ທາງການລາວມີແຜນ ປ່ອຍປາ ແລະ ສັດນໍ້າ
2021.07.13

ຣັຖບານລາວມີແຜນຈະປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ 58 ລ້ານໂຕ ໃນປີນີ້ ເນື່ອງໃນວັນອະນຸຮັກ ສັດນໍ້າ-ສັດປ່າ ແຫ່ງຊາຕລາວ ອັນມີຈຸດປະສົງ ເພີ່ມພູນປະຣິມານ ໃນເຂດໜອງນໍ້າ ທັມມະຊາດ ແຫ່ຼງຕ່າງໆ ແລະ ນະໂຍບາຍນີ້ ເປັນສ່ວນນຶ່ງ ໃນການພັທນາ ຄຸນນະພາບ ຊີວິດ ແລະ ຄວາມໝັ້ນຄົງ ທາງອາຫານ ຂອງລາວ.
ໃນຂນະທີ່ ຄົນລາວຢາກໃຫ້ຣັຖບານ ຊ່ອຍເພີ່ມມາຕການ ໃນການກວດກາສານເຄມີ ທີ່ປົນເປື້ອນຈາກພາກ ອຸດສາຫະກັມ ແລະ ການເສຕກັມເພີ່ມຕື່ມ ເພື່ອປົກປ້ອງສັດນໍ້າ ເນື່ອງຈາກວ່າສັດນໍ້າ ໃນຫ້ວຍນໍ້າລຳທານຫຼາຍບ່ອນ ໃນລາວ ບໍ່ມີຫຼາຍຄືແຕ່ກ່ອນ ແລະ ປາຫຼາຍຊນິດ ກໍຢູ່ໃນໄລຍະໃກ້ສູນພັນ ຍ້ອນວ່າປາສ່ວນຫຼາຍ ໄດ້ຮັບຜົລກະທົບ ທັງທາງກົງ ແລະທາງອ້ອມ ຈາກໂຮງຈັກ-ໂຮງງານ ຂນາດໃຫຍ່ ທີ່ມັກປ່ອຍສານເຄມີ ແລະ ນໍ້າເສັຽລົງສູ່ຫ້ວຍນໍ້າທັມມະຊາດ. ດັ່ງຊາວນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 12 ກໍຣະກະດາ ນີ້ວ່າ.
"ໂດຍຮວມ, ປາທັມມະຊາດ ມັນກະບໍ່ດີຄືເກົ່າແມ່ນແຕ່ຢູ່ນໍ້າຂອງ ກະບໍ່ຫຼາຍເທົ່າທີ່ຄວນແລ້ວຕິດຽວນີ້, ເມືອງໃຫຍ່ມັນມີໂຮງງານ ໂຮງຫຍັງຫຼາຍເດ້ ຂນາດຈັດໂຮງງານໂຮງຫຍັງ ອອກໄປໄກໂຕເມືອງ ໃຈກາງເຊັນທັລເມືອງແລ້ວກະພໍໆກັນ ເພາະວ່າກະສາຍນໍ້າ ມັນກະໂຍງໄຍໄປສາຍດຽວກັນໝົດ ເວລາມັນໄຫຼລົງໄປ."
ນອກຈາກພາກອຸດສາຫະກັມແລ້ວ ພາກການກະເສຕກັມ ກໍມີການໃຊ້ປຸຍ ແລະ ການໃຊ້ສານເຄມີ ໃນການປູກພືດ ແລະລ້ຽງສັດ ອັນມີສານເຄມີບາງຢ່າງເຈືອປົນ ແລ້ວໄຫຼລົງສູ່ ຫ້ວຍນໍ້າຈົນທຳລາຍສັດນໍ້າບາງຊນິດ ໂດຍທາງອ້ອມນຳດ້ວຍ. ດັ່ງຊາວບ້ານໃນ ແຂວງອຸດົມໄຊ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊຽເສຣີ ໃນມື້ດຽວກັນວ່າ.
"ສານເຄມິກໍຈາກຢາຂ້າອ້ອຍບໍ່, ຢາຂ້າຫອຍຂະເຈົ້າເຮັດນາເນາະ. ມັນຫອຍປາກກວ້າງ ຫອຍເຊີຣີ້ ຫັ້ນນ່າເຂົາເຈົ້າມັກທຳລາຍ ຢູ່ເທີງຫັ້ນເພາະວ່າມັນກັດກົກເຂົ້າ ແລ້ວກໍມັນກິນ ກົກເຂົ້າ ແລ້ວຂະເຈົ້າທຳລາຍໂຕນີ້. ນ້ຳໂຕນີ້ມັນກະໄຫຼອອກມາ, ໄຫຼອອກມາ ແລ້ວມາໃສ່ບ່ອນໜອງປາ ມັນກໍມີບັນຫາຄືກັນ."
ສ່ວນເຣື່ອງການໃຊ້ໄຟຟ້າຊ໊ອດປາ ຫຼື ໃຊ້ຣະເບີດຫາປາແບບດັບສູນນັ້ນ ປະຊາຊົນໃນຫຼາຍບ່ອນກ່າວຕົງກັນວ່າ ຍັງມີຢູ່ແຕ່ບໍ່ຫຼາຍ ຫຼັງຈາກພາກຣັຖມີມາຕການ ຄວບຄຸມອີກທັງໃນ ໄລຍະ ການແຜ່ຣະບາດຂອງໂຄວິດ-19 ຣັຖບານລາວ ກໍໄດ້ອອກແຈ້ງການໃຫ້ ປະຊາຊົນຫາປາໄດ້ ສະເພາະເວລາ 6 ໂມງເຊົ້າ ຫາ 18 ໂມງແລງຕ່າງຈາກເມື່ອກ່ອນ ທີ່ສາມາດຫາປາ ໄດ້ໝົດມື້.
ໃນຂນະທີ່ ເຈົ້າໜ້າທີ່ທີ່ເຮັດວຽກ ກ່ຽວກັບການລ້ຽງສັດ ແລະການປະມົງ ປະຈຳກະຊວງກະສິກັມ ແລະປ່າໄມ້ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ກໍກ່າວວ່າມາຮອດປັດຈຸບັນ ທາງການລາວ ກໍມີນະໂຍບາຍກວດກາ ການປ່ອຍສານເຄມີ ລົງສູ່ຫ້ວຍນໍ້າ ຢູ່ປະຈຳຍ້ອນ ປະຊາຊົນ ຈຳນວນຫຼາຍຍັງຫາກິນ ຈາກຫ້ວຍນໍ້າ. ຖ້າມີສານເຄມີຫຼາຍ ປາກໍຈະສູນພັນ ແລະ ປະຊາຊົນ ຈະບໍ່ມີຫຍັງກິນ.
"ການໃຊ້ມາຕການ ໂດຍສະເພາະແມ່ນການປ້ອງກັນພຍາດພືດເນາະ. ແລ້ວກໍສັດນໍ້າຊິນ່າ ເຮົາກາມີມາຕການຢູ່ ມີແຈ້ງການ ມີ ນິຕິກັມຢູ່ ມັນກະຢູ່ໃນເກນນັ້ນ ວ່າຊັ້ນເທາະໄປ. ຄັນຖ້າວ່າມັນບໍ່ຮ້າຍແຮງ ເຮົາກະບໍ່ໃຫ້ໃຊ້ມາຕການລົງໂທດ ລັກສນະນີ້ແຫຼະ. ແຕ່ສ່ວນນ້ອຍສຸດເນາະ ຢູ່ເມືອງເຮົາໄດ້ໃຊ້ຢາກເກືອບວ່າ ປີນຶ່ງບໍ່ມີຮອດເທື່ອນຶ່ງ ລັກສນະນີ້ແຫຼຸະ."
ເຊັ່ນດຽວກັນກັບເຈົ້າໜ້າທີ່ຂັ້ນບ້ານ ໃນເຂດແຄມຂອງ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງກໍກ່າວໃນມື້ດຽວກັນນີ້ວ່າ ທາງການລາວ ກໍໄດ້ມີມາຕການຫຼາຍຢ່າງ ໃນການອະນຸຮັກ ສັດນໍ້າ-ສັດປ່າ ເປັນຕົ້ນວ່າສ້າງວັງສງວນຫ້ວຍນໍ້າ ໃນບາງບ່ອນເພື່ອເປັນການອະນຸຮັກ ສາຍພັນປາຕ່າງໆນໍາດ້ວຍ ພ້ອມທັງມີມາຕການລົງໂທດ ຜູ້ທີ່ກະທຳການຫາປາແບບດັບສູນ ໂດຍໃຊ້ວັດຖຸອຸປກອນທີ່ຕ້ອງຫ້າມ.
"ບາງຈຸດກະສ້າງເປັນວັງສງວນຂອງບ້ານ ຂອງກຸ່ມຈຳນວນນຶ່ງ ກໍເວົ້າເຣື່ອງການເກືອດຫ້າມຫັ້ນແຫຼະ ຫ້າມຊ໊ອດຫ້າມໃຊ້ເຄື່ອງຣະເບີດ ເບື່ອປາອີ່ຫັຍງຕ່າງໆ. ອັນພວກນີ້ເຮົາກໍມີ ມາຕການເຮົາອອກເປັນຄຳສັ່ງ ເປັນແຈ້ງການເນາະ ໃນແຕ່ລະປີ."
ໃນປີນີ້ຂແນງລ້ຽງສັດ ແລະ ການປະມົງ ກະຊວງກະສິກັມ ແລະ ປ່າໄມ້ ມີກຳນົດປ່ອຍປາຫຼາຍສາຍພັນ ເຊັ່ນ ປາປາກ, ປາສ້ອຍ, ປາກັດ, ປາສະຫວາຍ, ກຸ້ງ ແລະ ປາອື່ນໆ ບໍ່ຕໍ່າກວ່າ 58 ລ້ານໂຕ ເພື່ອປ່ອຍລົງສູ່ຫ້ວຍນໍ້າລຳທານ ໃນຂອບເຂດທົ່ວປະເທດ ເນື່ອງໃນວັນຄົບຮອບ 24 ປີ ວັນອະນຸຮັກ ສັດນໍ້າ-ສັດປ່າ ແຫ່ງຊາຕລາວ ເຊິ່ງຕົງກັບວັນທີ 13 ກໍຣະກະດາ 2021 ນີ້.
ສ່ວນກົມສັດລ້ຽງ ແລະ ການປະມົງ ກະຊວງກະສິກັມ ແລະ ປ່າໄມ້ ໄດ້ຣະບຸວ່າທາງການລາວ ໄດ້ມີການປ່ອຍສັດນໍ້າ ແລະ ສັດປ່າ ກັບສູ່ ທັມມະຊາດເພີ່ມຂຶ້ນທຸກປີ ເປັນຕົ້ນວ່າໃນ ໄລຍະ 6 ປີ ຜ່ານມາມີການປ່ອຍປາ ເພີ່ມຂຶ້ນຈາກ 35 ລ້ານໂຕ ເປັນ 40 ລ້ານ ແລະ 50 ລ້ານໂຕ ຕາມຣຳດັບ.