ເຈົ້າໜ້າທີ່ຈະກວດສອບ ບໍຣິສັດ ຣົດເມ ຄໍາປະເສີດ
2018.03.01
ຜແນກໂຍທາທິການແລະຂົນສົ່ງ ແຂວງຜົ້ງສລີ ຕຽມກວດສອບ ບໍຣິສັດ ຄຳປະເສີດ ຊື່ງເປັນຜູ້ປະກອບຣົຖເມ ສາຍໃຫຍ່ຂອງລາວ ຫຼັງຈາກ ຣົຖເມສາຍຜົ້ງສາລີ- ນະຄອນຫລວງວຽງຈັນ ຕົກເຫວຢູ່ ເສັ້ນທາງຕັດໃໝ່ ເມືອງນານ- ເມືອງກາສີ ເມື່ອວັນທີ່ 25 ກຸມພາ ຜ່ານມາເຮັດໃຫ້ ມີຜູ້ເສັຽຊີວິດ 7 ຄົນ ແລະບາດເຈັບ 20 ຄົນ ຊຶ່ງເສັ້ນທາງດັ່ງກ່າວ ເປັນທາງຫ້າມບໍ່ໃຫ້ຣົຖເມແລ່ນຜ່ານ; ດັ່ງເຈົ້າໜ້າທີ່ ຜແນກໂຍທາທິການ ແລະຂົນສົ່ງ ແຂວງຜົ້ງສາລີ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 1 ມິນາ ນີ້ວ່າ:
"ທາງວຽງຈັນແດ່ ທາງຜົ້ງສາລີແດ່ ກໍໄດ້ຫ້າມບໍ່ໃຫ້ທຽວ ເສັ້ນທາງເສັ້ນນັ້ນ ມັນສ່ຽງເນາະ ແຕ່ວ່າຜູ້ປະກອບການນັ້ນ ຝ່າຝຶນຫັ້ນນະ ເຮັດໃຫ້ ເກິດອຸບັດຕິເຫດ ແນວນີ້ ທາງແຂວງຜົ້ງສາລີ ກໍສິໄດ້ເວົ້າກັນຄືນ ເພາະວ່າ ຮັບຜິດຊອບຣົຖ ຂອງໂຕເອງບໍ່ໄດ້ ເນາະ ຕາມສັນຍານະ.”
ທ່ານກ່າວຕື່ມວ່າ ຜແນກໂຍທາທິການແລະຂົນສົ່ງ ນະຄອນຫຼວງວຽງຈັນ ແລະແຂວງຜົ້ງສາລີ ໄດ້ແຈ້ງໃຫ້ບໍຣິສັດ ດັ່ງກ່າວ ຫ້າມຄົນຂັບຣົຖ ຂອງຕົນແລ່ນຜ່ານ ເສັ້ນທາງຕັດໃໝ່ ລະຫວ່າງເມືອງນານ ຫາ ເມືອງກາສີ ເພາະເປັນທາງທີ່ ມັກເກິດອຸບັດຕິເຫດ ຫລາຍເທື່ອແລ້ວ ແລະ ໃຫ້ໃຊ້ເສັ້ນທາງ ຜ່ານເມືອງພູຄຸນ ຊື່ງມີຄວາມປອດພັຍ ຫລາຍກວ່າ.
ເຖິງຢ່າງໃດກໍຕາມ ຫລັງເກິດອຸບັດຕິເຫດ ທາງເຈົ້າຂອງບໍຣິສັດຣົຖເມ ກໍໄດ້ໃຫ້ ຄ່າຊົດເຂີຍ ແກ່ຜູ້ເສັຽຊີວິດ ແລະຜູ້ໄດ້ ຮັບບາດເຈັບ ທີ່ໄປ ປິ່ນປົວຢູ່ໂຮງໝໍ ມິຕພາບ 150 ຕຽງ ແຕ່ບໍ່ໄດ້ເປິດເຜີຍ ຣາຍຣະອຽດ ກ່ຽວກັບ ເຣື້ອງນີ້ ເພື່ອຄວາມກະຈ່າງແຈ້ງ ວິທຍຸເອເຊັຍເສຣີ ໄດ້ ພຍາຍາມຕິດຕໍ່ໄປຫາ ບໍຣິສັດ ຄຳປະເສິດ ແຕ່ ຍັງຕິດຕໍ່ບໍ່ໄດ້.
ຜ່ານມາ ບໍຣິເວນເສັ້ນທາງ ເມືອງນານ ຫາ ເມືອງກາສີ ມັກເກິດອຸບັດຕິເຫດເລື່ອຍໆ ເມື່ອປີ 2014 ຜ່ານມາເກິດເຫດ ຣົຖຕຳກັນ ຕົກເຫວ ເລິກກວ່າ 500 ແມັດ ພາໃຫ້ມີຜູ້ເສັຍຊີວິດ 17 ຄົນ; ນຶ່ງໃນນັ້ນ ແມ່ນນັກຊຽວຊານ ຈາກເຂື່ອນໄຊຍະບູຣີ. ອີງຕາມຣາຍງານ.