ລາວກໍານົດການແລກເງິນຕຣາ
2016.10.19
ທາງການລາວ ຈຳກັດ ການແລກປ່ຽນ ເງິນກີບ ເອົາເງິນ ໂດລາ ສະຫະຣັຖ ແລະ ເງິນບາດໄທ ຍ້ອນ ທາງການລາວ ພຍາຍາມ ຄວບຄຸມ ອັດຕຣາ ການແລກປ່ຽນ ເງິນຕຣາ ຕ່າງປະເທສ ແລະ ອີກ ປະການນຶ່ງຄື ຣັຖບາລ ມີເງິນຕຣາ ຕ່າງປະເທສ ສຳລອງ ແລະ ຄໍາ ໄວ້ພຽງ 976 ລ້ານ ໂດລາ ສະຫະຣັຖ. ຕາມຣາຍງານ ຂອງກອງທຶນ ເງິນ ສາກົນ IMF ໃນເດືອນ ທັນວາ 2015.
ທະນາຄານ ການຄ້າ ຕ່າງປະເທສ ກຳນົດ ໃຫ້ປະຊາຊົນ ແລະ ນັກລົງທຶນ ຕ່າງປະເທສ ທີ່ຕ້ອງການ ເອົາເງິນກີບ ແລກເອົາເງິນ ໂດລາ ສະຫະຣັຖ ຫຼື ເງິນບາດໄທ ຈະຕ້ອງໄດ້ ຕໍ່ແຖວຫລື ຈອງຄິວໄວ້ ວັນເສົາກ່ອນ ເພື່ອມາແລກປ່ຽນ ເງິນ ຕາມວັນທີ່ ທະນາຄານ ນັດໝາຍ ແລະສາມາດ ແລກປ່ຽນໄດ້ ພຽງຄັ້ງລະ 5 ລ້ານກີບ ຫລື ປະມານ 600 ໂດລາ ສະຫະຣັຖ ແລະທະນາຄານ ແຕ່ລະສາຂາ ຈະແລກປ່ຽນ ໃຫ້ມື້ນຶ່ງ ພຽງ 20 ຄົນ ເທົ່ານັ້ນ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ທະນາຄານ ການຄ້າ ຕ່າງປະເທສ ສປປລາວ ໃນວັນທີ 18 ຕຸລານີ້:
"ຖ້າແລກ ຈະຕ້ອງໄດ້ ຈອງຄິວກັນ ເຈົ້າ ເອີໄດ້ຕັ້ງ ຫ້າລ້ານກີບ ຄັ້ງນຶ່ງ ມັນມີຣະບຽບ ຕ້ອງໄດ້ ຈອງຄິວ ຈະສາມາດ ແລກໄດ້ ແມ່ນແລ້ວ ເອີ ມັນຈະສົ່ງຂໍ້ ຄວາມກັບຄືນ ມາວ່າ ໃຫ້ມາແລກ ວັນຈັນ ຫາ ວັນສຸກ, ມື້ໃດມັນຈະບອກ ເລີຍ ມື້ນຶ່ງຈະໄດ້ ແຕ່ຊາວຄິວນຶ່ງ ເຈົ້າ".
ສຳລັບການແລກປ່ຽນ ເງິນກີບ ເອົາເງິນບາດໄທ ກໍໃຫ້ ປະຕິບັດ ດັ່ງດຽວກັນກັບ ການແລກປ່ຽນ ເອົາເງິນ ໂດລາ ສະຫະຣັຖ ແຕ່ສາມາດ ແລກປ່ຽນໄດ້ ຢູ່ບາງສາຂາ ທະນາຄານ ການຄ້າ ຕ່າງ ປະເທສລາວ ເທົ່ານັ້ນ ເຊັ່ນສາຂາ ນະຄອນຫຼວງ ວຽງຈັນ, ແຂວງບໍ່ແກ້ວ ແລະ ແຂວງ ໄຊຍະບູຣີ.
ນັກລົງທຶນ ທີ່ຕ້ອງການແລກປ່ຽນ ເງິນຕຣາ ຕ່າງປະເທສ ເອົາເງິນກີບ ເປັນຈຳນວນ ຫຼາຍນັ້ນ ສາມາດ ແລກປ່ຽນໄດ້ ຢູ່ ທະນາຄານ ຫລື ຮ້ານແລກປ່ຽນ ເງິນຂອງ ເອກກະຊົນ ໄດ້ເຊັ່ນກັນ. ທ່ານ ເວົ້າຕື່ມວ່າ ຂໍ້ກຳນົດ ດັ່ງກ່າວ ເປັນຣະບຽບ ຂອງ ທະນາຄານ ການຄ້າ ຕ່າງ ປະເທສລາວ ທຸກສາຂາ. ປັດຈຸບັນ ຊາວລາວ ຍັງຕ້ອງການ ມີເງິນຕຣາ ຕ່າງປະເທສ ໄວ້ ຍ້ອນເງິນກີບ ມີຄຸນຄ່າ ໜ້ອຍ.