ຣັຖບານລາວຢຶມເງິນ ທະນາຄານໂລກ 5 ລ້ານໂດລາ ເພື່ອໃຊ້ສ້ອມແປງ ຣະບົບຊົລປະທານ ທີ່ເປ່ເພ 14 ແຫ່ງ ຢູ່ເມືອງໜອງບົກ ແລະ ເມືອງເຊບັ້ງໄຟ ແຂວງຄຳມ່ວນ, ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງຄຳມ່ວນ, ໃນວັນທີ 12 ມິນາ ຜ່ານມາ ຕໍ່ນັກຂ່າວ ວິທຍຸເອເຊັຍເສຣີ ວ່າ:
"ໂຄງການຊົລປະທານ ແມ່ນຣັຖບານໄດ້ລົງທຶນມາແຕ່ ປີ 1996, ຖືວ່າໃຊ້ມາຍາວນານ ແນ່ນອນໃຊ້ມາແລ້ວ, ຣັຖບານບໍ່ມີງົບປະມານທີ່ວ່າ ສິເຮັດໃໝ່, ສະນັ້ນຣັຖບານ ກໍມີງົບປະມານ ຈຳນວນຈຳກັດ ກໍໄປຟຶ້ນຟູສ້ອມແປງ ເລັກໆນ້ອຍໆ ແຕ່ວ່າມັນບໍ່ຕອບ ສນອງໄດ້, ສະນັ້ນ ຣັຖບານລາວ ຈຶ່ງຕັດສິນໃຈ ກູ້ຢືມເງິນຈາກ ທະນາຄານໂລກ."
ທ່ານກ່າວຕື່ມວ່າ ຫຼັງຈາກສຳເຣັດການປັບປຸງ ຣະບົບຊົລປະທານ ທັງໝົດ 14 ແຫ່ງແລ້ວ ທາງການຈະມອບໃຫ້ປະຊາຊົນ ເປັນຜູ້ຄຸ້ມຄອງ ບໍຣິຫານ ຈັດການເອງ ຣັຖບານຈະເປັນຜູ້ຮັບຜິດຊອບ ໜີ້ສີນທັງໝົດ.
"ຄວາມໝາຍຄືເຮົາສ້າງໂຄງການແລ້ວ ເຮົາມອບໃຫ້ປະຊາຊົນ ແລ້ວປະຊາຊົນກໍຈະຄຸ້ມຄອງນໍາໃຊ້, ລະເຣື່ອງໜີ້ສິນ ຣະວ່າງ ຣັຖບານ ກັບ ທະນາຄານໂລກ ອັນນັ້ນແມ່ນເຣື່ອງຣັຖບານ ຈະຕ້ອງໄດ້ຊອກທຶນໄປໃຫ້ ຊາວນາກໍມີຈ່າຍເງິນຄ່ານໍ້າ ເພື່ອບໍາລຸງຮັກສາ ປົກກະຕິຕ້ອງມີ ພັນທະ 7-8 ແສນ ຕໍ່ເຮັກຕ້າ ຕໍ່ປີ ເພາະວ່າເງິນທີ່ເຂົາເຈົ້າ ຈ່າຍນີ້ອັນນຶ່ງໄປເສັຍຄ່າໄຟຟ້າ ອັນສອງເຂົາເຈົ້າຈະຕ້ອງໄດ້ ມີເງີນເກັບໄວ້ ເພື່ອບໍຣິຫານ."
ປັດຈຸບັນ ທົ່ວແຂວງຄຳມ່ວນ ມີພຽງສອງເມືອງຄື ເມືອງໜອງບົກ ແລະ ເມືອງເຊບັ້ງໄຟ ເທົ່ານັ້ນ ທີ່ໄດ້ຮັບພິຈາຣະນາ ເຂົ້າໂຄງການນີ້ ຍ້ອນວ່າຢູ່ຕິດນໍ້າເຊບັ້ງໄຟ ເມື່ອທຽບກັບເມືອງອື່ນ ແມ່ນສະດວກກວ່າ. ນະໂຍບາຍ ການຢືມທຶນຈາກ ທະນາຄານໂລກ ເພື່ອສ້ອມແປງ ຣະບົບຊົລປະທານ ທີ່ແຂວງຄຳມ່ວນ ແມ່ນນອນຢູ່ໃນແຜນການ ຂອງຣັຖບານ ໃນການຄ້ຳປະກັນ ສະບຽງອາຫານ ແລະການຫຼຸດຜ່ອນ ຄວາມທຸກຍາກ.