ການເງິນຈຸລພາກອາຈຖືກ ຟ້ອງ ລົ້ມລະລາຍ
2018.09.04

ຫ້ອງການຕໍາຣວດເສຖກິດ ສປປລາວ ສັ່ງໃຫ້ສະຖາບັນການເງິນຈຸລພາກ ທີ່ຮັບຝາກເງິນ ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຊອກຫາເງິນມາໃຫ້ປະຊາຊົນ ຖອນເງິນໄດ້ຄົບທຸກຄົນ, ບໍ່ດັ່ງນັ້ນອາຈຖືກຟ້ອງໃຫ້ລົ້ມລະລາຍ ແລ້ວຍຶດຊັບສິນມາຈ່າຍໃຫ້ ປະຊາຊົນ. ສະຖາບັນການເງິນແຫ່ງນີ້ ບໍ່ມີເງິນໃຫ້ ສະມາຊິກຖອນ ເພາະຜູ້ບໍຣິຫານຊຸດເກົ່າ ຍັກຍອກເອົາເງິນໄປ 19 ຕື້ກີບ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ເມືອງນາຊາຍທອງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 31 ສິງຫາ ທີ່ຜ່ານມາ:
"ບາດນີ້ເພິ່ນກະໃຫ້ 2 ທາງເລືອກອັນທີນຶ່ງ ກະແມ່ນເວົ້າເຣື່ອງແຕ່ລະຂາຮຸ້ນຫັ້ນນະ ໃຫ້ຊອກທຶນມາສົມທົບ ເພື່ອແກ້ໄຂໃຫ້ປະຊາຊົນຫັ້ນນະ ຄັນບໍ່ມີທຶນສົມທົບ ມີແຕ່ເວົ້າເຣື່ອງໄປທາງຝ່າຍ ລົ້ມລະລາຍແລ້ວລະເພິ່ນ ກະວ່າຈັ່ງຊັ້ນເດ໊."
ທ່ານກ່າວວ່າ ເບື້ອງຕົ້ນ ທາງກົມຕໍາຣວດເສຖກິດ ໃຫ້ເວລາສະຖາບັນການເງິນຈຸລພາກ ໄປຊອກຫາເງິນມາໃຊ້ປະຊາຊົນ ພາຍໃນ 7 ມື້ ມາເຖິງມື້ວັນທີ 31 ສິງຫາ ເວລາໄດ້ກາຍມາເປັນ 10 ມື້ແລ້ວ ກໍຍັງບໍ່ເຫັນວ່າ ຈະໄດ້ເງິນມາເພື່ອແກ້ໄຂແນວໃດເທື່ອ. ດັ່ງນັ້ນກົມຕໍາຣວດ ເສຖກິດ ຈຶ່ງຈະໄດ້ຕິດຕາມຕໍ່ໄປ. ສຳລັບປະຊາຊົນ ທີ່ເດືອດຮ້ອນ ຍ້ອນຖອນເງິນບໍ່ໄດ້ ກໍມີແຕ່ຕິດຕາມຂ່າວ ຂນະທີ່ຍັງບໍ່ສາມາດຮູ້ໄດ້ວ່າ ທາງສະຖາບັນການເງິນນີ້ ຈະຫາເງິນມາ ໃຫ້ຜູ້ທຸກຄົນທີ່ຝາກເງິນ ຖອນໄດ້ເມື່ອໃດ.
ທ່ານເວົ້າວ່າ ສໍາລັບທ່ານ ສົມຈິດ ບຸນເລື່ອນ ອາດີດຜູ້ບໍຣິຫານສະຖາບັນ ການເງິນຈຸລພາກ ພ້ອມຜູ້ຮ່ວມງານອີກ 1 ຄົນ ທີ່ຖືກຈັບໃນຂໍ້ຫາ ສໍ້ໂກງເງິນຂອງສະຖາບັນ ຈໍານວນ 19 ຕື້ກີບນັ້ນ ຖືກຄຸມຂັງຢູ່ຄຸກໂພນທັນ ໂດຍບໍ່ໃຫ້ປະກັນຕົວ ແລະກໍາລັງລໍຖ້າ ການນຳໂຕຂຶ້ນສານ.
ກ່ອນໜ້ານີ້ ທະນາຄານແຫ່ງ ສປປລາວ ອອກຄໍາສັ່ງໃຫ້ສະຖາບັນການເງິນ ດັ່ງກ່າວ ຢຸດໃຫ້ປະຊາຊົນຖອນເງິນຝາກ ພ້ອມທັງແຈ້ງໃຫ້ ປະຊາຊົນ ທີ່ຍັງຖອນເງິນບໍ່ໄດ້ ຂຽນໃບຄໍາຮ້ອງຟ້ອງສເນີຕໍ່ ກົມຕໍາຣວດເສຖກິດ ເພື່ອເປັນຫລັກຖານ ໃນການຟ້ອງຮ້ອງ ສະຖາບັນ ການເງິນແຫ່ງນີ້.