ມ.ຫ້ວຍຊາຍປິດສນາມບິນ
2018.12.28
ສນາມບິນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກາຍເປັນສນາມບິນອີກແຫ່ງນຶ່ງໃນລາວ ທີ່ປິດ ບໍຣິການຊົ່ວຄາວ ໄປຈົນຮອດ ປີ 2020 ຍ້ອນ ປັດຈຸບັນ ກຳລັງຢູ່ໃນຣະຫວ່າງ ການປັບປຸງເສັ້ນທາງແລ່ນຂຶ້ນລົງຂອງເຮືອບິນ ຂຍາຍລານຈອດເຮືອບິນຮວມທັງຂຍາຍ ພື້ນທີ່ຈອດຣົດ ຂອງຜູ້ໂດຍສານ ໂດຍໃຊ້ເງິນທຶນຂອງຣັຖບານ ໃນການປັບປຸງຈຳນວນ 149 ຕື້ປາຍກີບ ດັ່ງເຈົ້າໜ້າທີ່ປະຈຳໂຄງການດັ່ງກ່າວ ໄດ້ກ່າວ ຕໍ່ວິທຍຸເສຣີ ເມື່ອວັນທີ່ 24 ທັນວາ ນີ້ວ່າ:
“ແຕ່ວ່າຊ່ວງນີ້ ໄດ້ປິດສນາມບິນແລ້ວ ເພາະວ່າມີການກໍ່ສ້າງ ກະໄດ້ປິດກ່ອນ ຈະໄດ້ສຳເລັດຢູ່ໃນວັນທີ 24 ຂອງ ພະຈິກ 2020 ມີການ ປັບປຸງ ຢູ່ໃນໂຄງການຂອງເຮົານີ້ ມີຢູ່ 4 ໜ້າວຽກນະ.”
ໂຄງການນີ້ຈະຂຍາຍຄວາມຍາວ ຂອງທາງແລ່ນຂຶ້ນລົງຂອງເຮືອບິນຈາກ 1,450 ແມັດ ເປັນ 1,660 ແມັດ ໂດຍຫຼ້າສຸດມີຄວາມຄືບໜ້າ ແລ້ວ 7,39% ແລະເມື່ອໂຄງການປັບປຸງສຳເຣັດແລ້ວ ຈະກາຍເປັນສນາມບິນ ແຫ່ງທຳອິດໃນລາວ ທີ່ອອກແບບ ການກໍ່ສ້າງ ໃຫ້ເຮືອບິນ ສາມາດຂຶ້ນລົງໄດ້ສອງທິດທາງ ຊຶ່ງຈະໃຫ້ຄວາມສະດວກ ໃຫ້ແກ່ສາຍການບິນຕ່າງໆ.
ທ່ານກ່າວຕື່ມວ່າ ຜ່ານມາ ສນາມບິນຫ້ວຍຊາຍ ມີຖ້ຽວບິນໄປ-ກັບ ຈາກນະຄອນຫຼວງວຽງຈັນ ຈຳນວນ 1 ຖ້ຽວຕໍ່ມື້ ຊື່ງຫຼັງຈາກປັບປຸງ ແລະເປີດບໍຣິການຄືນໃໝ່ແລ້ວ ຈະເພີ້ມຖ້ຽວບິນ ເປັນສອງຖ້ຽວຕໍ່ມື້, ແຕ່ເຖິງຢ່າງໃດກໍຕາມ ຍັງບໍ່ມີແຜນທີ່ຈະເປີດຖ້ຽວບິນ ໄປແຂວງອື່ນໆ ຫຼືຕ່າງປະເທດເທື່ອ.
ນອກຈາກສນາມບິນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ທີ່ປິດໃຫ້ບໍຣິການຊົ່ວຄາວແລ້ວ ກ່ອນໜ້ານີ້ ເມື່ອປີ 2016 ສນາມບິນແຫ່ງໃໝ່ ຢູ່ແຂວງອັດຕະປື ກໍໄດ້ປະກາດ ປິດໃຫ້ບໍຣິການແບບບໍ່ມີກຳນົດ ຍ້ອນຄົນມາໃຊ້ບໍຣິການໜ້ອຍ.
ຢ່າງໃດກໍຕາມ ໃນປັດຈຸບັນ ມີໂຄງການສນາມບິນ ຫຼາຍໂຄງການໃນລາວ ທີ່ກຳລັງຢູ່ໃນຣະຫວ່າງການກໍ່ສ້າງ ແລະ ສຳຣວດສຶກສາ ຄວາມເປັນໄປໄດ້ ເປັນຕົ້ນ ໂຄງການສນາມບິນໜອງຄ້າງ ຢູ່ເມືອງຊໍາເໜືອ ແຂວງຫົວພັນ, ໂຄງການສນາມບິນ ເມືອງອຸທຸມພອນ ແຂວງສວັນນະເຂດ ແລະໂຄງການສນາມບິນ ເມືອງປາກຊ່ອງ ແຂວງຈຳປາສັກ.