ທາງການເຕືອນຜູ້ຄ້າຂາຍ ຫ້າມຂຶ້ນ ລາຄາສິນຄ້າ
2021.04.23
ໃນວັນທີ 21 ເມສາ ທີ່ຜ່ານມາ ນາຍົກຣັຖມົນຕຣີ ໄດ້ອອກແຈ້ງການ ເລກທີ 15 ໃນຂໍ້ທີ 6 ວ່າ ຫ້າມກັກຕຸນສິນຄ້າ ຫຼືສວຍໂອກາດ ຂຶ້ນລາຄາສິນຄ້າ ອຸປໂພກບໍຣິໂພກ ເປັນຕົ້ນຜ້າອັດ ປາກອັດດັງ, ນ້ຳຢາລ້າງມື, ຢາປິ່ນປົວພຍາດ, ອຸປກອນການແພດ, ເຂົ້າ, ອາຫານ, ນ້ຳ ແລະ ສິນຄ້າອື່ນໆ ທີ່ຈຳເປັນຕໍ່ການດຳຣົງຊີວິດ ປະຈຳວັນ.
ປັດຈຸບັນ ຢູ່ນະຄອນຫລວງວຽງຈັນ ເຈົ້າໜ້າທີສະເພາະກິດ ກໍໄດ້ລົງກວດກາ ຢູ່ຕາມຕລາດຕ່າງໆແລ້ວ ແຕ່ຍັງບໍ່ພົບຜູ້ທີ່ສວຍໂອ ກາດຂຶ້ນລາຄາສິນຄ້າໃນໄລຍະນີ້. ເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 23 ເມສາ ວ່າ:
"ດຽວນີ້ ມັນເປັນແນວນີ້ເນາະ ເຂົາກໍແບ່ງເປັນ 6 ຈຸ ພຸ້ນເດ້ ລົງແຕ່ລະຕລາດ ແບ່ງຂອບເຂດຮັບຜິດຊອບ ເຝົ້າລະວັງຢ້ານຄົນສວຍ ໂອກາດຂຶ້ນລາຄາສິນຄ້າ ກັກຕຸນສິນຄ້າ ໂຕນີ້ເຂົາເຈົ້າກໍລົງເຮັດມາ 2-3 ມື້ ກະບໍ່ພົບເຫັນຜູ້ສວຍໂອກາດ ຂຶ້ນລາຄາສິນຄ້າ ກັກຕຸນ ມີແຕ່ໄປກວດກະພົບເຫັນ ຜູ້ບໍ່ມີທະບຽນ ເຂົາເຈົ້າປັບໃໝໄດ້ 5 ຫົວໜ່ວຍຫັ້ນເດ້."
ທ່ານກ່າວຕື່ມວ່າ ຜ່ານມາຍັງບໍ່ມີ ປະຊາຊົນຮ້ອງຮຽນມາວ່າ ພົບຜູ້ສວຍໂອກາດ ຂຶ້ນລາຄາສິນຄ້າ ແຕ່ກໍຢາກຂໍໃຫ້ປະຊາຊົນຊ່ວຍ ເປັນຫູເປັນຕາ ຫາກພົບຜູ້ສວຍໂອກາດຂຶ້ນລາຄາ ສິນຄ້າ ສາມາດແຈ້ງເຈົ້າໜ້າທີ່ ໄດ້ທັນທີ ເພື່ອໃຫ້ລົງກວດກາ ແລະ ດຳເນີນ ການຕາມລະບຽບ ການປັບໃໝ ແລະ ຢຶດສິນຄ້າທັນທີ.
"ຊ້ວງນີ້ເຂົາກໍຍັງສືບຕໍ່ ການກວດກາຫັ້ນນ່າ ຖ້າວ່າຮູ້ບ່ອນໃດ ມີການກັກຕຸນສິນຄ້າ ຂຶ້ນລາຄາສິນຄ້າ ກໍມີການຢຶດປັບໃໝ່ຫັ້ນແຫຼະ ກໍອາສັຍ ພົລເມືອງດີ ຂອງເຮົາຜູ້ໃດມີເບາະແສ ກໍແຈ້ງມາ ອ້າຍນ້ອງ ເຂົາເຈົ້າກໍຕຽມພ້ອມຕລອດ ເພາະພວກເຮົາມີສາຍດ່ວນ ບໍຣິການຢູ່ເນາະ 1510 ຢູ່ຈຸດໃດພວກເຮົາ ກໍຈະລົງໄປ."
ໃນຂນະທີ່ ຊາວບ້ານ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ນາງນຶ່ງກ່າວວ່າປັດຈຸບັນ ລາຄາສິນຄ້າ ກໍຍັງປົກກະຕິດີ ຖືວ່າຍັງບໍ່ ແພງປານໃດ ເປັນຕົ້ນ ຜ້າອັດປາກອັດດັງ ກັບນຶ່ງ ມີ 50 ອັນ ຂາຍຢູ່ທີ່ປະມານ 17-25 ພັນກີບ ອາລກໍຮໍ ລ້າງມື ຕຸກນຶ່ງລາຄາ ປະມານ 50-90 ພັນກີບ ຖ້າທຽບໃສ່ປີກາຍ ກໍຖືວ່າຖືກກວ່າຫລາຍ.
"ກ່ອນໜ້າຈະມີຂ່າວເລື່ອງໂຄວິດ ລະບາດກໍລາຄານີ້ຢູ່ແລ້ວ ຄິດວ່າ ມັນບໍ່ໄດ້ແພງຫຼາຍ ຕາມປົກກະຕິກັບນຶ່ງໃນຢູ່ປະມານ 17 ພັນ ຫາ 25 ພັນ ອາລກໍຮໍ ຖ້າເປັນຕຸກ ໂຕ 1 ລິດ ກໍຈະຕົກຢູ່ປະມານ 50 ເຖິງ 90 ພັນ ແຕ່ວ່າ ຖ້າມາສົມທຽບໂຄວິດ ປີກາຍນີ້ ກັບປີນີ້ ກໍຖືວ່າ ປີນີ້ ຍັງຖືກວ່າ ປີກາຍຊື້ກັບ 50 ພັນ."
ຊາວບ້ານ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ນາງນຶ່ງກໍເວົ້າວ່າ ລາຄາສິນຄ້າຕາມຕລາດ ຫລື ອຸປກອນປ້ອງກັນໂຄວິດ-19 ຜ້າ ອັດປາກອັດດັງ ເຈວ ອາລກໍຮໍ ກໍຖືວ່າ ຍັງລາຄາ ປົກກະຕິ ບໍ່ຖືວ່າແພງເທົ່າປີກາຍ.
"ມັນຍັງປານໃດກໍຖືກຢູ່ ປີກາຍນີ້ ໜັກກວ່ານີ້ ອັນໃດກໍແພງ ອັນນີ້ ເອີລາຄາຍັງແບບຍ່ອມເຍົາ ຊື້ 30 ຕໍ່ກັບນຶ່ງກະບໍ່ແພງ 20 ປາຍ ພັນກໍມີ ກໍຍັງທັມມະດາຢູ່ ມັນກໍມີຫຼາຍເກຣດ ຫລາຍຫຍັງຫັ້ນນ່າ ປີກາຍນີ້ 50 ກໍຍັງມີກັບນຶ່ງເຈວ ກົດຫັ້ນ ພວກ 500 ML ເນາະ ຂ້ອຍຍັງເຫັນກໍລາຄາ 20 ປາຍ ພັນກໍມີ."
ນາງກ່າວຕື່ມວ່າ ສ່ວນອາຫານການກິນບາງຢ່າງ ກໍແພງ ເປັນຕົ້ນຊີ້ນໝູ ແລະ ຜັກກາດ:
"ຜັກບາງອັນມັນກໍຂາດຕລາດ ບາງອັນຫາກມີກະແພງຊິນ່າ ມັນກໍຈະລາຄາຈະປັບຂຶ້ນແດ່ ກ່ອນທີ່ວ່າຂ່າວໂຄວິດ ຫັ້ນກໍຍັງມີ ຊ້ວງນີ້ ແມ່ນຜັກກາດຂາວ ໂລ 25 ພັນກີບ ຊີ້ນກໍຍັງແພງ ເຫັນເຂົາເຈົ້າໂພສລົງ ຊີ້ນໝູໂລ 60 [ພັນກິບ] ວ່າຊັ້ນ."
ນອກຈາກນີ້ ຜູ້ຂາຍອຸປກອນ ປ້ອງກັນ ໂຄວິດ-19 ທ່ານນຶ່ງ ກ່າວວ່າ ຮ້ານຕົ້ນກໍໃນລາຄາປົກກະຕິທົ່ວໄປ ເປັນຕົ້ນຜ້າອັດປາກດັງ 1 ກັບ ມີ 50 ອັນ ຂາຍລາຄາ 20 ພັນກີບ ສ່ວນເຈວ ອາລກໍຮໍ ຂາຍໃນລາຄາ 35 ພັນ ກີບ.
"ມີລູກຄ້າເຂົາເຈົ້າມາຊື້ ຢູ່ຮ້ານ ຮ້ານເຮົາຂາຍຜ້າອັດປາກ 20 ພັນ ກີບກັບນຶ່ງ 50 ອັນ ຫັ້ນນ່າ ເຈວລ້າງມື້ 35 ພັນ ກີບ."
ພໍຄ້າຂາຍອຸປກອນ ປ້ອງກັນໂຄວິດ-19 ອີກທ່ານນຶ່ງ ກ່າວວ່າຕົນເອງ ຂາຍພວກເຈວລ້າງມື ອາລກໍຮໍ ໂດຍຮັບມາຈາກຝັ່ງໄທຍ ຊຶ່ງ ຣົດຂົນສົ່ງກໍຍັງຂົນສົ່ງ ປົກກະຕິ ໂດຍຕົນເອງ ຂາຍສົ່ງໃຫ້ກັບລູກຄ້າ 50-70 ພັນ ກີບ ເຈວລ້າງມື 10 ຫລອດ ຊຶ່ງ ຫລອດນຶ່ງ ມີປະຣິມານ 60 ມິລລີລິດ ຂາຍໃນລາຄາ 50 ພັນກີບ.
"ຊ້ວງນີ້ກໍມີຄົນຂາຍຫຼາຍຢູ່ ເຮົາສົ່ງໃຫ້ເພິ່ນກໍແລ້ວ ແຕ່ເພິ່ນຈະຂາຍ ມັນກໍກຳໝົດບໍ່ໄດ້ ແລ້ວແຕ່ຄວາມພິງພໍໃຈຂອງລູກຄ້າ ທີ່ວ່າຂອງ ໃຜແລ້ວ ພຶງພໍໃຈກໍຊື້ຕາມຫັ້ນ."
ສຳລັບສິນຄ້າອາຫານຕ່າງໆ ຢູ່ຕາມຕລາດ ກໍຍັງລາຄາປົກກະຕິ ຄືແຕ່ເກົ່າ ແລະ ຍັງບໍ່ທັນຂຶ້ນລາຄາ. ແມ່ຄ້າຢູ່ນະຄອນຫຼວງ ວຽງຈັນ ນາງນຶ່ງໄດ້ກ່າວວ່າ:
"ລາຄາເກົ່າ ຊີ້ນໝູກໍ 50 ພັນກີບ ຊີ້ນງົວກໍ 85 ພັນກີບ ຄືເກົ່າ ຜັກກໍບໍ່ໄດ້ຂຶ້ນເດ້ລະ ຜັກຫອມ ຜັກຫຍັງກໍລາຄາ 10 ພັນກີບ ໂລນຶ່ງ ໝາກນາວກໍ 10 ພັນ ກີບ ຄືເກົ່າ ເພິ່ນກໍແຈ້ງການວ່າ ບໍ່ໃຫ້ຂຶ້ນລາຄາເຄື່ອງເດ້."
ອີງຕາມການລາຍງານຂອງ ຜແນກອຸດສາຫະກັມ ແລະການຄ້າ ນະຄອນຫລວງວຽງຈັນ ໃນວັນທີ 5 ເມສາ 2021 ໄດ້ກຳນົດລາຄາ ສິນຄ້າ ໄວ້ວ່າ ຊີ້ນໝູປະເທດນຶ່ງ ບໍ່ໃຫ້ຂາຍເກີນ 48 ພັນ ກີບ ຕໍ່ກິໂລກຼາມ, ຊີ້ນໝູ ປະເພດສອງ ບໍ່ໃຫ້ເກີນ 44 ພັນກີບ ຕໍ່ ກິໂລກຼາມ, ລາຄາເຂົ້າໜາວ ຂາຍຍ່ອຍ ບໍ່ໃຫ້ເກີນ 7,400 ກີບ ຕໍ່ ກິໂລກຼາມ, ລາຄາປາກະຊັງ ບໍ່ໃຫ້ຂາຍເກີນ 20 ພັນ ກີບ ຕໍ່ກິໂລກຼາມ.