ນຂຶ້ນກັບຕຳແໜ່ງ ແລະບ່ອນສັງກັດຢູ່ ຖ້າແມ່ນຢູ່ວຽງຈັນ ກໍຈ່າຍແພງ ແຕ່ຖ້າໄປຕ່າງແຂວງ ກໍຈ່າຍຫຼຸດລົງ ຂັ້ນຕອນເຂົ້າເຮັດວຽກ ແມ່ນປະຕິບັດຄືກັບຄົນອື່ນ ຕ້ອງໄດ້ປະກອບເອກກະສານ ເຂົ້າໄປເສັງ ເຂົ້າໄປ ສຳພາດ.
ນອກຈາກນີ້ ຍັງມີກໍຣະນີ ຂອງນັກສຶກສາທີ່ໄດ້ຮັບໃບປະກາດແດງ ໄດ້ໃຫ້ສຳພາດຕໍ່ສື່ທ້ອງຖິ່ນວ່າ ພາຍຫຼັງທີ່ຮຽນຈົບ ກໍຍັງຊອກຫາວຽກ ເຮັດຍາກ ອົງກອນທີ່ລາວໄປສະມັກ ບໍ່ໄດ້ເຫັນຄວາມສຳຄັນ ຕໍ່ໃບປະກາດແດງ.
"ໝູ່ຄູ່ທີ່ຂະເຈົ້າຈົບມາ ບໍ່ແມ່ນໄດ້ໃບປະກາດແດງ ແຕ່ຂະເຈົ້າກໍ່ໄດ້ວຽກເນາະ ຂະເຈົ້າຊິເບີ່ງວ່າ ແມ່ນໄດ້ໃບປະກາດແດງ ຫຼືບໍ່ ມັນກາບໍ່ມີ ຄວາມແຕກຕ່າງ ເຂົາຈະບໍ່ເບິ່ງວ່າໃບປະກາດແດງ ຫຼືສີຟ້າ ບໍ່ເບິ່ງວ່າກ່ອນເຂົາຊິໄດ້ມາ ເຂົາເຈົ້າຕ້ອງເຮັດແນວໃດ ກ່ອນຊິໄດ້ມາ."
ຜ່ານມາທາງການລາວ ກໍ່ໄດ້ອອກມາຢັ້ງຢືນວ່າ ການຮັບເອົາພະນັກງານ ຫລື ການສະມັກເຂົ້າຮຽນໃນມະຫາວິທຍາໄລແຕ່ລະປີ ຕາມຣະບຽບ ການແລ້ວຕ້ອງຜ່ານການສອບເສັງ ທັງໝົດ. ດັ່ງເຈົ້າໜ້າທີ່ ຂະແນງການສຶກສາກ່າວວ່າ:
"ສະນັ້ນເຮົາເບິ່ງຜີວເຜີນ ກະເລີຍເວົ້າວ່າຄັນແມ່ນ ເປັນພີ່ເປັນນ້ອງກາຮັບເອົາ ບາດເຮົາລະບໍ່ມີພີ່ນ້ອງລະບໍ່ໄດ້ຮັບ ສຳລັບຫຼັກການລະແມ່ນ ເຮັດຖືກຕ້ອງແລ້ວ ແຕ່ວ່າອາດຈະມີບາງ ກໍຣະນີ ທີ່ອາດຈະເປັນຊ່ອງວ່າງຄືກັນ ເຊິ່ງມັນເປັນທົ່ວໂລກ ອັນນີ້ມັນ ຈະບໍ່ສະເໝີພາບ."
ເຣື່ອງການຈ້າງເຂົ້າເປັນຣັຖກອນ ຍັງບໍ່ມີໜ່ວຍງານໃດ ອອກມາຊີ້ແຈງ ແລະ ກວດສອບວ່າ ໃນແຕ່ລະໜ່ວຍງານ ມີການຈ້າງເຂົ້າເປັນ ຣັຖກອນ ຫຼາຍປານໃດ ແລະ ຍັງເອົາຜິດກັບຜູ້ທີ່ຮັບສີນບົນ ຍັງບໍ່ທັນໄດ້. ດັ່ງ ກໍຣະນີ ຜູ້ໃຊ້ເຟສບຸກ ຊື່ວ່າຫຼ້ານ້ອຍ ເພັດສັງຫານ ອອກມາເປີດເຜີຍໃນເຣື່ອງນີ້ຕື່ມວ່າ:
"ກາຈ່າຍເງິນລະບໍ່ໄດ້ເຂົ້າເຮັດວຽກ ແບບນີ້ແຫຼະ ຄືມັນມີມາຕລອດ ບໍ່ສະເພາະແຕ່ຢູ່ແຂວງຈຳປາສັກດອກ ຢູ່ວຽງນີ້ກາມີ ບໍ່ອຶດບໍ່ຢາກ ຜູ້ໃດທີ່ວ່າຢາກເຂົ້າເຮັດວຽກນໍາຣັຖຫັ້ນນ່າ ຈ່າຍເງິນໄປຫັ້ນນ່າ ກາລະວັງຖືກຕົ້ມ ບໍ່ເຂົ້າໃຈຄືກັນວ່າ ການບັນຈຸຣັຖກອນ ນີ້ນ່າເພີ່ນເລືອກເອົາ ແບບໃດ ເພິ່ນຕ້ອງການຄົນແບບໃດ ມີຄຸນນະສົມບັດຄືແນວໃດ ໄປເຮັດວຽກຢູ່ໃນອົງກອນນັ້ນ ເພາະວ່າຕາມທີ່ຮູ້ມາ 95% ຜູ້ໃດກາຈ້າງ ຜູ້ໃດກາຈ້າງ."
ເພື່ອແກ້ໄຂບັນຫາ ຜູ້ທີ່ຕ້ອງການເຂົ້າສອບເສັງຄັດເລືອກ ເປັນຣັຖກອນນັ້ນ ເຈົ້າໜ້າທີ່ ກະຊວງພາຍໃນ ໄດ້ແນະນໍາວ່າໃຫ້ຕິດຕາມ ປະກາດທາງ ໜັງສືພີມ ຫລື ຕິດຕໍ່ໄປຍັງພາກສ່ວນກ່ຽວຂ້ອງໂດຍກົງ ແຕ່ຢ່າຫລົງເຊື່ອ ຜູ້ທີ່ບອກວ່າສາມາດເອົາເຂົ້າເປັນ ຣັຖກອນໄດ້ ເພາະວ່າ ການສອບເສັງເອົາຣັຖກອນ ໃນປັດຈຸບັນ ກະຊວງພາຍໃນບໍ່ໄດ້ຮັບຜິດຊອບ. ໂດຍໄດ້ມອບໃຫ້ກົມກອງຕ່າງໆ ສອບເສັງເອົາເອງ ເພື່ອຈະໄດ້ພະນັກງານ ຕາມຕ້ອງການຂອງຂແນງນັ້ນ.
ນອກຈາກນີ້ຍັງມີສາຍດ່ວນສະພາ ໃຫ້ປະຊາຊົນຮ້ອງຮຽນເຂົ້າໄປຕາມຊ່ອງທາງ ຖ້າມີບັນຫາຫຍັງ ໃຫ້ແກ້ໄຂຮ່ວມກັນ ຖ້າຫາກເຂົາເຈົ້າ ມີຫຼັກຖານວ່າ ພະນັກງານຮັບສິນບົນ ກໍ່ຈະຖືກປະຕິບັດ ວິນັຍຕາມຫຼັກການ.
ເປັນຫຍັງຄົນລາວສ່ວນຫຼາຍ ຕ້ອງການເຂົ້າເຮັດວຽກກັບຣັຖ ເຖິງແມ່ນວ່າຈະຫຍຸ້ງຍາກ ແລະ ມີການຮຽກຮ້ອງເອົາສິນຈ້າງ ແຕ່ທຸກຄົນກໍ່ພຍາຍາມ ບືນເຂົ້າເປັນຣັຖກອນໃຫ້ໄດ້ ດັ່ງ ອາຈານທ່ານນຶ່ງ ໄດ້ໃຫ້ທັສນະວ່າ ມັນອາດເປັນຄວາມຈິງຕາມເຫດຜົນ ທີ່ຫຼາຍຄົນຮູ້ສຶກ ແລະໄດ້ຕອບມາຄື; ພະນັກງານຣັຖ ແມ່ນອາຊີບທີ່ມີຄວາມໝັັ້ນຄົງກ່ວາ ແຕ່ຄວາມໝັ້ນຄົງໃນທີ່ນີ້ໝາຍເຖິງໂອກາດ ທີ່ຈະໄດ້ເຮັດວຽກໃນສາຍງານຣັຖ ໄປຈົນກວ່າບຳນານ ເພາະຖ້າບໍ່ເຮັດຄວາມຜິດຮ້າຍແຮງ ຈົນເກີນຂອບເຂດ ກໍ່ບໍ່ຖືກໄລ່ອອກ.
ສຳລັບໃນປີ 2018 ນີິ້ ທາງຣັຖບານໄດ້ປະກາດຢ່າງເປັນທາງການ ໂຄຕ້າຮັບເອົາຣັຖກອນໃໝ່ ມີພຽງ 3,000 ຄົນເທົ່ານັ້ນ ເຊິ່ງຈັດໄປຕາມບູຣິມະສິດ ທີ່ີີ່ຣັຖກຳນົດໃຫ້ ໂດຍແນ່ໃສ່ຂແນງການສຶກສາ ແລະ ສາທາຣະນະສຸກ ເປັນສ່ວນຫຼາຍ. ການທີ່ ປະຊາຊົນ ອອກມາເປີດເຜີຍ ເຣື່ອງການຈ້າງເຂົ້າເປັນຣັຖກອນຄັ້ງນີ້ ມັນສະທ້ອນໃຫ້ເຫັນເຖິງ ໃນໜ່ວຍງານຂອງພາກຣັຖ ຍັງບໍ່ເອົາໃຈໃສ່ ໃນການສອບສວນ ຫຼື ປາບປາມການຮັບສິນບົນ ເຂົ້າເປັນຣັຖກອນ ຍັງປ່ອຍປະລະເລີຍ ຈົນເປັນເຫດໃຫ້ ປະຊາຊົນອອກມາເປີດເຜີຍ ຜ່ານທາງສື່ສັງຄົມອອນລາຍ.