ຜູ້ປະສົບພັຍເຂື່ອນແຕກ ໄດ້ດິນ ເພື່ອປູກຝັງ

ສິດນີ
2020.05.27
F-Sanamxay ເມືອງສນາມໄຊ ໄດ້ມີການສະສາງ ທໍາຄວາມສະອາດ ເລີ້ມຕົ້ນສ້າງສາຄືນໃໝ່ ເກືອບທຸກຢ່າງ
RFA

ທາງການແຂວງອັດຕະປື ແບ່ງດິນທີ່ບຸກເບີກໃຫມ່ ໃນເນື້ອທີ່ ປະມານ 2,140 ເຮັກຕາ ໃຫ່້ຜູ້ປະສົບພັຍ ເຂື່ອນແຕກ ປູກຝັງທຳມາຫາກິນ ເພື່ອລ້ຽງຄອບຄົວທັງຫມົດ 5 ບ້ານ, 1,270 ຄອບຄົວທີ່ອາສັຍຢູ່ ບ້ານພັກຊົ່ວຄາວ ໃຫ້ສາມາດເຮັດນາໄດ້່ ໃນຣະດູນາປີ ທີ່ຈະມາເຖິງນີ້. ດັ່ງເຈົ້າຫນ້າທີ່ ຫ້ອງການເມືອງສນາມໄຊ ແຂວງອັດຕະປື ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ພຶສພາ ນີ້ວ່າ:

"ເຂົາປັບໃຫມ່ຫມົດແລ້ວ ດຽວນີ້ ຂອບເຂດດິນຂອງຜູ້ໃດ ແມ່ນປັບປຸງຄືນ ຜູ້ໃດຢາກມາປູກຕ່າງໆຫັ້ນນ່າ, ຢູ່ເຂດບ້ານເກົ່າຫັ້ນ ບາດນີ້ໂຕ ເຂົາເບີກໃຫ້ໃຫມ່ ກະຍັງແບ່ງໃຫ້ຂະເຈ້ົາເລີຍຫັ້ນນ່າ ສົມມຸດວ່າ ແຮງງານສົມບູນ 2 ກະໃຫ້ 1 ຈັ່ງຊີ່ນ່າ 3 ໃຫ້ 2 ເຮັກຕາ ຄັນ 1 ດຽວ ກະບໍ່ໃຫ້."

ທ່ານກ່າວຕື່ມວ່າ ການຈັດສັນທີ່ດິນ ໃຫ້ກັບຜູ້ປະສົບພັຍເຂຶື່ອນແຕກ ຈະແບ່ງປັນດັ່ງນີ້ ຄອບຄົວໃດ ທີ່ມີສະມາຊິກ 2  ຄົນ ຈະໄດ້ດິນ 1 ເຮັກຕາ ມີສະມາຊິກ 3 ຄົນ ຈະໄດ້ທີ່ດິນ 2 ເຮັກຕາ ແລະ ມີສະມາຊິກ 3 ຄົນ ໄດ້ 3 ເຮັກຕາ ສ່ວນຄອບຄົວໃດທີ່ຢູ່ຄົນດຽວ ທາງການ ຈະບໍ່ແບ່ງປັນໃຫ້ ໂດຍໃຫ້ໄປເຮັດນາ ເຮັດສວນກັບຍາດພີ່ນ້ອງ ຂອງຕົນ.

ນອກຈາກນັ້ນ ທາງການແຂວງອັດຕະປື ຍັງຈະຟື້ນຟູດິນໄຮ່ ດິນນາເກົ່າ ທີ່ເຄີຍຖືກນ້ຳຖ້ວມມາກ່ອນ ເພື່ອໃຫ້່ຊາວບ້ານ ຜູ້ປະສົບພັຍເຂື່ອນ ແຕກ ໃນແຕ່ລະບ້ານໄດ້ກັບໄປເຮັດໄຮ່ເຮັດນາ ຂອງຕົນຢຸ່ບ້ານເກົ່າ.

ຊາວບ້ານທ່ານນຶ່ງ ທີ່ໄດ້ຮັບຜົລກະທົບຈາກເຂື່ອນແຕກ ໃນເມືອງສນາມໄຊ ແຂວງອັດຕະປື ກ່າວຕໍ່ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ຄອບຄົວ ຂອງຕົນມີ 3 ຄົນໄດ້ທີ່ດິນ 2 ເຮັກຕາ ສ່ວນພັນເຂົ້າ ທີ່ທາງການ ບອກວ່າຈະເອົາມາແຈກໃຫ້ນັ້ນ ປັດຈຸບັນມີແຕ່ບ້ານທ່າແສງຈັນ ເທົ່ານັ້ນ ໄດ້ຮັບ, ສ່ວນບ້ານອື່ນນັ້ນຍັງບໍ່ທັນໄດ້ພັນເຂົ້າເທື່ອ.

ທ່ານເວົ້າອີກວ່າ ສິ່ງທີ່ຕ້ອງການທີ່ສຸດ ໃນການປູກເຂົ້າ ເຮັດໄຮ່ ເຮັດນາ ນັ້ນຄືຈົກສຽມ ແລະ ອຸປກອນ ທີ່ຈຳເປັນໃນການເຮັດນາ ຈະຫາຊື້ ພາຍໃນເມືອງສນາມໄຊ ກໍບໍ່ມີຮ້ານຂາຍ ຕ້ອງໄດ້ໄປຊື້ຕາມຮ້ານ ໃນແຂວງ ແຕ່ຕ້ອງເດີນທາງໄກ ຫລາຍຊົ່ວໂມງ ເສັ້ນທາງກໍຫຍຸ້ງຍາກ.

"ຄອບຄົວອ້າຍ 2-3 ຄົນ ໄດ້ 2 ເຮັກຕາ ພວກ 4-5 ຄົນຂຶ້ນໄປໄດ້ 3 ເຮັກຕາ ຍັງບໍ່ທັນເຫັນເທື່ອ ບ້ານອື່ນເຂົາໃຫ້ແລ້ວ ບ້ານສມອງ ບ້ານທ່າແສງຈັນ ເຂົາໃຫ້ແລ້ວ ແຕ່ວ່າເພິ່ນວ່າຊີ່ໃຫ້ຫັ້ນແລ້ວ ຍັງກະບໍ່ທັນມີແຫຼ້ວ ມີສຽມນ້ອຍໆ ເຂົາຈ່າຍຕອນນັ້ັນເດ້ ຍັງຍາກສຽມກັບ ຈົກນິ,ຈົກບໍ່ທັນໄດ້ຈົກ."

ຊາວບ້ານອີກຜູ້ນຶ່ງ ຢູ່ບ້ານມິດສັມພັນ ກ່າວຕໍ່ເອເຊັຽເສຣີວ່າ ຖ້າຫາກທາງການຢາກໃຫ້ ປູກເຂົ້າເຮັດໄຮ່ເຮັດນາ ກໍພ້ອມທີ່ຈະເຮັດແຕ່ກັງວັນ ເຣື້ອງນຳ້ຖ້ວມ ຍ້ອນດິນບຸກເບີກໃຫມ່ນັ້ນ ເປັນທ່ົງພຽງ ເຄີຍເກີດນຳ້ ຖ້ວມທຸກປີ.

“ເຮັດກະຊີ່ເຮັດໄດ້ກິນ ບໍ່ໄດ້ກິນແຫຼະ ຢ້່ານນ້ຳຖ້ວມໄຮ່ນ່າ ມັນຖ້ວມຊູ່ປີເດ້ 2-3 ປີ ຖ້້ວມເລື້ອຍ."

ກ່ຽວກັບເຣື້ອງນີ້ ເຈົ້າຫນ້່າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງອັດຕະປື ທ່ານນຶ່ງກ່າວຕໍ່ເອເຊັຽເສຣີວ່າ ກະຊວງກຳສິກັມ ແລະປ່າໄມ້ໄດ້ ມອບພັນເຂົ້າ ປະມານ 4 ຕັນ ເພື່ອແຈກຈ່າຍໃຫ້ ຊາວບ້ານຜູ້ປະສົບພັຍ ເຂື່ອນແຕກ ມາຮອດປັດຈຸບັນ ໄດ້ແຈກຍາຍໄປແລ້ວບາງສ່ວນ ແລະ ຈະແຈກຍາຍໃຫ້ຊາວບ້ານ ທີ່ຍັງເຫລືອຢູ່ໃນໄວໆນີ້ ທາງການແຂວງອັດຕະປື ຈະເປັນຜູ້ບຸກເບີກ ແລະຕຽມພື້ນທີ່ ໃຫ້ທັງຫົມດ.

ທ່ານວ່າ ການໃຫ້ໍຊາວບ້ານຜູ້ປະສົບເຂື່ອນແຕກ ໃນເມືອງສນາມໄຊ ປູກເຂົ້າປີນີ້ ຈະເປັນການທົດລອງເທື່ອທຳອິດ ຫລັງຈາກເຂື່ອນແຕກ ໂດຍຈະໃຊ້ວິທີ ໄຖ-ຫວ່ານ ເນື່ອງຈາກຣະບົບຊົລປະທານ ຍັງບໍ່ແລ້ວ ແລະກໍເປັນດິິນ ບຸກເບີກໃຫມ່.

“ຝັນກະຍັງຖີ້ມຊ່ວງຢູ່ ບໍໄດ້ຫຍາດລົງມາຈັກເທື່ອ ໄຮ່ນານີ້ກະຊີ່ລອງເຮັດເບິ່ງ ບາງເທື່ອດິນທັບຖົມ ຈຸດບ້ານໃຫມ່ຫັ້ນເນາະ ເພາະມັນຍັງ ດິນງາມຢູ່ ໄຖແລ້ວຫວ່ານແລ້ງເອົາ."

ທ່ານກ່າວຕື່ມວ່າ ການໃຫ້ຊາວບ້ານຜູ້ປະສົບພັຍເຂື່ອນແຕກ ເລີ້ມການຜລິດປູກເຂົ້າ ກໍເພື່ອເຮັດໃຫ້ຜູ້ປະສົບພັຍເຂື່ອນແຕກ ມີສະບຽງ ອາຫານ ກຸ້ມກິນພາຍໃນຄອບຄົວ ແລະເປັນການປັບປຸງຊີວິດ ການເປັນຢູ່ ຂອງພວກຂະເຈົ້າ ໃຫ້ດີຂຶ້ນ.

ເມື່ອວັນທີ 21-22 ພຶສພາ ຜ່ານມາ ຄະນະບໍຣິຫານງານພັກ ເມືອງສນາມໄຊ ແຂວງອັດຕະປື ຣາຍງານວ່າ ທາງການມີແຜນການ ຟື້ນຟູ ເມືອງສນາມໄຊ ໃັຫ້ສຳເຣັດ ໃນປີ 2023 ໂດຍຈະປຸກເຮືອນຖາວອນ ໃຫ້ ຂະເຈົ້າຮວມທັງຫມົດ 5 ບ້ານ ຈຳນວນ 700 ຫລັງ, ປັດຈຸບັນ ທາງການໄດ້ບຸກເບີກເນື້ອທີ່ ສຳເຣັດຫມົດແລ້ວ ຮ່ວມທັງການພັທນາ ໂຄງຮ່າງພື້ນຖານຕ່າງໆ ພ້ອມທີ່ຈະມອບເງິນຊົດເຊີຍ ສ່ວນທີ່ເຫລືອ ໃຫ້ຄົບ.

ໃນວັນຄົບຮອບ 1 ປີ ເຂື່ອນແຕກ ທ່ານ ເລັກ ໄຊຍະພອນ ເຈົ້າແຂວງໆ ອັດຕະປື ໄດ້ກ່າວກ່ຽວກັບ ຄວາມເສັຽຫາຍ ຈາກເຫດເຂື່ອນແຕກ ຕໍ່ກອງປະຊຸມຖແລງຂ່າວວ່າ, ເຫດເຂື່ອນແຕກ ສ້າງຄວາມເສັຽຫາຍ ໃຫ້ແກ່ບ້ານເຮືອນ, ຊັບສິນຂອງປະຊາຊົນ ທັງຫມົດ 19 ບ້ານ, ສົ່ງ ຜົລກະທົບຕໍ່ 3,540 ຄອບຄົວ ຫລື ປະມານ 14,440 ຄົນ ໃນນັ້ນ ເສັຽຊິວິດ 71 ຄົນແລະຊັບສິນເສັຽຫາຍ ໃນມູນຄ່າປະມານ 15 ລ້ານ ໂດລາ ທ່ານຍັງບອກອີກວ່າ ຊາວບ້ານຈຳນວນ 4,400 ຄົນອາສັຍຢູ່ບ່ອນພັກຊົ່ວຄາວ ແລະຈຳນວນ 10 ພັນປາຍຄົນ ກັບຄືນບ້ານເດີມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.