ສານຈະຕັດສິນຄະດີ ການເງິນ ຈຸລພາກ

ໄຊຍາ
2019.04.26
F-Micro-finance ຄນະຜູ້ຕາງໜ້າຈາກ ທະນາຄານກາງ ແລະ ເຈົ້າໜ້າທີ່ ເມືອງນາຊາຍທອງ ຮ່ວມກັນໄກ່ເກັ່ຽ ແກ້ບັນຫາ ການຝາກ-ຖອນເງິນ ຂອງ ສະຖາບັນການເງິນຈຸລພາກ ທີ່ ນະຄອນຫຼວງວຽງຈັນ
ພາບຖອນຈາກເຟສບຸກ : ທະນາຄານ ແຫ່ງ ສປປ ລາວ

ທ້າວ ສົມຈິດ ບູນເລື່ອມ ອະດີດ ປະທານສະຖາບັນ ການເງິນຈຸລພາກ ເພື່ອ ການພັທນາ ຕັ້ງຢູ່ບ້ານສົງເປືອຍ ເມືອງນາຊາຍທອງ ນະຄອນຫຼວງ ວຽງຈັນ ພ້ອມດ້ວຍລູກນ້ອງອີກ 1 ຄົນ ທີ່ຖືກຈັບໃນຂໍ້ຫາຍັກຍອກເງິນ ປະຊາຊົນທີ່ນຳມາຝາກຈຳນວນ 19 ຕື້ກີບ ຕັ້ງແຕ່ປີຜ່ານມານັ້ນ. ຕໍ່ຄະດີ ດັ່ງກ່າວທາງການ ໄດ້ແຈ້ງວ່າຈະຖືກຂື້ນສານ ຕັດສີນໃນໄວໆນີ້, ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ທ້ອງຖີ່ນ ຕໍ່ວິທຍຸເອເຊັຍເສຣີ ເມື່ອວັນທີ 26 ເມສາ ວ່າ:

"ແມ່ນແຫລະເພີ່ນຖືວ່າສິຕັດສິນໄວໆນີ້ ມີແຕ່ລູກຄ້າແຫລະ ເຮັດໃບສເນີຂຶ້ນໄປຫາອົງການຣັຖບານ ພຸ້ນແຫລະຮ້ອງຟ້ອງໃຫ້ເພິ່ນຕັດ ອັນນັ້ນແຫລະ ທ້າວສົມຈິດ ຫັ້ນ."

ທ່ານໄດ້ກ່າວຕື່ມວ່າຜ່ານມາ ປະຊາຊົນທີ່ເສັຽຫາຍຈາກການນຳເອົາເງິນ ມາຝາກເພື່ອຫວັງຜົລກຳໄລ ຈາກດອກເບັ້ຍເດືອດຮ້ອນຫຼາຍຄົນ ພຍາຍາມມາທວງ ຂໍຖອນເງິນກັບສະຖາບັນ ດັ່ງກ່າວແຕ່ສະຖາບັນ ການເງິນບໍ່ມີເງິນໃຫ້ ປະຊາຊົນຖອນ.

ຕໍ່ເຫດການດັ່ງກ່າວ ປະຊາຊົນໄດ້ຮຽກຮ້ອງໄປຍັງ ພາກສ່ວນທີ່ກ່ຽວຂ້ອງ ແຕ່ກໍ່ຜ່ານມາຫລາຍເດືອນ ຍັງບໍ່ໄດ້ຮັບຄຳຕອບ ມີພຽງແຕ່ການ ແກ້ໄຂເບື້ອງຕົ້ນ ທີ່ພະນັກງານທະນາຄານກາງ ໄດ້ລົງໄປເກັບກໍາ ຂໍ້ມູນຕັ້ງແຕ່ທ້າຍປີກາຍ ຈາກນັ້ນມາເຣື່ອງໄກ່ເກັ່ຽ ທີ່ປະຊາຊົນຕ້ອງການ ກໍ່ບໍ່ໄດ້ຮັບ ການແກ້ໄຂແຕ່ຢ່າງໃດ ໂດຍສະເພາະແມ່ນການຖອນເງິນ ຕົ້ນທຶນຄືນ.

ທ່ານ ສອນໄຊ ສິດພາໄຊ ຜູ້ວ່າການທະນາຄານແຫ່ງ ສປປລາວ ໄດ້ກ່າວຕໍ່ຊື່ມວລຊົນພາຍໃນ ເມື່ອຕົ້ນປີຜ່ານມາວ່າ ສະຖາບັນການເງິນ ຈຸລພາກ ເພື່ອການພັທນາ ຕັ້ງຢູ່ບ້ານສົງເປືອຍ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ແມ່ນຈົດທະບຽນ ຖືກຕ້ອງຕາມກົດໝາຍ ແຕ່ໄລຍະ ກາງປີຜ່ານມາ ສະຖາບັນເກີດຂາດສະພາບຄ່ອງ ບວກກັບອະດີດປະທານ ໄດ້ຍັກຍອກເງິນໄປເຖີງ 19 ຕື້ກີບ ຈຶ່ງເຮັດໃຫ້ ເກີດບັນຫາ ບໍ່ສາມາດດຳເນີນກິຈການຕໍ່ໄປ ແລະພາກສ່ວນປະຊາຊົນ ກໍບໍ່ສາມາດຖອນເງີນໄດ້.

ສ່ວນການດຳເນີນຄະດີນັ້ນ ປັດຈຸບັນ ທ້າວ ສົມຈີດ ບຸນເຫລື່ອມ ໄດ້ຖືກເຈົ້າໜ້າທີ່ ກັກຂັງ ລໍຖ້າລົງໂທດ ຕາມກົດໝາຍ.

ໃນຂນະດຽວກັນຕຳຣວດເສຖກິດ ທີ່ຮັບຜິດຊອບຄະດີນີ້ ກໍຍັງບໍ່ສາມາດ ໃຫ້ຣາຍລະອຽດຫຍັງໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.