ແຂວງບໍ່ແກ້ວໃຫ້ປູກກ້ວຍ ຕໍ່ໄປ
2018.12.28
ທາງການແຂວງບໍ່ແກ້ວ ໄດ້ຢືນຢັນເມື່ອເດືອນພຶສຈິກາ ຜ່ານມາວ່າ ຍັງສົ່ງເສີມການປູກກ້ວຍຕໍ່ໄປ ເພື່ອຂຍາຍເສຖກິດຂອງແຂວງ ເຖິງແມ່ນ ລະຍະຜ່ານມາ ທາງແຂວງບໍ່ແກ້ວໄດ້ຮັບຜົລກະທົບ ຢ່າງຫລວງຫລາຍຈາກສານເຄມີຕົກຄ້າງກໍ່ຕາມ. ດັ່ງເຈົ້າໜ້າທີ່ ໃຫ້ຄວາເຫັນວ່າ ທາງ ແຂວງກໍໄດ້ລົງກວດກາ ແຕ່ຍ້ອນວ່າສານເຄມີ ທີ່ເຂົາໃຊ້ລ້າງກ້ວຍນັ້ນແມ່ນສານບໍ່ອັນຕະຣາຍ ແຕ່ເຂົາອ້າງວ່າຄົນຈີນ ເຂົາກໍ່ກິນໄດ້:
"ບໍ່ຮູ້ວ່າສານໂຕນີ້ມັນອັນຕະຣາຍຊໍ່າໃດ ສານໂຕລ້າງກ້ວຍນີ້ ມັນມີສານອີກໂຕນຶ່ງອີກ ເຂົາວ່າໄປຈີນລ້າງອອກລະບໍ່ເປັນຫຍັງ ຖືວ່າກິນໄດ້ ລ້າງອອກໄດ້ບໍ່ເປັນພິດແຕ່ຄົນຈີນກໍກິນເດ້ ເພິ່ນວ່າຫັ້ນນ່າ ຂໍ້ຕົກລົງໃໝ່ຂອງຣັຖບານຫັ້ນແຫລະ ຫລຸດຜ່ອນເຄມີ ແລະຫັ້ນໄປເຮັດກະສິກັມ ສະອາດ."
ກ່ອນໜ້ານີ້ ທ່ານຈະເລີນ ເຢັຍປາວເຮີ ຣັຖມົນຕຣີ ປະຈຳສຳນັກງານນາຍຍົກ ແລະໂຄສົກຣັຖບານ ຖແລງວ່າໄດ້ມອບໃຫ້ກະຊວງກະສິກັມ ແລະປ່າໄມ້ ຮັບຜິດຊອບດຳເນີນ ການລົບລ້າງການປູກພືດ ທີ່ສົ່ງຜົລກະທົບຕໍ່ສິ່ງແວດລ້ອມທົ່ວປະເທດ.
ໂດຍສະເພາະແມ່ນການລົບລ້າງປູກກ້ວຍຫອມ ຂອງນັກທຸຣະກິດຈີນ ທີ່ໄດ້ສົ່ງຜົລກະທົບຕໍ່ທັມມະຊາດ ໃນແຂວງພາກເໜືອຂອງລາວ ຢ່າງ ກວ້າງຂວາງໃນໄລຍະຜ່ານມາ.
ໃນຂນະດຽວກັນ ທາງການເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໄດ້ຢຸດຕິການສັມປະທານທີ່ດິນ ຣາຍໃໝ່ ບໍ່ໃຫ້ປູກກ້ວຍເດັດຂາດ ສ່ວນທີ່ອະນຸຍາດ ໄປແລ້ວນັ້ນ ກໍ່ຈະຫລຸດລົງເທື່ອລະກ້າວ ເຊິ່ງຜ່ານມາໄດ້ສັ່ງຍົກເລີກການສັມປະທານປູກໄປແລ້ວ ໃນເນື້ອທີ່ 2 ພັນເຮັກຕ້າ ຕອນນີ້ຍັງເຫລືອ 4 ພັນເຮັກຕ້າ ທີ່ເປັນສ່ວນນຶ່ງ ໃນເນື້ອທີ່ 9 ພັນເຮັກຕ້າ.
ທັງນີ້ສາເຫດທີ່ທາງການແຂວງບໍ່ແກ້ວຕ້ອງຍົກເລີກ ການສັມປະທານການປູກກ້ວຍ ຍ້ອນພົບວ່າສານເຄມີ ທີ່ນຳມາໃຊ້ປ້ອງກັນພືດ 28 ຊນິດ ແລະຢາຂ້າສັດຕູ ພືດ 19 ຊນິດ ຮວມເຖິງການໃຊ້ສານເຄມີ ເພື່ອເລັ່ງຜລິດຜົລ ທີ່ໄດ້ຄຸກຄາມຕໍ່ສຸຂພາບຂອງ ປະຊາຊົນແລະທັງຍັງກະທົບ ຕໍ່ແຫລ່ງນໍ້າ ທັມມະຊາດ.
ພ້ອມດຽວກັນ ການປູກກ້ວຍຫອມຂອງຈີນ ໃນແຂວງບໍ່ແກ້ວ ເມື່ອປີຜ່ານມາ ຢູ່ເຂດວັງສງວນນໍ້າງາວ ທີ່ເມືອງຫ້ວຍຊາຍ ໄດ້ເຮັດໃຫ້ປາຕາຍ ຢ່າງຫລວງຫລາຍ ຈາກການວິເຄາະຄຸນນະພາບນໍ້າ ໃນເຂດດັ່ງກ່າວກໍ່ພົບວ່າມີສານເຄມີ ເຈືອປົນຢ່າງໜາແໜ້ນ ແລະ ເຊື່ອວ່າເປັນສານເຄມີ ທີ່ຮົ່ວໄຫລລົງມາຈາກເຂດສັມປະທານປູກກ້ວຍ ຂອງຈີນ.