ຜົນປໂຍດຂອງລາວ ຈາກທາງ ສາຍໄໝ
2017.05.31

ທະນາຄານພັທນາເອເຊັຽ ປະເມີນວ່າ ເສຖກິດຂອງລາວ ຈະເຕີບໂຕປະມານ 6.9% ໃນປີ 2017 ຕ່ຳກວ່າ ປີ 2016 ເລັກນ້ອຍ ຍ້ອນ ທຸຣະກິດ ຂແນງການທ່ອງທ່ຽວ ຫລຸດລົງ. ແຕ່ໃນປີ 2018 ຫາ 2019 ເສຖກິດຂອງ ສປປລາວ ຈະເຕີບໂຕ ເພີ້ມຂຶ້ນ ເປັນ 7% ແລະ ໃນປີຕໍ່ໆໄປ ກໍຈະເພີ້ມຂຶ້ນ ຍ້ອນການ ສ້າງເຂຶ່ອນໄຟຟ້າ ສຳເຣັດ ຫລາຍເຂື່ອນ.
ທະນາຄານພັທນາເອເຊັຽໄດ້ແນະນຳ ໃຫ້ທາງການລາວ ສົ່ງເສີມທຸຣະກິດ ໃນຫລາຍຂແນງເປັນຕົ້ນ ອຸດສາຫະກັມ ການສົ່ງອອກ, ການປຸງ ແຕ່ງອາຫານ ແລະຍົກຣະດັບ ການທ່ອງທ່ຽວໃຫ້ຫລາຍຂຶ້ນ ນອກຈາກນັ້ນ ທະນາຄານ ພັທນາເອເຊັຽ ຍັງໄດ້ແນະນຳ ສປປລາວ ໃນການ ພັທນາ ຊັພຍາກອນມະນຸດ ສ້າງໂຄງຮ່າງ ພື້ນຖານ ເສຖກິດ ປະເພດຕ່າງໆ ເປັນຕົ້ນ ຖນົນຫົນທາງ ທ່າເຮືອແລະສນາມບິນ ທີ່ໄດ້ມາດຕະ ຖານ ເພື່ອດຶງດູດ ການລົງທຶນ ຈາກຕ່າງປະເທດ.
ໃນຂນະດຽວກັນ ທະນາຄານ ພັທນາເອເຊັຽ ຍັງໄດ້ປະເມີນ ການເຕີບໂຕ ຂອງຂົງເຂດນຳອີກ ໃນປີ 2017 ເສຖກິດ ໃນເຂດເອເຊັຽ -ປາຊິຝິກ ຈະເພີ້ມຂຶ້ນ ປະມານ 5.5% ຈາກ 5.3% ໃນປີ 2016 ແລະຈະສືບຕໍ່ ການເຕີບໂຕ ປະມານ 5.4% ໃນປີ 2018. ສຳລັບ ສປປລາວ ກໍຈະມີການເຕີບໂຕ ເຫມືອນກັນ.
ແຕ່ເຖິງຢ່າງໃດກໍຕາມ ນັກວິຊາການ ທ່ານນຶ່ງເວົ້າວ່າ ການເຕີບໂຕ ຂອງເສຖກິດລາວ ໃນຣະຍະທີ່ຜ່ານມາ ເທົ່າເຖິງປັດຈຸບັນ ບໍ່ແມ່ນ ເປັນຍ້ອນ ການລົງທຶນຂອງຈີນ ໃນລາວ ເປັນຍ້ອນ ການຂາຍໄຟຟ້າ ແຮ່ທາດ ແລະໄມ້ທ່ອນ ແຕ່ໃນອະນາຄົດ ຍັງບໍ່ແນ່ ຖ້າເສັ້ນທາງ ສາຍໄໝ ຜ່ານລາວ ຫາກສ້າງສຳເຣັດ ໃນປີ 2021.
ນັກເສຖສາດລາວເວົ້າວ່າ ແຜນເສຖກິດສາຍໄໝ BELT & ROAD ຂອງຈີນ ທີ່ຈະຜ່ານລາວ ຈະສົ່ງເສີມ ການເຕີບໂຕ ແລະສ້າງຜົລ ປໂຍດໃຫ້ແກ່ເສຖກິດ ຂອງ ສປປລາວ ຫລາຍຂຶ້ນ ໃນອະນາຄົດ ເປັນຕົ້ນ ເສັ້ນທາງ ຣົດໄຟ ລາວ-ຈີນ.
ທ່ານ ມານະ ສຸດທິຈັກ ນັກເສຖສາດລາວ ເວົ້າວ່າ ເສັ້ນທາງສາຍໄໝ ຈະໃຫ້ ຜົລປໂຍດ ຕໍ່ການເຕີບໂຕ ທາງດ້ານເສຖກິດຂອງ ສປປລາວ ໃນທົສວັດຫນ້າ ຈະເຮັດໃຫ້ລາວ ກາຍເປັນຈຸດ ເຊື່ອມຕໍ່ ທາງບົກ ໃນຂົງເຂດ ເປັນ ປະເທດເປີດ ມີທາງອອກ ສູ່ທະເລ ຈະບໍ່ເປັນປະເທດ ປິດອີກຕໍ່ໄປ. ເສັ້ນທາງສາຍໄໝ ຜ່ານລາວ ຈະດຶງດູດ ນັກລົງທຶນ ຕ່າງຊາດເຂົ້າມາລົງທຶນ ຫລາຍຂຶ້ນ ຍ້ອນວ່າ ນັກລົງທຶນ ຕ່າງຊາດ ຕັດສິນໃຈ ໃນການລົງທຶນ ໃສ່ລະບົບ ການຄົມມະນາຄົມ ແລະການຂົນສົ່ງ ສະດວກສະບາຍ ເປັນຫລັກ. ທ່ານວ່າ ການຂົນສົ່ງສິນຄ້າ ສະດວກສະບາຍ ນອກຈາກຈະເຮັດໃຫ້ ຄ່າຂົນສົ່ງສິນຄ້າ ຖືກລົງແລ້ວ ຍັງເປັນການ ຍົກລະດັບ ການທ່ອງທ່ຽວ ນຳອີກ.
ທ່ານ ລັດຕະນະມະນີ ຄຸນນິວົງ ຮອງຣັຖມົນຕຣີ ກະຊວງ ຄົມມະນາຄົມ ແລະຂົນສົ່ງ ສປປລາວ ເວົ້າວ່າ ແຜນເສຖກິດ ສາຍໄໝ ຂອງຈີນ ຈະສົ່ງຜົລກະທົບ ທາງບວກ ຕໍ່ການເຕີບໂຕ ທາງດ້ານເສຖກິດ ສປປລາວ ທ່ານໃຫ້ ຄວາມສຳຄັນ ຕໍ່ການສ້າງ ເສັ້ນທາງຣົດໄຟ ລາວ-ຈີນ ໃສ່ການເຕີບໂຕ ທາງດ້ານເສຖກິດ ໃນລາວ ໃນທົສວັດຫນ້າ.
ທ່ານວ່າ ເສັ້ນທາງຣົດໄຟ ລາວ-ຈີນ ຖ້າສ້າງແລ້ວຈະດຶງດູດ ນັກລົງທຶນຕ່າງຊາດ ໃຫ້ເຂົ້າມາລົງທຶນ ໃນລາວຫຼາຍຂຶ້ນ ຈະສ້າງວຽກເຮັດ ງານທຳ ໃຫ້ແກ່ຄົນລາວ ແລະ ຈະສ້າງຣາຍໄດ້ ໃຫ້ແກ່ ປະເທດຊາດ: ສຽງ---
ນັກການທູດຈີນ ປະຈຳລາວ ເວົ້າວ່າ ສປປລາວ ຈະໄດ້ຮັບຜົລປະໂຍດ ຈາກໂຄງການສາຍໄໝ ແລະ ເສັ້ນທາງຣົດໄຟ ລາວ-ຈີນ ຢ່າງ ມະຫາສານ. ທ່ານ ຊາວ ເຊັງກັງ ອຸປທູດຈີນ ປະຈຳລາວ ເວົ້າວ່າ ເສັ້ນທາງສາຍໄໝ ຈະປ່ຽນໂສມຫນ້າ ໃຫມ່ ຂອງລາວ ໃນທົສວັດ ຫນ້າ ແລະວ່າ ການເຊື່ອມຕໍ່ ທາງບົກຣະຫວ່າງ ປະເທດ ເປັນວຽກງານ ບູຣິມະສິດ ຂອງຄວາມຮ່ວມມື ຣະຫວ່າງ ສອງປະເທດ ໃນການ ສົ່ງເສີມການຄ້າ ແລະການລົງທຶນ ຂອງຈີນໃນລາວ ແລະໃນຂົງເຂດ ຈີນ ຈະກາຍເປັນ ປະເທດ ລົງທຶນ ລາຍໃຫຍ່ ໃນລາວ ແລະ ໃນ ຫລາຍປະເທດ ໃນຂົງເຂດ ຍ້ອນເສັ້ນທາງສາຍໄໝ.
ທ່ານວ່າ ໃນປັດຈຸບັນ ທຸຣະກິດຕ່າງໆ ຂອງຈີນ ກໍໄດ້ເຂົ້າມາລົງທຶນ ແລະ ຂຍາຍສາຂາ ໃນລາວຫລາຍຂຶ້ນ ເປັນຕົ້ນ ທະນາຄານຈີນ ແລະ ອຸດສາຫະກັມ ຂນາດນ້ອຍ ແລະ ຂນາດກາງ ປະເພດຕ່າງໆ ຫລາຍບໍຣິສັດ ກໍເລີ້ມ ເຂົ້າມາລົງທຶນ ແລະ ຕັ້ງໂຮງງານ ໃນລາວ ເພື່ອລໍຖ້າ ເສັ້ນທາງສາຍໄໝ ສ້າງສຳເຣັດ.
ທ່ານ ບຸນຍັງ ວໍຣະຈີດ ປະທານ ປະເທດລາວ ກໍໄປຮ່ວມກອງປະຊຸມ ເສຖກິດສາຍໄໝ ຂອງຈີນ ທີ່ກຸງປັກກິ່ງ ໃນມື້ວັນທີ 14-15 ເດືອນ ພຶສພາ ປີນີ້. ທ່ານກໍສນັບສນູນ ໂຄງການ ດັ່ງກ່າວ. ແຕ່ເຖິງຢ່າງໃດກໍຕາມ ນັກວິຊາການ ຕ່າງຊາດ ເວົ້າວ່າ ໂຄງການ ເສັ້ນທາງສາຍໄໝ ຂອງຈີນ ຈະສ້າງຄວາມ ບໍ່ທຸ່ນທ່ຽງ ທາງດ້ານເສຖກິດ ແລະ ການເມືອງ ໃນຂົງເຂດ ຍ້ອນ ຫລາຍປະເທດ ຈະມີການແຍກຂົ້ວ ທາງການ -ເມືອງ ຫັນເຂົ້າໄປຫາ ຈີນ ຫລາຍກວ່າ ແລະຈີນ ກໍຈະໄດ້ ຜົລປໂຍດ ແລະ ມີອິດທິພົນ ທາງດ້ານເສຖກິດ ແລະການເມືອງ ໃນຂົງເຂດ ຫລາຍຂື້ນ. ອີນເດັຽ ບໍ່ເຫັນພ້ອມນຳ ໃນໂຄງການນີ້.
ທ່ານວ່າ ການລົງທຶນຂອງຈີນ ໃນໂຄງການ ເສັ້ນທາງສາຍໄໝ ບໍ່ແມ່ນ ສະເພາະແຕ່ ທາງດ້ານ ການຄ້າ ແລະ ການເຊື່ອມຕໍ່ ໃນຂົງເຂດ ເທົ່ານັ້ນ ຍັງຈະຮ່ວມດ້ວຍ ການປ່ຽນແນວຄິດ ຫລື IDEOLOGY ຂອງປະເທດ ດັ່ງກ່າວໄປຫາຈີນ ຫລາຍຂຶ້ນ ດັ່ງທີ່ ເຫັນໃນປັດຈຸບັນ ກໍແມ່ນ ກຳພູຊາ ແລະ ສປປລາວ ສອງປະເທດ ນີ້ຖືກຈ່ອງດຶງ ເຂົ້າໄປຫາຈີນ ແບບຫລີກລ້ຽງບໍ່ພົ້ນ.
ທ່ານວ່າ ຈີນຮູ້ດີວ່າ ໃນອະນາຄົດ ບັນດາ ປະເທດອາຊຽນ ຈະໃຊ້ເງິນອັນມະຫາສານ ໃນການສ້າງ ໂຄງຮ່າງພື້ນຖານ ທາງດ້ານເສຖກິດ ເປັນຕົ້ນ ຖນົນຫົນທາງ ທ່າເຮືອ ສນາມບິນ ທີ່ທັນສມັຍ ແລະ ເສັ້ນທາງຣົດໄຟ ຄວາມໄວສູງ ເພື່ອກະຕຸ້ນ ເສຖກິດ ຂອງປະເທດຕົນ, ດັ່ງນັ້ນ ຈີນ ຈື່ງເລີ້ມແຜນການ ເສັ້ນທາງສາຍໄໝ ເພື່ອຮອງຮັບ ໃນຈຸດປະສົງ ດັ່ງກ່າວ ໃນການລົງທຶນ ແລະການຂຍາຍ ອີດທິພົນ ຂອງຈີນ ໃນຂົງເຂດ.
ເສັ້ນທາງສາຍໄໝ ນອກຈາກການລົງທຶນ ແລະການຂຍາຍ ideology ຂອງຈີນ ໃນຂົງເຂດແລ້ວ ຍັງເປັນການຕ້ານ ອີດທິພົນ ຂອງ ປະເທດ ຕາເວັນຕົກ ນຳອີກເປັນຕົ້ນ ສະຫາພາບຢູໂຣບ ແລະ ສະຫະຣັດ ອະເມຣິກາ ຊື່ງໃນປັດຈຸບັນ ຫລາຍປະເທດ ທີ່ ເປັນພັນທະມິດ ເກົ່າ ຂອງສະຫະຣັດ ກໍພາກັນຫັນ ເຂົ້າມາຫາ ຈີນ ຫລາຍຂຶ້ນ ໃນໂຄງການ ເສັ້ນທາງສາຍໄໝ ເປັນຕົ້ນ ຟີລິປປີນ ໄທ ອິນໂດເນເຊັຽ ມາເລເຊັຽ ແລະ ສິງກະໂປ ຮ່ວມທັງວຽດນາມ ກໍມີທ່າອ່ຽງ ຫາຈີນ.
ຜູ້ນຳຈາກປະເທດເຫລົ່ານີ້ ກໍໄດ້ໄປຮ່ວມກອງປະຊຸມ ເສຖກິດສາຍໄໝ ຂອງຈີນ ວ່າງຫລັງໆມານີ້ ເພື່ອໃຫ້ການ ສນັບສນູນຈີນ ໃນແຜນ ການດັ່ງກ່າວ. ຈີນມີແຜນການ ລົງທຶນ ໃນໂຄງການ ເສັ້ນທາງສາຍໄໝ ຫລາຍພັນລ້ານໂດລາ ຜ່ານຫລາຍປະເທດ ໃນຂົງເຂດ.
ສຳລັບ ສປປລາວແລ້ວ ນັກວິຊາການ ຕ່າງຊາດທ່ານນີ້ເວົ້າວ່າ ສປປລາວ ຈະບໍ່ໄດ້ຜົລປໂຍດ ຫລາຍປານໃດ ຈາກໂຄງການ ເສຖກິດ ສາຍໄໝ ຈີນ ຈະໄດ້ຜົລປໂຍດ ຫລາຍກວ່າ ລາວຈະກາຍເປັນ ທາງຜ່ານ ສຳລັບ ການສົ່ງສິນຄ້າ ຂອງຈີນ ໃນຂົງເຂດ ແຕ່ສປປລາວ ໄດ້ການເຊື່ອມຕໍ່ ທາງບົກແບບ ທາງຜ່ານລ້າໆ ຍ້ອນວ່າ-
1-ສປປລາວ ບໍ່ມີອຸດສະກັມການຜລິດ ຂນາດໃຫຍ່ໃນການສົ່ງ ສິນຄ້າອອກ ເຫມືອນດັ່ງ ຫລາຍປະເທດ.
2-ສປປລາວ ຂາດຊັພຍາກອນມະນຸດ ໃນການບໍຣິຫານ ຈັດການ ແລະຂາດແຮງງານ ທີ່ ມີຄຸນນະພາບ ສຳລັບ ອຸດສາຫະກັມ ຕ່າງຊາດ ທີ່ຕ້ອງການສີມື ແຮງງານ ໃນການເຂົ້າມາ ລົງທືນໃນລາວ ເຂດເສຖກິດພິເສດ ທີ່ໄທ ມີແຜນການຈະຕັ້ງ ຕົງກັນຂ້າມ ກັບ ແຂວງຂອງລາວ ຈະຍາດເອົານັກລົງທຶນ ຕ່າງຊາດ ຈາກລາວ.
3-ສປປລາວ ຈະຕິດຫນີ້ເພີ້ມຂຶ້ນ ເປັນຕົ້ນຄ່າສ້ອມແປງ ບຳຣຸງ ເສັ້ນທາງຣົດໄຟ ໃຫ້ໄດ້ມາຕຖານ ໃນແຕ່ລະປີ ນອກຈາກຕິດຫນີ້ຄ່າ ສ້າງແລ້ວ ແລະການເກັບຄ່າ ຂົນສົ່ງຫລືຜູ້ ໂດຍສານນັ້ນ ກໍຈະເປັນການ ຊ່ຳຣະຫນີ້ສິນ ຂອງຈີນ ກໍຍັງບໍ່ພໍ.
4- ສປປລາວ ເປັນຈຸດເຊື່ອມຕໍ່ ທາງບົກ ແຕ່ເປັນຈຸດເຊື່ອມຕໍ່ ສຳລັບການສົ່ງສິນຄ້າ ຂອງນັກລົງທຶນໃນຂົງເຂດ ຈາກປະເທດທີ່ມີ ອຸດສາຫະກັມ ການຜລິດ ດັ່ງໄທ ອິນໂດເນເຊັຽ ມາເລເຊັຽ ສິງກະໂປ ແລະ ຟີລິປປີນ ນອກຈາກຈີນ.
5- ທາງການລາວ ເວົ້າວ່າ ເສັ້ນທາງສາຍໄໝ ຈະດຶງດູດ ນັກລົງທຶນຕ່າງຊາດ ແລະກະຕຸ້ນ ການລົງທຶນ ໃນລາວ ແຕ່ນັກລົງທຶນ ສ່ວນໃຫຍ່ ຈະເປັນພຽງແຕ່ ນັກລົງທຶນ ລາຍຍ່ອຍ ບໍ່ແມ່ນ ນັກລົງທຶນ ລາຍໃຫຍ່ ເປັນນັກລົງທຶນ ເພື່ອມາໃຊ້ ຊັພຍາກອນ ທັມມະຊາດ ແລະທາງຜ່ານ ໃນລາວ ຫລາຍກວ່າ.
6-ສປປລາວ ຈະກາຍເປັນສະຖານທີ່ ສ້າງກູດັງ ເພື່ອເກັບຕຸນສິນຄ້າ ຂອງນັກລົງທຶນ ຕ່າງຊາດຫລາຍກວ່າ ຈະບໍ່ແມ່ນ ແຫລ່ງຜລິດສິນຄ້າ ຂນາດໃຫຍ່ ເພື່ອການສົ່ງອອກ ແລະ ເພື່ອສ້າງວຽກເຮັດ ງານທໍາ ແລະລາຍໄດ້ໃຫ້ແກ່ ປະເທດຊາດ ຫລັງຈາກ ເສັ້ນທາງສາຍໄໝ ສ້າງສຳເຣັດ.
7- ສປປລາວ ຍັງຈະອາສັຍ ນັກວິຊາການ ຈາກຈີນ ໃນການບໍຣິຫານ ຈັດການໂຄງການ ເສັ້ນທາງຣົດໄຟ ລາວ-ຈີນ ຜ່ານລາວຍ້ອນວ່າ ຊັພຍາກອນ ມະນຸດລາວ ຂາດຄວາມຮູ້ ດ້ານນີ້ ຮ່ວມດ້ວຍ ລາວ-ຈີນ ບໍ່ມີສັນຍາ ໂອນຫລື transfer ຄວາມຮູ້ ເທັກໂນໂລຈີ ດ້ານການຣົດໄຟ ໃຫ້ແກ່ລາວ ດັ່ງທີ່ໄທ ແລະ ປະເທດອື່ນໆ ບ່ອນທີ່ຣົດໄຟ ຈະຜ່ານລົງນາມ ກັບຈີນ.
ໃນທີ່ສຸດ ທ່ານເວົ້າວ່າ ເປັນໂຄງການທີ່ດີ ແຕ່ຈະສ້າງ ຜົລປະໂຍດ ໃຫ້ແກ່ຈີນ ຫລາຍກວ່າ.