ໂຄງການສນາມບິນສາກົນ ມ.ຕົ້ນເຜິ້ງ ຍົກເລີກ
2017.11.06

ໂຄງການກໍ່ສ້າງສະໜາມບິນ ຢູ່ເມືອງຕົ້ນເຜິ້ງ ເຂດສາມລ່ຽມຄຳ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ມີຂໍ້ຂັດແຍ້ງ ເລື້ອງທີ່ດິນ ກັບປະຊາຊົນ ໃນປີ 2014 ທີ່ຜ່ານມານັ້ນ ມາເຖິງປັດຈຸບັນ ທາງການລາວ ໄດ້ຍົກເລີກແລ້ວ ຍ້ອນວ່າທາງການລາວ ຈະໄປປັບປຸງ ສະໜາມບິນ ແຂວງ ບໍ່ແກ້ວ ແທນ. ທ່ານ ສົມບູນ ດາວສະຫວັນ ຜູ້ຈັດການສະໜາມບິນ ທົ່ວປະເທດ ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 6 ພຶສຈິກາ ວ່າ:
"ເຂົາເຈົ້າບໍ່ໄດ້ດຳເນີນການແລ້ວ ຍົກເລີກໄປລະ ຖືວ່າລົບລ້າງຫັ້ນລະ ເພາະວ່າຣັຖບານ ມີແຜນປັບປຸງ ສະໜາມບິນຫ້ວຍຊາຍ ແຂວງ ບໍ່ແກ້ວ ພີ້ລະເດີ. ມີແຕ່ພວກເຮົາ ສະເໜີວ່າ ໃຫ້ນຳໃຊ້ສະໜາມບິນ ບໍ່ແກ້ວ ໂຕທີ່ມີດຽວນີ້ ລະກະພໍແຮງລະ ສຳລັບທາງເມືອງ ສຳລັບ ແຂວງບໍ່ແກ້ວ ຫັ້ນນະ. ມັນມີສະໜາມບິນໂຕເກົ່າ ຊິຟື້ນຟູໂຕນີ້ລະ ຣັຖບານເພິ່ນກະຊິຮັບຮອງ ໂຕນີ້ແລ້ວຢູ່ຫັ້ນນະ".
ນອກຈາກນີ້ ຜູ້ບໍຣິຫານເຂດເສຖກິດພິເສດ ສາມລ່ຽມຄຳ ກໍຢືນຢັນວ່າ ໄດ້ຍົກເລີກໂຄງການ ສ້າງສະໜາມບິນ ໄປແລ້ວ, ທ່ານ ຈັນທະວີ ໂພທິສານ ຮອງປະທານສະພາ ບໍຣິຫານເຂດເສຖກິດ ພິເສດ ສາມລ່ຽມຄຳ ໄດ້ກ່າວ ຕໍ່ເອເຊັຽເສຣີ ໃນວັນທີ 6 ພຶສຈິກາ ວ່າ:
"ສ່ວນວ່າ ໂຄງການສະໜາມບິນ ຊາວບ້ານທີ່ເສັຽທີ່ດິນໃຫ້ກັບ ໂຄງານນັ້ນ ກໍແມ່ນໄດ້ຮັບຄ່າຊົດເຊີຍ ເຮົາແລ້ວໄປແລ້ວ, ອັນຂ່າວບໍ່ດີ ກະຢ່າຊິໄປຟັງເຂົາ. ສະໜາມບິນດຽວນີ້ ທາງການເພິ່ນ ມາຄົ້ນມາຄວ້າ ພວກອັນນະ ການບິນພົລເຮືອນ ວິຊາການ ເຕັກນິກການບິນ ເຂົາມາກວດເບິ່ງ ເດີ່ນມັນບໍ່ເໝາະ ສະຖານທີ່ມັນບໍ່ເໝາະ ເພິ່ນບໍ່ໃຫ້ສ້າງ ແລະເພິ່ນມີທິດທາງຈະໄປສ້າງຢູ່ ແຂວງບໍ່ແກ້ວ ພຸ້ນ ມັນບໍ່ ຖືກບໍ່ເໝາະ ກະບໍ່ຮູ້ຈັກ ນຳເພິ່ນ [ນັກວິຊາການ]".
ຈາກນີ້ ກ່ຽວກັບກໍຣະນີ ທີ່ມີສະມາຊິກສະພາແຫ່ງຊາດ ໄດ້ອະພິປາຍວ່າ ເຂດເສຖກິດພິເສດ ບໍ່ຍອມຮັບເອົາ ຄົນລາວ ເຂົ້າເຮັດວຽກ ແຕ່ຈະ ຮັບເອົາ ແຕ່ຄົນຈີນນັ້ນ, ທ່ານ ຈັນທະວີ ໂພທິສານ ຮອງປະທານສະພາບໍຣິຫານ ເຂດເສຖກິດພິເສດ ສາມລ່ຽມຄຳ ຕອບວ່າ:
"ກັມມະກອນລາວປະມານ 300 ຄົນ ຈາກແຕ່ກ່ອນມີກັມມະກອນລາວ ປະມານ 500 ຄົນດຽວນີ້ ເຂົາກະອອກແດ່ ຊຶ່ງສ່ວນໃຫຍ່ ກໍ ແມ່ນເຮັດວຽກ ບໍຣິການຢູ່ໂຮງແຮມ, ເຮັດຢູ່ຄາຊິໂນ ເປັນພວກຍາມ ພວກຫຍັງແດ່, ພະນັກງານ ການບັນຊີ ການເງິນກໍມີ".
ທ່ານ ຈັນທະວີ ໂພທິສານ ຍັງກ່າວຕື່ມອີກວ່າ:
"ລາງຄົນເຂົາກະວ່າບໍ່ໄດ້ຫຍັງ ແຕ່ຄວາມຈິງເຂົາກະມີຜົນປະໂຫຍດຫັ້ນແຫຼະ ໃຫ້ເບິ່ງຄວາມເປັນຈິງ ຫັ້ນແຫຼະ ສຳຄັນ. ກັມມະກອນ ຕ່າງປະເທດ ຄົນຈີນ ເຂົາບໍ່ເລືອກວຽກເຮັດ ໂດຍສະເພາະວຽກ ໃນຄາຊິໂນຫັ້ນ ພວກກັມມະກອນ ກໍ່ສ້າງກະຫລາຍ ຕອນນີ້ວຽກງານ ກໍ່ສ້າງ".
ເຂດເສຖກິດພິເສດ ສາມລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເປັນຂອງ ບໍຣິສັດ ດອກງິ້ວຄໍາ ຈາກປະເທດຈີນ, ຊຶ່ງຣັຖບານລາວ ໄດ້ໃຫ້ ສຳປະທານ ໃນປີ 2007 ໃນ ເນື້ອທີ່ປະມານ 3 ພັນເຮັກຕາ ແລະມູນຄ່າລົງທຶນ ໄປແລ້ວປະມານ 700 ລ້ານໂດລາ ສະຫະຣັຖ ຈາກແຜນ ການລົງທຶນ ທັງໝົດ 2,250 ລ້ານໂດລາ, ແລະ ອາຍຸ ການສໍາປະທານ ໃນເບື້ອງຕົ້ນ 99 ປີ ແຕ່ມີການປັບປ່ຽນ ສັນຍາສຳປະທານ ເຫລືອ 50 ປີ ອີງຕາມຂໍ້ມູນ ກະຊວງແຜນການ ແລະ ການລົງທຶນຂອງລາວ.