ຄ້າຂາຍຢູ່ລາວຕ້ອງໃຊ້ ເງິນໂດລາເງິນບາດ


2013.07.31
F-kips ຣັຖບານ ສປປລາວ ກໍາລັງຫາທາງ ຜ່ອນຄາຍບັນຫາເງິນເຟີ້
LPDR

 

ທະນາຄານ ເອກກະຊົນ ລາວ ຫຼາຽແຫ່ງ ອະນຸຍາດ ໃຫ້ ປະຊາຊົນ ນຳເງິນກີບມາແລກປ່ຽນເອົາເງິນຕຣາ ຕ່າງປະເທດ ໄດ້ຢ່າງຈຳກັດ ແລະ ໜ້ອຽກວ່າ ແຕ່ກ່ອນຫຼາຽ ໂດຽສະເພາະ ການແລກປ່ຽນ ເອົາ ເງິນບາດ ແລະ ເງິນໂດລາ ຈຶ່ງສ້າງຄວາມບໍ່ພໍໃຈໃນໝູ່ພໍ່ຄ້າແມ່ຄ້າ ແລະ ບັນດາທຸລະກິຈ ຂນາດກາງ ແລະ ຂນາດນ້ອຽ. ດັ່ງທີ່ແມ່ຄ້າ ໃນ ນະຄອນຫຼວງ ວຽງຈັນ ໄດ້ເວົ້າຕໍ່ ຜູ້ສື່ຂ່າວ ເອເຊັຍເສຣີ ວ່າ:

"ດຽວນີ້ ບໍ່ຢາກໃຫ້ລະ ໃຫ້ສອງຮ້ອຍ ຫຼືຮ້ອຍນຶ່ງແຕ່ລະທະນາຄານ ນະ ດຽວນີ້ ຄ້າຂາຍຫງາຍມື ກໍ່ລໍາບາກ ຜູ້ມີ ບໍຣິສັດໃຫຍ່ ເອົາຣົດ ເອົາລາງ ເຂົ້າມາ ກະຈ່າຍກັນ ເປັນເງິນໂດລ້າ ຜູ້ຄ້າເລັກ ຄ້ານ້ອຍ ຄືໄທເຮົານີ້ ກະຕ້ອງການ ເງິນບາດ ໄປຊື້".

ແມ່ຄ້າຫຼາຽຄົນ ຈົ່ມວ່າ ທະນາຄານ ອະນຸຍາດ ໃຫ້ພວກຕົນ ແລກປ່ຽນ ເອົາເງິນບາດ ແລະ ເງິນໂດລາ ໜ້ອຽເກີນໄປ ເຮັດໃຫ້ພວກຕົນ ຄ້າຂາຍ ບໍ່ສະດວກ ຈະໄປຊື້ຜັກ ຊື້ສິນຄ້າ ຝັ່ງໄທ ກໍ່ຕ້ອງໄດ້ ໃຊ້ເງິນບາດ ຫຼືເງິນໂດລາ. ຖ້າທະນາຄານ ຍັງມີມາຕການ ແບບນີ້ ຢູ່ຕໍ່ໄປ ພວກຕົນກໍ່ຈະ ເດືອດຮ້ອນ, ຈໍາເປັນຕ້ອງ ນໍາເງິນກີບ ໄປແລກປ່ຽນ ເອົາເງິນບາດ ແລະ ເງິນໂດລາ ນໍາຕະຫຼາດ ທີ່ບໍ່ຂຶ້ນກັບ ລະບົບ ທະນາຄານ ທີ່ເອີ້ນວ່າ ຕະຫຼາດມືດ. ໃນຂະນະດຽວກັນ ປະຊາຊົນ ຜູ້ທີ່ຢາກ ຊື້ລົດເວົ້າວ່າ:

"ລາວຢາກ ຊື້ ລົດ ຄັນໜຶ່ງ ທີ່ມີລາຄາ ຊາວຫ້າພັນ ໂດລາ, ຮ້ານຂາຽລົດ ເຂົາຊື້ຂາຽ ກັນເປັນເງິນ ໂດລາ, ໝາຽຄວາມວ່າ ເພື່ອຢາກ ແລກເງິນກີບ ເອົາເງິນໂດລາ ຈຳນວນ ຊາວຫ້າພັນ ໂດລາ ນັ້ນ ລາວ ຕ້ອງໄດ້ ທຽວໄປ ທະນາຄານ ເຖິງ 50 ວັນ ກ່ວາຈະມີເງິນ ພໍຊື້ລົດໄດ້ ຖ້າຫາກ ທະນາຄານ ອະນຸຍາດ ໃຫ້ລາວ ແລກປ່ຽນເອົາເງິນ ໂດລາ ໄດ້ພຽງ 500 ໂດລາຕໍ່ວັນ. ລາວຈົ່ມວ່າ ເຮັດແບບນີ້ ມັນຊິເປັນບ້ານ ເປັນເມືອງບໍ?”.

ນັກສັງເກດການ ດ້ານການເງິນ ໃນລາວ ທ່ານໜຶ່ງ ໃຫ້ທັສນະ 2 ຢ່າງ ຕໍ່ຜູ້ສື່ ຂ່າວ ເອເຊັຍເສຣີວ່າ ນີ້ອາດເປັນ ມາຕການ ສະກັດກັ້ນ ໄພເງິນກີບເຟີ້ ຂອງ ທະນາຄານ ແຫ່ງ ສປປລາວ ທີ່ບໍ່ຢາກໃຫ້ ເງິນກີບ ອ່ອນຄ່າ ຈົນເກີນໄປ ຖ້າທຽບໃສ່ ເງິນບາດ ແລະ ເງິນໂດລາ. ອີກປະການໜຶ່ງ ອາດແມ່ນ ຍ້ອນວ່າ ມີພາວະ ຂາດແຄນ ເງິນຕຣາ ຕ່າງປະເທດ ຢູ່ໃນຄັງ ເງິນສົດ ຂອງທະນາຄານ ດັ່ງນັ້ນທະນາຄານ ແຫ່ງ ສປປລາວ ຈຶ່ງບັງຄັບໃຫ້ ທະນາຄານ ເອກກະຊົນ ຕ່າງໆ ທີ່ຢູ່ພາຽໃຕ້ ການຄຸ້ມຄອງ ດູແລ ຂອງຕົນຈຳກັດຈຳນວນ ການນຳເງິນກີບ ມາແລກປ່ຽນເອົາ ເງິນບາດ ແລະເງິນໂດລາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.