ທາງການຂຶ້ນຣາຄາ ນໍ້າມັນ ອີກ

ສຸພັດຕາ
2018.04.27
F-Gas ຣົດບັນທຸກຂົນສົ່ງນໍ້າມັນ ເຂົ້າ ສປປ ລາວ
RFA/PN

ຣັຖບານ ສປປລາວ ປັບຂຶ້ນຣາຄານໍ້າມັນເປັນຄັ້ງທີ 4 ໃນຮອບ 4 ເດືອນທຳອິດ ຂອງປີ 2018 ນີ້. ຊຶ່ງສົ່ງຜົນກະທົບ ໃຫ້ປະຊາຊົນຫຼາຍ ອາຊີພ ໂດຍສະເພາະ ວຽກງານທີ່ຕ້ອງກ່ຽວຂ້ອງ ກັບຍານພາຫະນະ ການຂົນສົ່ງ.

ກະຊວງອຸດສາຫະກັມແລະການຄ້າ ໄດ້ອອກແຈ້ງການ ຄັ້ງຫລ້າສຸດເມື່ອວັນທີ 26 ເມສາ ຜ່ານມານີ້ ເຣື່ອງການປັບຂຶ້ນ ຣາຄານໍ້າມັນເພື່ອ ໃຫ້ສອດຂ່ອງກັບກົນໄກຂອງຕລາດ ໂດຍໄດ້ປັບຣາຄານໍ້າມັນແອັດຊັງ ພິເສດຂຶ້ນ 100 ກີບຕໍ່ລິດ, ແອັດຊັງ ທັມມະດາ 130 ກີບ ແລະ ນໍ້າມັນກາຊວນຂຶ້ນ 150 ກີບຕໍ່ລິດ.

ການປັບຂຶ້ນຣາຄາໃນເທື່ອນີ້ ໄດ້ສົ່ງຜົລກະທົບ ໃຫ້ຜູ້ປະກອບການກ່ຽວກັບການຂົນສົ່ງ ແລະປະຊາຊົນ ທີ່ໃຊ້ຍານພາຫະນະ ໃນຊີວິດ ປະຈຳວັນ ຕ້ອງມີຄ່າໃຊ້ຈ່າຍເພີ້ມຂຶ້ນ, ດັ່ງປະຊາຊົນ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ເອເຊັຍເສຣີ ໃນວັນທີ 27 ເມສາ ນີ້ວ່າ:

“ລູກນາດຽວແຕ່ໃນເມືອງມາບ້ານນິແຫຼະ ແລະພາທາງຍາກ ແຕ່ກໍ່ມີນໍ້າມັນນິລະ ທີ່ມັນຂຶ້ນ ຄັນຂຶ້ນຫຼາຍເຕີບ ກໍ່ກະທົບຫຼາຍ ຄັນສົມມຸດວ່າ ເຮົາເຄີຍເຕີມ 50 ພັນເນາະ ມັນກໍ່ສິກວມໄປແລ້ວເດະ ຂຶ້ນໄປແລ້ວເດະ ມື້ນຶ່ງ 200 ກວ່າບາດເນາະ ຍັງບໍ່ຢາກພໍ ເດະຫັ້ນ ມັນທາງບໍ່ດີ ແຕ່ນີ້ຫາເມືອງນາຊາຍທອງ ເດະ ໜອງບຶກໄກ ມັນກໍໄກເຕີບ ບໍ່ຢາກພໍນະ 250 ພຸ້ນແຫຼະຈັງຢາກພໍ.”

ກ່ຽວກັບການຂຶ້ນຣາຄານໍ້າມັນໃນເທື່ອນີ້ ປະຊາຊົນທີ່ມີອາຊີບຂັບຣົດສາມລໍ້ ຢູ່ແຂວງຈຳປາສັກເວົ້າວ່າ ການປັບຣາຄານໍ້າມັນຂຶ້ນຈະຈັກເທື່ອ ກໍຕາມ ຖືວ່າກະທົບໃສ່ຄົນຫຼາຍ ອາຊີບແນ່ນອນ ເນື່ອງຈາກຣາຍໄດ້ ຂອງຄົນໃນທ້ອງຖິ່ນນັ້ນ ຫຼຸດລົງ ແຕ່ຣາຍຈ່າຍຄ່າຄອງຊີບເພີ້ມຂຶ້ນ:

“ເອີ ມັນກະທົບແລ້ວ ຄັນວ່າຂຶ້ນລາຄາອີກ ເທື່ອຕົກມາລາວມັນກໍແພງຂຶ້ນໄປອີກ ເທື່ອຄ່າຂົນສົ່ງ ເທື່ອຄ່າພາສົງພາສີເຂົາ ເຮົາກໍ່ເຮັດ ຫຍັງບໍ່ໄດ້ ເຮົາກໍ່ແລ້ວແຕ່ ຄືຄຸນີ້ມັນກໍ່ລຳບາກໄປເບິດ ຄຸບ່ອນນັ່ນແຫຼະ ບໍ່ຄ້າຂາຍ, ບໍ່ວ່າໂດຍສານ, ບໍ່ວ່າຂົນສົ່ງ ອິຫຍັງມັນກໍລຳບາກ ໄປເບິດ ຂອງມັນກະມີແຂກ ບໍ່ມີຄົນອິຫຍັງ ບໍ່ມີແຮງຊື້ວ່າຊັ້ນຊະ ມີແຕ່ແຮງຂາຍ.”

ປັດຈຸບັນ ຣາຄານໍ້າມັນລ່າສຸດ ຢູ່ນະຄອນຫຼວງວຽງຈັນ ແອັດຊັງພິເສດ 10.310 ກີບຕໍ່ລິດ, ແອັດຊັງທັມມດາ 9.270 ກີບ ແລະ ກາຊວນ 8.300 ກີບຕໍ່ລິດ ສ່ວນຣາຄານໍ້າມັນ ໃນຕ່າງແຂວງ ຈະແພງກວ່ານີ້ປະມານ 100 ຫາ 400 ກີບຕໍ່ລິດ ຂຶ້ນຢູ່ກັບ ໄລຍະທາງຂອງການ ຂົນສົ່ງ.

ການປັບຣາຄານໍ້າມັນຂຶ້ນ ຖືວ່າເປັນຄັ້ງທີ່ 4 ໃນຮອບ 4 ເດືອນທຳອິດຂອງປີ 2018 ຜ່ານມາມີການປັບຣາຄານໍ້າມັນລົງ ພຽງແຕ່ເທື່ອດຽວ ລິດລະ 100 ກີບເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.