ລາວ ຈະຜລິດພລັງງານ ແສງຕາເວັນ

ໄຊຍາ
2019.04.05
F-Solar ພິທີລົງນາມ ໂຄງການກໍ່ສ້າງ ພລັງງານໄຟຟ້າ ແສງຕາເວັນ ຂນາດ 230 ເມກາວັດ
ຮູບພາບຈາກ: ນັກຂ່າວກອງທັບ

ກະຊວງປ້ອງກັນປະເທດ ອະນຸຍາດໃຫ້ບໍຣິສັດ ສຸລິຍາພົນ ການຄ້າສາກົນ ຈໍາກັດ, ຊຶ່ງເປັນບໍຣິສັດຄົນຂອງລາວ ກໍ່ສ້າງໂຄງການພລັງງານ ໄຟຟ້າ ແສງຕາເວັນ ຂນາດ 230 ເມກາວັດ, ຢູ່ເຂດກະສິກັມ ເລຂທີ 1 ກອງທັບ ຫຼື ໜອງໝາກຈັບ ເມືອງ ທ່າພະບາດ ແຂວງບໍລິຄໍາໄຊ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກພລັງງານແລະບໍ່ແຮ່ ແຂວງບໍລິຄໍາໄຊ ໃນວັນທີ 4 ເມສາ ນີ້:

“ມີບ່ອນດຽວ, ເຊັນ MOU ໄປ ເພິ່ນກໍເຫັນດີໃຫ້ເຮັດນັ້ນແຫຼະ, ເພາະດິນໃຊ້ຫຍັງບໍ່ໄດ້, ເຮັດກະສິກັມກໍບໍ່ໄດ້, ມັນກໍຫຼາຍຂັ້ນເນາະ ຂນາດ 5 ເມກາວັດ ຢູ່ຂັ້ນແຂວງ, ແຕ່ຖ້າເປັນຂັ້ນສູນກາງ, ຂັ້ນກະຊວງ ລະແມ່ນຫຼາຍກວ່າ 5 ເມກາວັດ ຂຶ້ນໄປ.”

ທ່ານວ່າ ໂຄງການດັ່ງກ່າວນັ້ນ ຈະຕັ້ງຢູ່ເຂດກະສິກັມເລຂທີ 1 ກອງທັບ ຫຼື ໜອງໝາກຈັບ, ຊຶ່ງເປັນທີ່ດິນຂອງກະຊວງປ້ອງກັນປະເທດ ມີລັກສນະເປັນໜອງນໍ້າ, ຫຍຸ້ງຍາກໃນການພັທນາ, ແຕ່ບໍຣິສັດສຸລິຍາພົນ ການຄ້າສາກົນ ກໍໄດ້ຈ້າງບໍຣິສັດ ຈຽງຊີ ຮົວເຜິງ ອຸດສາຫະກັມ ຈໍາກັດ ຂອງຈີນ ແລະ ບໍຣິສັດດັກຈຶ້ງມາຍນິ້ງ ເປັນຜູ້ຮັບເໝົາ ໃນການກໍ່ສ້າງ.

ເຈົ້າໜ້າທີ່ກະຊວງພລັງງານ ແລະບໍ່ແຮ່ເວົ້າວ່າ ໂຄງການພລັງງານໄຟຟ້າ ແສງຕາເວັນນີ້ ຈະຂຶ້ນກັບກະຊວງປ້ອງກັນປະເທດ ເປັນຜູ້ຮັບ ຜິດຊອບໂດຍກົງ, ຊຶ່ງກະຊວງພລັງງານ ແລະບໍ່ແຮ່ ມີໜ້າທີ່ ກວດກາໃນເຣື່ອງເຕັກນິກຕ່າງໆ ແລະມາຕຖານໂຄງສ້າງເທົ່ານັ້ນ, ດັ່ງທ່ານ ກ່າວວ່າ:

“ສິແມ່ນໂຄງການສະເພາະຂອງກະຊວງປ້ອງກັນປະເທດຕ່າງຫາກ, ພາຍຫຼັງທີ່ເພິ່ນເຮັດແລ້ວ ຂະບວນການທາງດ້ານເຕັກນິກ ອິຫຍັງຕ່າງໆ ກໍຕ້ອງໄດ້ຖືກຮັບຮອງ ຈາກຂແນງການກ່ຽວຂ້ອງ ກ່ອນ.”

ໂຄງການກໍ່ສ້າງພລັງງານໄຟຟ້າ ແສງຕາເວັນ ຂນາດ 230 ເມກາວັດ ມູນຄ່າການກໍ່ສ້າງ 345 ລ້ານ ໂດລ່າສະຫະຣັຖ, ໂດຍບໍຣິສັດ ສຸລິຍາພົນ ການຄ້າສາກົນ ເປັນຜູ້ລົງທຶນ 100% ຄາດວ່າຈະ ໃຊ້້້ເວລາໃນການກໍ່ສ້າງປະມານ 2 ປີ ນັບແຕ່ມື້ເຮັດຂໍ້ຕົກລົງ ໃນວັນທີ 2 ເມສາ 2019 ນີ້ເປັນຕົ້ນໄປ, ຊຶ່ງໂຄງການດັ່ງກ່າວ ແມ່ນເພື່ອຮັບໃຊ້ຢູ່ເຂດເສຖກິຈພິເສດ ຂອງແຂວງບໍລິຄໍາໄຊ ແລະ ໃຊ້ພາຍໃນເຂດ ກະສິກັມ ເລຂທີ 1 ກອງທັບ, ປັດຈຸບັນ ສປປລາວ ມີໂຮງຜລິດພລັງງານໄຟຟ້າ ແສງຕາເວັນ ທັງໝົດ 5 ແຫ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.