ຣາຄາເຮືອນພັກຊົ່ວຄາວ
2018.10.11

ທາງການແຂວງອັດຕະປື ຕົກລົງຊື້ ເຮືອນສຳເຣັດຮູບ ຈາກ ໂຮງງານຜລິດເຮືອນ ນ໋ອກດາວ ແຂວງຊົນບູລີ ປະເທດໄທ ຈຳນວນ 288 ຫລັງ ໃນຣາຄາ ຫລັງລະ 70 ລ້ານກີບ, ຮວມທັງໝົດເປັນເງິນ 20 ຕື້ກີບ ແລະ ປັດຈຸບັນ ໄດ້ຕິດຕັ້ງແລ້ວ 40 ຫຼັງ ຢູ່ ບ້ານຫີນລາດ ເມືອງສນາມໄຊ.
ຣາຄາເຮືອນ ທີ່ຊື້ມາຈາກປະເທສໄທ ແພງກວ່າເຮືອນໄມ້ ທັມມະດາ ທີ່ຄົນລາວເຮັດເກືອບ 2 ເທົ່າ ຂນະທີ່ປະຊາຊົນສ່ວນຫຼາຍ ຕ້ອງການ ຢູ່ເຮືອນໄມ້, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຜູ້ຮູ້ເຣຶ່ອງນີ້ ທີ່ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າ, ໃນກອງປະຊຸມ ວັນທີ 19 ກັນຍາ ຄນະພັກ ແຂວງອັດຕະປື ພ້ອມດ້ວຍ ຄນະກຳມະການ ຕ້ານພັຍພິບັດ ຂັ້ນແຂວງ ໄດ້ພິຈາຣະນາ ຂໍ້ສເນີຂອງ ປະຊາຊົນ ຜູ້ທີ່ປະສົບພັຍ ນ້ຳຖ້ວມ ຊຶ່ງມີ 70% ຕ້ອງການເຮືອນໄມ້ ຍ້ອນວ່າມັນບໍ່ຮ້ອນ ແລະລາຄາກໍຖືກ ຄືພຽງແຕ່ 45 ລ້ານກີບ ຕໍ່ຫລັງເທົ່ານັ້ນ.
ກ່ຽວກັບເຣື້ອງນີ້ ວິທຍຸເອເຊັຍເສຣີ ກໍໄດ້ໂທຣະສັບ ສຳພາດ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໃນອາທິດທີ່ຜ່ານມາ. ເຊີນທ່ານ ຟັງການສໍາພາດ …