ຂ.ອັດຕະປືຈະປະມູນ ໄມ້ ຍຶດໄດ້

ສິດນີ
2017.06.08
f-logs ຂະບວນຣົດຂົນສົ່ງໄມ້ ຈາກພາກໃຕ້ ຂອງ ລາວ ທີ່ມຸ້ງໜ້າໄປ ວຽດນາມ ປີ 2015
Screen captured seawapa.org video

ທາງການແຂວງອັດຕະປື ຕຽມ ເອົາໄມ້ທີ່ຍຶດໄດ້ ທັງຫມົດ 63 ພັນ ແມັດກ້ອນ ມາປະມູຂາຍ ໃນເດືອນນີ້ ໂດຍຈະແບ່ງ ການປະມູນ ອອກເປັນ ສອງງວດ ແລະ ຈະປະກາດ ໃຫ້ຜູ້ສົນໃຈ ມາລົງທະບຽນ ໃນໄວໆນີ້. ດັ່ງເຈົ້າຫນ້າທີ່ ອຸດສາຫະກັມ ແລະການຄ້າ ແຂວງ ອັດຕະປື ທ່ານນຶ່ງ ກ່າວໃນວັນ 7 ມິຖຸນາ ນີ້ວ່າ:

"ກະກຽມປະມູນຢູ່ ເຮົາເຮັດແຈ້ງການໄປແລ້ວ 995 ແມັດກອ້ນ ມີສອງສາມມື້ ເພີ່ນຊີ່ເປີດຈ່ອງ ງວດຕໍ່ໄປແມ່ນ 1,288 ເທື່ອທີສອງນີ້ ຄືຊີ່ປະມານ ວັນທີ 12 ຕາມແຜນຫັ້ນນະ ຊີ່ແຈ້ງການ ພາຍໃນເດືອນ ນີ້ແຫລະ".

ທ່ານກ່າວຕື່ມວ່າ ວັນເວລາທີ່ຈະປະມູນ ໄມ້ສອງງວດນີ້ ຍັງບໍ່ທັນແນ່ເທື່ອ ແຕ່ຈະປະກາດ ໃຫ້ຮູ້ໃນໄວໆນີ້. ສຳລັບຜູ້ທີ່ ມີສີດເຂົ້າປະມູນ ນັ້ນຕ້ອງມີໂຮງງານ ປຸງແຕ່ງໄມ້ ໃນລາວ ເທົ່ານັ້ນ. ເມື່ອຊນະການປະມູນແລ້ວ ຕ້ອງໄດ້ເອົາເງີນ ມາໃຫ້ທາງການ ພາຍໃນວັນເວລາທີ່ ກຳນົດໃຫ້ ຈືື່ງຈະສາມາດ ເອົາໄມ້ ອອກໄປໄດ້. ໄມ້ທີ່ຖືກ ປະມູນນັ້ນ ຕ້ອງແປຮູບຢູ່ລາວ ຈື່ງຈະສາມາດ ສົ່ງອອກໄດ້.

ຜ່ານມາແຂວງອັດຕະປື ເຄີຍປະມູນໄມ້ທ່ອນ ມາແລ້ວຫລາຍເທື່ອ ຄັ້ງລ່າສຸດ ໄດ້ປະມູນໄມ້ ຈຳນວນ 14 ພັນແມັດກ້ອນ. ໂດຍແຂວງມີ ລາຍໄດ້ ຈາກການປະມູນ ຄັ້ງນັ້ນ ປະມານ 17 ຕື້ກີບ ແຕ່ບໍ່ໄດ້ເປີດເຜີຍ ຊື່ບໍຣິສັດ ທີ່ຊນະ ການປະມູນ.

ແຂວງອັດຕະປື ເປັນແຂວງນື່ງ ທີ່ມີການລັກຕັດໄມ້ ລາຍໃຫຍ່ ຈາກກຸ່ມຄ້າ ໄມ້ເຖື່ອນ ໄມ້ທີ່ກຸ່ມດັ່ງກ່າວ ລັກຕັດນັ້ນ ສ່ວນໃຫຍ່ ເປັນໄມ້ດູ່ ໄມ້ ແຕ້ສ່ວນຫຼາຍ ຖືກສົ່ງໄປ ວຽດນາມ.

ຕໍ່ຄຳຖາມທີ່ວ່າເປັນຫຍັງ ຈື່ງມີການລັກລອບໄມ້ ໄປວຽດນາມຢູ່ ທັ້ງໆທີ່ມີ ດຳຣັດ ນາຍົກຣັຖມົນຕຣີ ສັ່ງຫ້າມ ເອເຊັຽເສຣີ ກໍໄດ້ຕິດ ຕໍ່ໄປຍັງ ສຳນັກງານ ນາຍົກ ຣັຖມົນຕຣີ ແຕ່ບໍ່ມີ ຜູ້ຮັບສາຍ.

ປັດຈຸບັນ ຫນ່ວຍສເພາະກີດ ກຳລັງສືບສວນ ກໍຣະນີຍຶດ ຣົດໄມ້ 27 ຄັນພ້ອມທັງ ຕາມລ້າຜູ້ຂັບຣົດ ດັ່ງກ່າວ ສ່ວນໄມ້ ທີ່ຍືດໄດ້ນັ້ນຍັງບໍ່ ທັນເປີດເຜີຍຢ່າງເປັນ ທາງການເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.